ໂຈນລັກລົດວິໂກ ແຕ່ໄປບໍ່ລອດ


ວັນທີ 26.06.2020 , ໄດ້ມີໂຈນ ສາມຄົນ ມາລັກລົດວິໂກ ທີ່ເຂດຫຼັກ 5 ຈອມມະນີ, ນະຄອນຫຼວງວຽງຈັນ. ພວກກ່ຽວ

ສາມາດລັກເອົາລົດວິໂກ ສີປອນປ້າຍທະບຽນ ກຳແພງນະຄອນ ກຍ 7370 ໄປໄດ້. ແຕ່ເຈົ້າຂອງຮູ້ທັນຈິ່ງໄດ້ແຈ້ງເຈົ້າໜ້າທີ່ ແລະ ອອກໄລ່ຕາມ.



ຈົນສາມາດນຳຈັບໄດ້ ທີ່ເຂດບ້ານຫົວຊຽງ, ນະຄອນຫຼວງວຽງຈັນ. ເຊິ່ງສາມາດຈັບໄດ້ແຕ່ຄົນດຽວ ສ່ວນອີກສອງຄົນ ແມ່ນລົບໜີ ແລະ ເຈົ້າໜ້າທີ່ແມ່ນກຳລັງຕິດຕາມນຳຈັບບຸກຄົນທັງສອງ ພ້ອມຈະສືບຫາ ຄົນທີ່ຢູ່ເບື້ອງຫຼັງມາດຳເນີນຄະດີຕາມກົດໝາຍ.

ຈາກການສືບສວນເບື່ອງຕົ້ນ ໃຫ້ຮູ້ວ່າ ແກ໊ງພວກນີ້ ໄດ້ລັກລົດໄປແລ້ວ 7 ຄັນ. ຫາກທ່ານໃດລົດເສຍກໍ່ໄປພົວພັນ ກັບ ປກສ ເມືອງໄຊທານີຕື່ມ.



ຊົມເຊີຍທຸກຄົນ ທີ່ຈັບພວກຄົນບໍ່ດີນີ້ມາລົງໂທດຕາມກົດໝາຍບ້ານເມືອງ. ພິເສດຕ້ອງຊົມເຊີຍ ເຈົ້າຂອງລົດ ແລະ ພີ່ນ້ອງຂອງເພິ່ນ ທີ່ຕາມຈັບໂຈນດ້ວຍ ຄວາມກ້າ ພາຍຫຼັງໄລ່ໂຈນ ຈົນມູນ ແລ້ວ ກໍ່ຈັບໂຈນ ແລະ ຮຽກເຈົ້າໜ້າທີ່ ຈັບຜູ້ກ່ຽວໄປດຳເນີນຄະດີຕາມກົດໝາຍຂອງບ້ານເມືອງ.


0 Comments