ເມື່ອເວົ້າເຖິງສື່ໂຊຊ້ຽວແລ້ວ ອັນດັບໜຶ່ງທີ່ທຸກຄົນຕ້ອງນຶກເຖິງ ແລະເອີຍຊື່ ຈະແມ່ນເຟຊບຸກເປັນອັນດັບຕົ້ນໆ ແຕ່ແມ່ນວ່າເຮົາຈະເປັນຄົນທີ່ໃຊ້ເຟຊບຸກເປັນເວລາເຫິງນານ ແຕ່ກໍ່ອາດຈະມີຟີເຈີລັບບາງອັນທີທ່່ານຍັງບໍ່ທັນຮູ້ ຫລືບໍ່ເຄີຍລອງໃຊ້ເລີຍ ມື້ນີ້ແອັດເອງຈະລວບລວມຟີເຈີເຫຼົ່ານັ້ນມາໃຫ້ທ່ານໄດ້ສຶກສາ ແລະເອົາໄປນຳໃຊ້
1. ອິນບລ໊ອກລັບ!
ໂດຍປົກກະຕິທົ່ວໄປແລ້ວ ເຮົາຈະກວດເບີ່ງສະເພາະຂໍ້ຄວາມທີ່ມາຈາກເພື່ອນໃນເຟຊບຸກຂອງເຮົາ ທີ່ນັບເປັນເພື່ອນແລ້ວ ແຕ່ຮູ້ຫລືບໍ ວ່າທີ່ແທ້ແລ້ວ Inbox ໃນເຟຊບຸກນັ້ນ ບໍ່ໄດ້ມີພຽງແຕ່ອິນບລ໊ອກທີ່ເອົາໄວ້ຮັບສົ່ງຂໍ້ຄວາມຈາກຄົນທີ່ເປັນເພື່ອນແລ້ວເທົ່ານັ້ນ ແຕ່ຍັງມີ Inbox ອີກອັນໜຶ່ງ ທີ່ເປັນອິນບລ໊ອກຂໍ້ຄວາມຈາກຄົນທີ່ຍັງບໍ່ທັນໄດ້ເປັນເພື່ອນກັບເຮົາໃນເຟຊບຸກດ້ວຍ ເຊິ່ງເຮົາເອີ້ນວ່າ Secret Message Inbox ສາມາດເຂົ້າໄປກວດເບີ່ງໄດ້ທີ່ໜ້າ Inbox ລວມ ໂດຍເລືອກຮູບແຂ້ວເຟືອງ ແລ້ວກົດເລືອກ Message Requests
2. ຄົ້ນຫາວ່າໃຜມາໃຊ້ບັນຊີເຟຊບຸກ (Account) ເຮົາ
ສຳລັບຄົນທີ່ໃຊ້ຄອມຕາມຮ້ານເກມ, ຕາມສາທາລະນະ ຫລືຢືມຄອມໝູ່, ເພື່ອນ, ພໍ່-ແມ່, ພີ່ນ້ອງ ໃຊ້ແລ້ວລືມ Logout!! ແລ້ວຍັງດັນໄປກົດໃຫ້ຈົດຈຳລະຫັດຜ່ານ (password) ອີກ. ແລ້ວເຮົາຈະຮູ້ໄດ້ແນວໃດ໋ ວ່າມີໃຜແດ່ເຂົ້າມາໃຊ້ເຟຊບຸກຂອງເຮົາ? ເລື່ອງນີ້ບໍ່ຢາກເລີຍ ຟີເຈີຕໍ່ໄປນີ້ຊ່ວຍທ່ານໄດ້ ເພາະເປັນຟີເຈີທີ່ບອກວ່າ Account ຂອງທ່ານນັ້ນຖືກ Login ໄປທີ່ໃດແດ່. ວິທີຄື ເຂົ້າໄປທີ່ Setting > Security and Login ພຽງເທົ່ານີ້ ເຮົາກໍ່ສາມາດກວດເຊັກ ແລະ ຮູ້ໄດ້ແລ້ວວ່າ Account ຂອງເຮົາລ໋ອກອິນທີ່ໃດ ແລະຖືກໃຊ້ງານເທິງອຸປະກອນໃດແດ່
3. ການສ້າງ Blog ຂອງທ່ານເອງ
ການໂພສ໌ໃນແບບທຳມະດາ ບາງທີ່ອາດຈະເຮັດໃຫ້ທ່ານຕ້ອງເບື່ອ ແລະຢາກຈະມາໃຊ້ເຄື່ອງມືແບບເລົ່າເລື່ອງ ຫລື ອັບເດດສະຖານະຂອງທ່ານ ແອັດມິນຂໍແນະນຳຟິເຈີ Notes ຈະສາມາດຂຽນເລົ່າເລື່ອງຕ່າງໆ ພ້ອມກັບຮູບພາບໄດ້ຢ່າງຈຸໄຈ ແຖມຍັງສາມາດອັບຮູບ cover ຂອງໂນດເລື່ອງນັ້ນໆໄດ້ ຄືກັນກັບວ່າທ່ານມີ Blog ເປັນຂອງຕົວເອງ ວິທີການສ້າງກໍ່ງ່າຍໆ ສາມາດເຂົ້າໄປທົດລອງໄດ້ facebook.com/notes
4. ຢາກຮູ້ວ່າໃຊ້ເຟຊ໌ບຸກເຮັດກິດຈະກຳຫຍັງໄປແດ່ (your facebook information)
ຫຼາຍໆທ່ານຄົງຈະຢາກຮູ້ ວ່າຕັ້ງແຕ່ສະໝັກໃຊ້ເຟຊບຸກມາ ເຮົາໃຊ້ເຟຊບຸກເຮັດຫຍັງໄປແດ່? ບອກໄດ້ເລີຍວ່າມີຟີເຈີທີ່ຊ່ວຍທ່ານໄດ້ ຟີເຈີນີ້ບໍ່ພຽງແຕ່ບັນທຶກກິດຈະກຳການໃຊ້ງານໃຫ້ເບີ່ງເທົ່ານັ້ນ ແຕ່ຍັງສາມາດກວດເບີ່ງສະຖານະເຄີຍອັບ, ຮູບພາບ ໄປຈົນເຖິງທຸກສິ່ງທຸກຢ່າງທີ່ທ່ານໄດ້ແຊຣ໌ຜ່ານບັນຊີຂອງທ່ານ. ວິທີການເຂົ້າໄປກວດເບີ່ງແມ່ນງ່າຍໆທີ່ສຸດ ພຽງເຂົ້າໄປທີ່ Setting > Your Facebook Information > Download Your Information ແລ້ວກໍ່ເລືອກໄດ້ເລີຍວ່າຍາກຈະກວດເບີ່ງຂໍ້ມູນອັນໃດ...
5. ຖ້າເປັນຫຍັງໄປ? ໃຜຈະເບີ່ງແຍງເຟຊບຸກຂອງເຮົາ
ຄວາມຕາຍເປັນສິ່ງທີ່ທຸກຄົນຫຼີກລ້ຽງບໍ່ໄດ້ ແລະເຟຊບຸກກໍ່ຄຳນຶງເຖິງເລື່ອງນີ້ ເລີຍມີການໃສ່ຟີເຈີເຂົ້າມາໃຫມ່ຊຶ່ງໜ້ອຍຄົນທີ່ຈະຮູ້ ນັ້ນກໍ່ຄືຟີເຈີທີ່ໃຫ້ເຮົາເລືອກເພື່ອນຈາກບັນຊີລາຍຊື່ເພື່ອນໃນເຟຊບຸກ ເພື່ອແຕ່ງຕັ້ງໃຫ້ເປັນຜູ້ດູແລເຟຊບຸກຂອງເຮົາຕໍ່ໃນວັນທີ່ເຮົາຈາກໄປ. ເຂົ້າໄປທີ່ Setting > General > Manage Account ເລື່ອນກົດຫົວຂໍ້ Your Legacy Contact ຈະມີຊ່ອງໃຫ້ເຮົາເພີ່ມເພື່ອນ add friend ເຂົ້າໄປເພື່ອເປັນຜູ້ດູແລບັນຊີຂອງເຮົາຕໍ່ໄປ...
6. ສ້າງຄວາມປອດໄພໃຫ້ກັບບັນຊີ (Account) ຂອງທ່ານໃຫ້ຫຼາຍຂຶ້ນ
ບາງຄັ້ງການໃສ່ລະຫັດພຽງສອງສາມລະຫັດອາດຈະບໍ່ພຽງພໍ ລະຫັດເຫລົ່ານັ້ນກັບກາຍເປັນອຸປະສັກຕໍ່ການເຂົ້າສູ່ລະບົບຂອງທ່ານ ເພາະວ່າທ່ານຈື່ບໍ່ໄດ້! ເຮົາມີຟີເຈີໃໝ່ເພື່ອຊ່ວຍໃຫ້ບັນຊີຂອງທ່ານປອດໄພກວ່າເກົ່າ ແລະຍັງໃຫ້ທ່ານມີທາງເລືອກໃນການເຂົ້າສູ່ລະບົບຫຼາຍຂຶ້ນ. ພຽງແຕ່ກົດທີ່ Settings > Security ແລະ Login > Login ແລະເລືອກວິທີທີ່ທ່ານຕ້ອງການເຂົ້າສູ່ລະບົບ ຫລື ເຂົ້າໄປທີ່ Settings > Security ແລະ Login > Setting Up Extra Security ເພື່ອຕັ້ງຄ່າເຟສບຸກໃຫ້ມີການແຈ້ງເຕືອນທ່ານທັນທີ ທີ່ມີການເຂົ້າສູ່ລະບົບທີ່ໜ້າສົງໄສ.
7. ຕັ້ງຄ່າການຈັດລຳດັບຄວາມສຳຄັນຂອງຟີດຂ່າວ ທີ່ຈະສະແດງເທິງໜ້າໂຮມ
ທ່ານເຄີຍເບື່ອກັບຟີດຂ່າວທີ່ຮົກເຮືອ ມີແຕ່ຟີດຂ່າວທີ່ບໍ່ມີຄວາມສົນໄຈເຕັມໃນໜ້າໂຮມໄປໝົດບໍ? ຫາກທ່ານກຳລັງເຊັງກັບບັນຫາເຫຼົ່ານີ້ ມື້ນີ້ແອັດມີຟີເຈີມາໄວ້ຊ່ວຍແກ້ປັນຫານີ້ໂດຍສະເພາະ ຟີເຈີນິ້ຈະໃຫ້ເຮົາຕັ້ງຄ່າເອງເລີຍວ່າຟີດແບບໃດທີ່ທ່ານສົນໄຈ ແລະຢາກເຫັນກ່ອນ ໂດຍກົດເຂົ້າໄປໜ້າໂຮມ ດ້ານຊ້າຍມືແລ້ວເລືອກທີ່ສັນຍາລັກຈຸດສາມຈຸດທາງຫຼັງ News Feed ແລ້ວກົດເລືອກ Edit Preferences
8. ຢາກຈະເອົາບົດຄວາມດີໆ ທີ່ເປັນສະເຕຕັດໄປອ້າງອີງຕໍ່
ໃນບາງຄັ້ງທີ່ເຮົາເຫັນສະເຕຕັດດີໆຂອງໝູ່ເພື່ອນ ແລະຢາກຈະເອົາມາໃຊ້ອ້າງອີງຕໍ່ໃນເວັບໄຊ ຫລື ສື່ອື່ນໆ ແຕ່ກໍ່ບໍ່ຢາກຈະກັອບເອົາໄປແບບເສຍມາລະຍາດ. ສະນັ້ນ, ທ່ານສາມາດໃຊ້ວີທີ Embed ສະເຕຕັດນັ້ນໆ ເພື່ອນຳເອົາມາໃຊ້ອ້າງອີງຕໍ່ໄດ້ ໂດຍເລືອກທີ່ສັນຍາລັກສາມຂີດຂອງໂພສ໌ນັ້ນ ແລ້ວເລືອກ Embed
9. ຊຳລະ ຫລື ຈ່າຍເງິນຜ່ານເຟຊບຸກ
ເປັນການສະດວກສະບາຍທີ່ເຟຊບຸກ ໃສ່ເຂົ້າມາໃຫ້ຜູ້ໃຊ້ຈ່າຍເຊັ່ນ: ຟີເຈີ payments ກໍ່ຄືການເຮັດທຸລະກຳທາງການເງິນນັ້ນເອງ ຟີເຈີນີ້ແມ່ນຊ່ວຍໃຫ້ທ່ານສາມາດເຊື່ອມຕໍ່ບັດເຄຣດິດ ເພື່ອຊຳລະເງິນຜ່ານທາງເຟຊບຸກໄດ້ຢ່າງສະດວກສະບາຍ. ວິທີການເຂົ້າໄປທີ່ Setting > Payments ຫາກຕ້ອງການເຊື່ອມບັດເຄຣດິດໃຫ້ເລືອກທີ່ Account Settings
10. ເບີ່ງ LIVE ສົດໄດ້ທົ່ວໂລກ!!
ເປັນຟີເຈີທີ່ເປີດໂລກໃຫ້ກັບຄົນທີ່ຢູ່ວ່າງໆ ພຽງແຕ່ທ່ານພິມຄຳວ່າ Live map ລົງໄປໃນຊ່ອງຄົ້ນຫາແລ້ວເລືອກ Live Video ເຟຊບຸກກໍ່ຈະພາເຮົາໄປຍັງໜ້າແຜນທີ່ໂລກທີ່ທ່ານສາມາດຈິ້ມຈຸດສີຟ້າ ເພື່ອເບີ່ງວ່າຄົນທີ່ໃຊ້ເຟຊບຸກໃນປະເທດນັ້ນໆ ກຳລັງໄລ້ສົດຫຍັງກັນຢູ່ ຈຸດເດັ່ນກໍ່ຄືທ່ານສາມາດກົດເຂົ້າໄປເພື່ອເບີ່ງໄລ້ສົດໄດ້ຈາກທົ່ວໂລກ!
ທີ່ມາ: facebook.teenee.com
0 Comments