ສູດປ້ອງກັນພະຍາດໃຫ້ສັດລ້ຽງ ເຮັດໃຫ້ສຸຂະພາບສັດລ້ຽງແຂງແຮງ ສົມບູນ ສ່ວນປະສົມມີດັ່ງນີ້:
- ເຄືອເຂົາຮໍ 1 ກິໂລກຼາມ
- ຫົວສີໄຄ ເຄິ່ງກິໂລ
- ໝາກແຄ້ງຂົມ 1 ກຳຕາຊິງ
- ນ້ຳຕານຊາຍແດງ 3 ບ່ວງແກງ
- ນ້ຳທຳມະດາ 20 ລິດ
ໝັກທຸກຢ່າງລວມກັນໃນນ້ຳ 20 ລິດ ກ່ອນໝັກ ຈະຕ້ອງໄດ້ທຸບໃຫ້ແຕກ, ຕັດເປັນທ່ອນໃຫ້ສັ້ນ, ໝັກປະໄວ້ 7 ມື້ 7 ຄືນ ແລ້ວສາມາດນຳຢາສະໝຸນໄພດັ່ງກ່າວ ໄປໃຫ້ສັດລ້ຽງກິນໄດ້ເລີຍ.
ແບ່ງອັດຕາສ່ວນໃຫ້ສັດກິນ
- ງົວ, ຄວາຍ : ໂຕໃຫຍ່ໃຫ້ກິນໂຕລະຂວດໄວຕາມິວ, ກິນອາທິດລະຄັ້ງ ຖ້າໂຕນ້ອຍຕ້ອງໃຫ້ຫຼຸດນ້ຳຢາລົງ.
- ໝູ, ໜາ, ເປັດ, ໄກ່ : ປະສົມກັບຮໍາ ເວລາເກືອມື້ລະ 3 ບ່ວງແກງ
-------------------------------------
👉 ຫາກບົດຄວາມນີ້ມີປະໂຫຍດ ຢ່່າລືມກົດແຊຣ໌ໃຫ້ເພື່ອນໆຂອງທ່ານໄດ້ອ່ານດ້ວຍ 🙌💖🙆
👇 👇 👇 👇 👇
0 Comments