ທ່ານ ວຽງທອງ ພິມມະສອນ ຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະການຄ້າ ແຂວງຄຳມ່ວນ ໄດ້ລາຍງານໃຫ້ຮູ້ວ່າ: ໃນເວລາ 09:00 ໂມງ ຂອງວັນທີ 07 ກໍລະກົດ 2020 ມີພົນລະເມືອງດີຄົນໜຶ່ງໄດ້ແຈ້ງຕໍ່ເຈົ້າໜ້າທີ່ວ່າ ມີການລັກລອບນຳເຂົ້າສິນຄ້າປະເພດເຄື່ອງໃນສັດ ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ຊຸກເຊື່ອງມານຳລົດ.
ດັ່ງນັ້ນ, ທາງເຈົ້າໜ້າທີ່ກໍ່ໄດ້ຮີບຮ້ອນອອກເຄື່ອນໄຫວ ຕິດຕາມ ແລະສະແດງຕົວກວດຄົ້ນລົດໝາຍເລກທະບຽນຕາມການແຈ້ງຂອງພົນລະເມືອງດີ, ເມື່ອກວດກາລົດຄັນດັ່ງກ່າວກໍ່ໄດ້ພົບເຫັນສິນຄາ້ປະເພດເຄື່ອງໃນງົວ-ຄວາຍ ແລະ ຕັບໝູ ທີ່ຊຸກເຊືອງຢູ່ໃຕ້ພື້ນລົດ ເຊິ່ງໄດ້ບັນຈຸໃສ່ແກັດຈຳນວນທັງໝົດ 22 ແກັດ, ນ້ຳໜັກ 1.870 ກິໂລກຼາມ ລວມມູນຄ່າກວ່າ 28 ລ້ານກີບ
ອີງຕາມການກວດກາຂອງເຈົ້າໜ້າທີ່ວິຊາສະເພາະຄັ້ງນີ້ ເຫັນວ່າສິນຄ້າປະເພດດັ່ງກ່າວ ມີການໃສ່ສານເຈືອປົນເປັນຈຳນວນຫຼາຍ. ຈຶ່ງກໍ່ໄດ້ຍຶດໄວ້ ແລະພ້ອມນຳເອົາສິນຄ້າດັ່ງກ່າວໄປທຳລາຍຖິ້ມ.
ໃນວັນທີ 8 ກໍລະກົດ 2020 ທາງເຈົ້າໜ້າທທີ່ກໍ່ໄດ້ນຳເອົາສິຄ້າດັ່ງກ່າວນັ້ນນຳມາທຳລາຍຖິ້ມ ທີ່ສະຖານທີ່ຖິ້ມຂີ້ເຫຍື້ອບ້ານນາ ບວນ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍມີການເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງຫຼາຍຂະແໜງການ.
-----------------------------------------------------------
ທຸກໆທ່ານສາມາດສົ່ງຂ່າວ ຫລືບົດຄວາມຂອງຕົນເອງມາໄດ້ ໂດຍສົ່ງຜ່ານທາງອີເມວ
ແລ້ວທາງແອັດມິນຈະນຳໄປອັບເດດຂຶ້ນໃຫ້ທຸກຄົນໄດ້ອ່ານ..
Email: vanhsouphaphone017@gmail.com
0 Comments