ຄົນຮ້າຍໃຊ້ປືນຍິງຊາວຈີນ 3 ຄົນທີ່ຄາຊີໂນແຂວງບໍ່ແກ້ວ ໄດ້ເງິນຈຳນວນຫຼາຍລ້ານຢວນ



ເມື່ອວັນທີ 8 ກໍລະກົດ 2020 ເກີດເຫດປຸ້ນເງິນທີ່ຄາຊິໂນໂຄງການຄິງໂຣມັນ ເຂດເສດຖະກິດພິເສດສາມຫ່ຽມທອງຄຳ ເມືອງຕົ້ນຜິ້ງ ແຂວງບໍ່ແກ້ວ. ມີເຫດການຂັບລົດໄລ່ຍິງກັນ ໄປຈົນຮອດບ້ານນ້ຳເກິງໃໝ່ ເມືອງຕົ້ນຜິ້ງ ແຂວງບໍ່ແກ້ວ ຈົນເຮັດໃຫ້ມີຜູ່ເສຍຊີວິດ 3 ລາຍ, ມີຜູ່ຖືກຈັບກຸມ 1 ຄົນ

ກ່ອນໜ້ານີ້ ເພຈຊຸມຊົນຄົນເມືອງຕົ້ນຜິ້ງ ຊຶ່ງເປັນເພຈຂ່າວທ້ອງຖິ່ນແຂວງບໍ່ແກ້ວ ໄດ້ໂພສຂໍ້ຄວາມວ່າ "ຄາຊິໂນມີເງິນຫຼາຍ ເກີດເຫດຄົນຮ້າຍໄລ່ຍິງກັນໄປຈົນເຖິງບ້ານນ້ຳເກິງໃໝ່ ເມືອງຕົ້ນຜິ້ງ ແຂວງບໍ່ແກ້ວ ມີທັງຄົນເຈັບແລະຄົນຕາຍ" ພ້ອມດ້ວຍພາບລົດຮອນດ້າຊີອາຣ໌ວີ ໝາຍເລກທະບຽນພາສາຈີນ A2FH96 ທີ່ຖືກຍິງຈົນມຸ່ນ ພາບສົບຄົນທີ່ເສຍຊີວິດ 3 ສົບ ແລະພາບເງິນຢວນໃບ 100 ຢວນຫຼາຍລ້ານຢວນ


ແລະຍັງມີລາຍງານວ່າ ເຫດການດັ່ງກ່າວເກີດຂື້ນຈາກຄາຊິໂນໃນໂຄງການຄິງໂຣມັນ ກ່ອນຈະມີການໄລ່ຍິງກັນໄປຕາມຖະໜົນໄປຈົນຮອດບ້ານນ້ຳເກິງໃໝ່ ເມືອງຕົ້ນຜິ້ງ ມີເງິນສົດສະກຸນເງິນຢວນໃນທີ່ເກີດເຫດຄິດເປັນເງິນລາວປະມານ 1,154,679,030 ກີບ, ປືນ 01 ກະບອກ

ຕໍ່ມາມີລາຍງານຈາກຄາຊິໂນວ່າ ຜູ້ທີ່ຖືກຍິງເສຍຊີວິດເປັນຊາຍ 3 ຄົນ ເປັນຄົນຈີນທັງໝົດຂະນະຢູ່ໃນຫ້ອງພັກ ແລະມືປືນກໍ່ເປັນຄົນຈີນ ພາຍຫຼັງກໍ່ເຫດໄດ້ສຳເລັດ ກໍ່ໄດ້ປຸ້ນເອົາເງິນຂຶ້ນລົດຮອນດ້າສີຂາວ ຂັບຫຼົບໜີໄປ ໂດຍເຈົ້າໜ້າທີ່ຕຳຫຼວດກໍ່ໄດ້ໄລ່ລ່າຕິດຕາມຈົນສາມາດຈັບກຸມໄດ້ທີ່ບ້ານນ້ຳເກິງໃໝ່ ຫ່າງຈາກຄາຊິໂນໄປປະມານ 15 ກິໂລແມັດ. ສັນນິຖານວ່າສາເຫດໜ້າຈະມາຈາກການຫຼິ້ນການພະນັນໃນຄາຊິໂນ. ສ່ວນມືປືນໄດ້ຮັບບາດ ແລະຖືກເຈົ້າໜ້າທີ່ຕຳຫຼວດແຂວງບໍ່ແກ້ວຈັບກຸມ ແລະນຳໄປສອບສວນເພີ່ມຕື່ມ

ສຳລັບເຫດການດັ່ງກ່າວແມ່ນເກີດຂຶ້ນໃນຊ່ວງທີ່ມີການປັບປຸງ ແລະເຂັ້ມງວດຫ້າມພະນັກງານຂອງລັດ ໂດຍສະເພາະຂ້າລາຊະການ ເຂົ້າໄປຫຼິ້ນການພະນັນໃນຄາຊິໂນ ເພາະອາດຈະເກີດຄວາມຮຸນແຮງ...

ຂໍ້ມູນ: siamrath.co.th


0 Comments