3G ແມ່ນຫຍັງ?



3G ຫລື Third Generation  ເປັນເທັກໂນໂລຢີການສື່ສານໃນຍຸກທີ 3 ໃນ ອຸປະກອນສື່ສານຍຸກທີ ມັນແມ່ນການຜະສົມຜະສານ, ການນຳສະເໜີຂໍ້ມູນຂ່າວສານ ແລະເຕັກໂນໂລຢີໃນປະຈຸບັນເຂົ້າດ້ວຍກັນເຊັ່ນ: PDAໂທລະສັບມືຖື Walkman, ກ້ອງຖ່າຍຮູບ ແລະ ອິນເຕີເນັດ.

      3G ແມ່ນເຕັກໂນໂລຢີທີ່ພັດທະນາຕັ້ງແຕ່ຍຸກທີ ແລະ 2.5 ເຊິ່ງເປັນຍຸກທີ່ມີການບໍລິການລະບົບສຽງ ແລະສົ່ງຂໍ້ມູນໃນເບື້ອງຕົ້ນ. ຍັງມີຂໍ້ຈຳກັດຫລາຍຢ່າງ ການພັດທະນາຂອງ 3G ໄດ້ເຮັດໃຫ້ການນຳໃຊ້ການບໍລິການມັນຕິມີເດຍ ແລະການສົ່ງຂໍ້ມູນໃນລະບົບໄຮ້ສາຍດ້ວຍຄວາມໄວສູງຂື້ນ.

        ຄຸນລັກສະນະຂອງ 3G ເມື່ອປຽບທຽບເທັກໂນໂລຢີຂອງ 2G ກັບ 3G , 3G ມີຫຼາຍຊ່ອງສັນຍານຄວາມຖີ່ ແລະຄວາມຈຸໃນການຮັບໂອນຂໍ້ມູນທີ່ຫຼາຍກວ່າ. ສົ່ງຜົນໃຫ້ເກີດປະສິດທິພາບຂອງການໂອນຍ້າຍຂໍ້ມູນ ລວມທັງການປັບປຸງການບໍລິການດ້ານສຽງດີຂຶ້ນ ພ້ອມທັງສາມາດໃຊ້ງານການບໍລິການດ້ານມັນຕິມີເດຍທີ່ຄົບຖ້ວນ ແລະສົມບູນແບບຂຶ້ນ

      ເຊັ່ນ: ການບໍລິການແຟັກ , ການໂທໄປຕ່າງປະເທດ , ການສົ່ງຂໍ້ຄວາມ - ຂ່າວສານຂະໜາດ ໃຫຍ່ການປະຊຸມທາງໄກໂດຍຜ່ານທາງວິດີໂອ, ການດາວໂຫລດເພງການເບິ່ງຮູບເງົາສັ້ນ ແລະເທັກໂນໂລຍີອື່ນໆ


        ລະບົບ 3G (UMTS) ແມ່ນການນຳເອົາຂໍ້ດີຂອງລະບົບ CDMA ມາປັບໃຊ້ກັບ GSM ທີ່ເອີ້ນວ່າ W-CDMA ເຊິ່ງພັດທະນາໂດຍບໍລິສັດຂອງຍີ່ປຸ່ນ NTT DoCoMoສຳລັບປະເທດລາວ, ລະບົບ 3G ແມ່ນເຕັກໂນໂລຢີ HSPA ເຊິ່ງສາມາດແບ່ງອອກເປັນ HSDPA, HSUPA ແລະ HSPA +.


HSDPA ສາມາດສົ່ງຂໍ້ມູນໄດ້ສູງສຸດ ດາວໂຫລດ 14,4 Mbps / ອັບໂຫລດ 384 Kbps. ( ປະຈຸບັນ, ຜູ້ໃຫ້ບໍລິການທົ່ວໂລກຍັງໃຫ້ບໍລິການດາວໂຫລດ 7.2Mbps ເທົ່ານັ້ນ.)
HSUPA ແມ່ນຄືກັນກັບ HSDPA ທັງໝົດ, ແຕ່ວ່າການອັບໂຫລດຂໍ້ມູນແມ່ນມີຄວາມໄວສູງສຸດ. 5.76 Mbps
HSPA + ການດາວໂຫລດ ຂໍ້ມູນຈະເປັນ 42 Mbps / ອັບໂຫລດ 22 Mbps.

3G ມີຄວາມໜ້າສົນໃຈແນວໃດ?

      ເນື່ອງຈາກ 3G ສາມາດຮັບສົ່ງຂໍ້ມູນໃນຄວາມໄວສູງ ເຮັດໃຫ້ການຕິດຕໍ່ສື່ສານໄດ້ໄວກວ່າ ແລະມີຮູບແບບໃໝ່ໆຫລາຍຍິ່ງຂື້ນ ນອກຈາກນັ້ນ, ອຸປະກອນສື່ສານໄຮ້ສາຍໃນລະບົບ 3G ຍັງສາມາດໃຫ້ບໍລິການລະບົບສຽງ ແລະ ການນຳໃຊ້ແອັບຮູບແບບໃໝ່ນຳອີກ.

      ເຊັ່ນ: ການສະແດງພາບສີ , ເຄື່ອງຫຼີ້ນ mp3, ເຄື່ອງຫຼີ້ນວີດີໂອ. ດາວໂຫລດເກມ , ສະແດງກາບຟິກ ແລະສະແດງແຜນທີ່ ເຮັດໃຫ້ການສື່ສານມີການໂຕ້ຕອບກັນ ສ້າງຄວາມສົມຈິງຫຼາຍຍິ່ງຂຶ້ນ

      3G ເຮັດໃຫ້ຊີວິດປະຈຳວັນມີຄວາມສະດວກ ແລະວ່ອງໄວ, ມີໂທລະສັບມືຖືປຽບເໝືອນຄອມພິວເຕີແບບພົກພາ , ວິທະຍຸສ່ວນຕົວ ແລະຜູ້ໃຊ້ສາມາດກວດສອບຂໍ້ມູນບັນຊີສ່ວນຕົວຂອງຕົນເພື່ອໃຊ້ບໍລິການຕ່າງໆ. ຍົກຕົວຢ່າງ,  ການແກ້ໄຂຂໍ້ມູນສ່ວນຕົວ ແລະການໃຊ້ບໍລິການຂໍ້ມູນຕ່າງໆ ລວມທັງການຕິດຕາມຂ່າວເກາະຕິດສະຖານະການຂ່າວບັນເທີງຂໍ້ມູນທາງການເງິນຂໍ້ມູນການທ່ອງທ່ຽວ ແລະຕາຕະລາງການນັດໝາຍສ່ວນຕົວ "Always On".

      ຄຸນລັກສະນະຕົ້ນຕໍຂອງ 3G ແມ່ນ?

      ແມ່ນເຊື່ອມຕໍ່ກັບລະບົບເຄືອຂ່າຍຂອງ 3G ຕະຫຼອດເວລາເມື່ອເຮົາເປີດໂທລະສັບ (Always On, ນັ້ນແມ່ນບໍ່ຈຳເປັນຕ້ອງເຊື່ອມຕໍ່ໂທລະສັບກັບເຄືອຂ່າຍ ແລະ ເຂົ້າສູ່ລະບົບທຸກໆຄັ້ງເພື່ອໃຊ້ບໍລິການຮັບ-ສົ່ງຂໍ້ມູນ

     ເຊິ່ງການເສີຍຄ່າບໍລິການນີ້ ຈະເກີດຂື້ນເມື່ອຂໍ້ມູນຖືກນຳໃຊ້ຜ່ານເຄືອຂ່າຍເທົ່ານັ້ນ ເຊິ່ງຈະແຕກຕ່າງຈາກລະບົບທົ່ວໄປ ຈະຖືກຄິດຄ່າບໍລິການຕັ້ງແຕ່ເຮົາໄດ້ລ໊ອກອິນເຂົ້າສູ່ລະບົບເຄືອຂ່າຍ ອຸປະກອນສື່ສານໄຮ້ສາຍ 3G ສຳລັບ 3G. ອຸປະກອນສື່ສານບໍ່ພຽງແຕ່ຈຳກັດພຽງແຕ່ໂທລະສັບເທົ່ານັ້ນ. ແຕ່ມັນຍັງປະກົດໃນຮູບແບບຂອງອຸປະກອນສື່ສານອື່ນໆເຊັ່ນ: Palmtop, Personal Digital Assistant (PDA), ແລັບທັອບ ແລະ ຄອມພິວເຕີ້.

ທາງເລືອກໃນການໃຊ້ບໍລິການ 3G ແມ່ນມີຄ່າບໍລິການສູງຫຼາຍ. ກະລຸນາສອບຖາມໂປຼໂມຊັນຈາກຜູ້ໃຫ້ບໍລິການອີກຕື່ມ.





0 Comments