ພາບດາວອັງຄານຄວາມລະອຽດ 4K ເຜີຍກ່ອນນາຊ່າສົ່ງຍານໄປດາວແດງ


ພາບຄວາມລະອຽດສູງ 4K ດາວອັງຄານ ເຜີຍການນາຊ່າສົ່ງຍານໄປດາວແດງ.

ເວັບໄຊ ມິນເຣີ ລາຍງານວ່າ ຍານສຳຫຼວດພື້ນດິນຂອງດາວອັງຄານຂອງອົງການ NASA ອົງການການບິນ ແລະອະວະກາດສາກົນ ໄດ້ເຜີຍວິດີໂອຄລິບທີ່ໜ້າປະຫຼາດໄຈນີ້ ທີ່ຖືກສ້າງເປັນສາລະຄະດີເອລເດີ ຟອກຊ໌ ທີ່ໃຊ້ພາບຖ່າຍຈາກຍານສຳຫຼວດພື້ນດິນດາວອັງຄານ 3 ລຳ ໄດ້ແກ່ ສະປິຣິທ, ຄິວຣິອອສ ຊິຕິ ແລະ ອັອບພໍຈູນິຕີ (Spirit, Curiosity and Opportunity)

ຜູ້ບັນລະຍາຍສາລະຄະດີໄດ້ອະທິບາຍວ່າ ນີ້ເປັນຄັ້ງທຳອິດທີ່ພາບມີຄວາມລະອຽດຊັດເຈນລະດັບ 4K ສະແດງໃຫ້ເຫັນລາຍລະອຽດຂອງສະຖານທີ່ຕ່າງໆ ອັນຕຶ່ນຕາຕຶ່ນໄຈ ທັງ Cape Verde. Santa Maria Crater, Byrne Cliff ແລະທາງເຂົ້າ Marathon Valley


ພາບທີ່ມະຫັດສະຈັນດັ່ງກ່າວ ແມ່ນຄ້າຍຄືຮູບແກະສະຫຼັກທີ່ໃຫຍ່ທີ່ສຸດ ທີ່ນຳມາຕໍ່ເຂົ້າກັນໂດຍໃຊ້ພາບທີ່ຖ່າຍໂດຍຍານສຳຫຼວດພື້ນດິນດາວອັງຄານ ຣິອັອດຊິຕິ ຫຼາຍກວ່າ 1,000 ພາບ

ຜູ້ບັນລະຍາຍໄດ້ກ່າວວ່າ ຍານສຳຫຼວດພື້ນທີ່ທີ່ເອີ້ນວ່າ: "ເກລນ ທໍຣິດອນ" Glen Torridon ຊຶ່ງຕາມຫຼັກທິດສະດີແລ້ວ ຖືໄດ້ວ່າເປັນພື້ນທີ່ ທີ່ມີພູເຂົາຕົມຂະໜາດໃຫຍ່ຈຳນວນຫຼາຍ

ຕົມທີ່ຢູ່ເທິງດາວອັງຄານ ເຮັດໃຫ້ພວກເຮົາຮູ້ວ່າ ໃນອະດີດເຄີຍມີນໍ້າຢູ່ ຊຶ່ງສອດຄ່ອງກັບຫຼັກຖານທີ່ຍານສຳຫຼວດພື້ນດິນດາວອັງຄານຫຼາຍໆລຳ ທີ່ຫາກວດພົບໃນປີນີ້ ວ່າຄັ້ງນັ້ນເຄີຍເປັນດາວທີ່ມີນໍ້ຳ

ພາບຈາກ NASA

ຄລິບວິດີໂອນີ້ ໄດ້ເຜີຍແຜ່ສູ່ສາຍຕາຊາວໂລກເມື່ອບໍ່ນານມານີ້ ກ່ອນທີ່ນາຊາຈະເປີດຕົວຍານສຳຫຼວດພື້ນດິນດາວອັງຄານລຳໃໝ່ ທີ່ມີຊື່ວ່າ Perseverance

ເພີຊີວິແຣນຊ໌ ຈະອອກເດີນທາງໄປຍັງດາວອັງຄານ ເຊິ່ງຫ່າງຈາກໂລກ 54 ລ້ານກິໂລແມັດ ໃນວັນທີ 30 ກໍລະກົດ ນີ້, ເວລາ 07:50 ນາທີ ຕາມເວລາທ້ອງຖິ່ນໃນຫະລັດອາເມຣິກາ

Meet Perseverance. The new name has been assigned to NASA's Mars 2020 rover. (NASA)

ການປ່ອຍຍານອອກຈາກກຳໜົດ ໃຫ້ທະຍານຈາກຖານທີ່ຈຳສູນອາວະກາດເຄນເນດີ ໄປກັບຈະຫຼວດອະໄລແອນຊ໌ ແອຕລາສ໌ 5 ແລະຈະລົງຈອດທີ່ພູເຂົາເຊໂຣ ວັນທີ 18 ກຸມພາ 2021 

ນາຊາກ່າວວ່າ ພາລະກິດ Mars  ຫລື ດາວອັງຄານ 2020 ເປັນສ່ວນໜຶ່ງຂອງໂຄງການໃຫຍ່ ລວມທັງພາລະກິດເທິງດວງຈັນໃນໂຄງການ "ອາຣ໌ທີມິສ໌" ຊຶ່ງຈະເປັນໂຄງການທຳອິດຂອງນາຊ່າ ທີ່ຈະສົ່ງນັກບິນອະວະກາດເພດຍິງຄົນທຳອິດ ແລະຜູ້ຊາຍຄົນຕໍ່ໄປລົງໄປສຳຫຼວດດວງຈັນ ປີ 2024 ໂດຍໃຊ້ເທັກໂນໂລຢີນະວັດຕະກຳສຳຫຼວດພື້ນດວງຈັນທີ່ບໍ່ເຄີຍສຳຫຼວດມາກ່ອນ.




0 Comments