ລຸງໄວ 65 ປີ ຜູ້ຕິດເຊື້ອໂຄວິດ 19 ປ່ຽນຖ່າຍປອດສຳເລັດ ເປັນຄົນທຳອິດຂອງໂລກ

ຈີນລະດົມທິມແພດທີ່ມີຄວາມຊຳນິຊຳນານໃນທົ່ວປະເທດ ເຂົ້າຮັບການຜ່າຕັດປອດ ລຸງໄວ 65 ປີ ທີ່ປ່ວຍໜັກຈາກການຕິດເຊື້ອໂຄວິດ-19 ໃນເບື້ອງຕົ້ນອາການວິກິດຮ່າງກາຍມີການຕໍ່ຕ້ານ ແຕ່ກໍ່ເອົາຊະນະອຸປະສັກທຸກຢ່າງ ສາມາດປິ່ນປົວຕົວເອງຈົນຫາຍດີອອກຈາກໂຮງໝໍໄດ້ແລ້ວ

ພາບປະກອບຈາກ: workpointtoday


ສຳນັກຂ່າວຊິນຮົວລາຍງານວ່າ: ຜູ້ຕິດເຊື້ອໂຄວິດ-19 ທີ່ໄດ້ຮັບການປິ່ນປົວດ້ວຍການຜ່າຕັດປ່ຽນຖ່າຍປອດ ສາມາດອອກຈາກໂຮງໝໍໄດ້ແລ້ວ ໃນວັນທີ 21 ກໍລະກົດຜ່ານມານີ້ ຫຼັງຈາກເຂົ້າຮັບການຜ່າຕັດໃນທ້າຍເດືອນເມສາຜ່ານມາ

ລຸງຄົນຕິດເຊື້ອດັ່ງກ່າວເປັນແຮງງານກະສຽນອາຍຸ ເລີ່ມມີອາການໄຂ້ໃນວັນທີ 23 ມັງກອນ ແລະໄດ້ຮັບການບົ່ງມະຕິພະຍາດ ຜົນອອກມາວ່າຕິດເຊື້ອໂຄວິດ-19. ໃນວັນທີ 7 ກຸມພາ ລາວກໍ່ໄດ້ຍ້າຍໄປໂຮງໝໍເຫຼິນໜິນ ທີ່ມະຫາວິທະຍາໄລອູ່ຮັນ ໃນວັນທີ 18 ມີນາ ໂດຍໄດ້ໃຊ້ເຄື່ອງຊ່ວຍຫາຍໄຈ ແລະ ປອດ.

ພາບປະກອບຈາກ: workpointtoday

ທ່ານ ຫລິນ ຮຸຸ່ຍຊິງ ແພດສັນຍະກຳອາວຸໂສ ກ່າວວ່າ: ຜົນຂອງການທົດສອບກົດນິວຄລີອີກຂອງຜູ່ຕິດເຊື້ອກັບອອກມາເປັນລົບຫຼັງການປິ່ນປົວ, ແຕ່ມີສະພາບພັງພືດແຊກຊຶມປອດທີ່ກັບຄືນສະພາບບໍ່ໄດ້ ອັນສົ່ງຜົນໃຫ້ປອດລົ້ມແຫຼວ ເຊິ່ງຕ້ອງໄດ້ປ່ຽນຖ່າຍປອດເທົ່ານັ້ນ

ທາງໂຮງໝໍກໍ່ໄດ້ຮ່ວມມືກັບທິມງານຜູ້ຊ່ຽວຊານດ້ານການປ່ຽນຖ່າຍປອດແຫ່ງຊາດ ໄດ້ເລີ່ມການຜ່າຕັດໃນວັນທີ 20 ເມສາ ໂດຍການຜ່າຕັດໃຊ້ເວລາ 6 ຊົ່ວໂມງ. ຫຼັງການປິ່ນປົວເກີດສະພາບປະຕິເສດປອດກະທັນຫັນ ການຕິດເຊື້ອຢ່າງຮຸນແຮງ, ການເຮັດວຽກຂອງລຳໄສ້ ແລະໄຕລົ້ມແຫຼວ ເຊິ່ງເປັນສະພາບທີ່ຕາມມາທີ່ຫຼັງການຜ່າຕັດ, ແຕ່ລາວກໍ່ສາມາດປະຄອງຮ່າງກາຍດ້ວຍຕົນເອງ ໃນກາງເດືອນມິຖຸນາ ແລະ ຍ້າຍໄປນັ່ງລໍ້ຍູ້ໄດ້ໃນເດືອນກໍລະກົດນີ້

ພາບປະກອບຈາກ: workpointtoday

ທ່ານ ໝໍ ຫລິນ ຍັງໄດ້ກ່າວວ່າ: ຍັງຄົງມີຄວາມຈຳເປັນ ທີ່ຈະຕ້ອງຟື້ນຟູສະມັດຕະພາບເພີ່ມເຕີມ ເນື່ອງຈາກຂາຍັງມີອາກອນກ້າມເຊື້ອອ່ອນແຮງ

ໃນປະຈຸບັນ ມົນທົນຫູເປີຍ ເຊິ່ງເປັນພື້ນທີ່ທີ່ໄດ້ຮັບຜົນກະທົບຮຸນແຮງທີ່ສຸດຈາກການແຜ່ລະບາດຂອງເຊື້ອໂຄວິດ-19 ຢູ່ປະເທດຈີນ. ລາຍງານພົບຜູ້ຕິດເຊື້ອຢືນຍັນແລ້ວ 68.13໌ ຄົນ, ໂດຍຜູ້ຕິດເຊື້ອ 63.623 ຄົນ, ປິ່ນປົວຫາຍດີອອກຈາກໂຮງໝໍແລ້ວ, ສ່ວນຜູ້ທີ່ເສຍຊີວິດໃນປະຈຸບັນມີ 4.512 ຄົນ


0 Comments