ໃນວັນທີ 31 ກໍລະກົດນີ້ ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານໃຫ້ຮູ້ວ່າ: ວັນທີ 30 ກໍລະກົດ 2020 ສປປລາວຂອງພວກເຮົາມີຜູ້ຕິດເຊື້ອທັງໝົດ 67 ກໍລະນີ. ເຊິ່ງນັບແຕ່ວັນທີ 1 ມັງກອນ 2020 ຫາ ວັນທີ 30 ກໍລະກົດ 2020 ທົ່ວປະເທດມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 4,105 ຄົນ.

ໃນນັ້ນແຂວງທີ່ຫຼາຍກວ່າໝູ່ ແມ່ນນະຄອນຫຼວງວຽງຈັນ ເຊິ່ງມີເຖິງ 935 ຄົນ, ແຂວງວຽງຈັນ 441 ກໍລະນີ, ບໍລິຄຳໄຊ 500 ກໍລະນີ ແລະ ແຂວງອັດຕະປື 366 ກໍລະນີ. ມີຜູ້ເສຍຊີວິດແລ້ວ 9 ຄົນ (ນະຄອນຫຼວງ 4 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 1 ຄົນ, ໄຊຍະບູລີ 1 ຄົນ ແລະຊຽງຂວາງ 1 ຄົນ)

ດັ່ງນັ້ນ, ຕໍ່ສະພາບການດັ່ງກ່າວ ພວກເຮົາຕ້ອງພ້ອມກັນປະຕິບັດຄຳຂັວນທີ່ວ່າ: ບໍ່ມີໜອນນ້ຳຍຸງລາຍ ກໍ່ບໍ່ມີຍຸງລາຍ ແລະ ບໍ່ມີໄຂ້ເລືອດອອກ ແລະພ້ອມກັນປະຕິບັດ 5 ປໍ ຢ່າງເຄັ່ງຄັດໃຫ້ເປັນປະຈຳຈຶ່ງສາມາດທຳລາຍແຫຼ່ງເພາະພັນຂອງຍຸງລາຍໄດ້ ເພື່ອສະກັດກັ້ນພະຍາດໄຂ້ຍຸງລາຍໃຫ້ຫຼຸດລົງເທື່ອລະກ້າວ

0 Comments