6 ວິທີຮັບມືກັບອາການອົກຫັກ ເມື່ອຄວາມສຳພັນຕ້ອງສິ້ນສຸດ!!!

ພາບຈາກ The Tourist Diary

ການອົກຫັກເປັນເລື່ອງທຳມະດາ ທີ່ທຸກຄົນຄົງຕ້ອງເຄີຍປະສົບພົບພໍ້ມາ ສຳລັບຄວາມຮັກທີ່ບໍ່ໄດ້ສິ້ນສຸດຕາມທີ່ໄດ້ຕັ້ງໄຈໄວ້ ມັນເປັນເລື່ອງຂ້ອນຂ້າງຍາກທີ່ຈະເອົາຊະນະຊ່ວງເວລາເຫຼົ່ານັ້ນ, ສະນັ້ນ, ເຮົາມາເບີ່ງວິທີການຮັບມືກັບການອົກຫັກແບບໃດ ໃຫ້ໃຊ້ຊີວິດຢູ່ຕໍ່ໄປ ໂດຍບໍ່ຕ້ອງມາເສຍເວລາຟູມຟາຍ ຈົນທຳລາຍສຸຂະພາບຈິດໄຈໃຫ້ຫຼາຍກວ່າເດີມ

1. ຍອມຮັບ ແລະເຂົ້າໄຈເຫດຜົນຂອງການລາຈາກ

ຄວາມຮັກທີ່ດີບໍ່ແມ່ນການຍື້ ຫລື ດຶງຄົນທີ່ບໍ່ໄດ້ຮັກເຮົາແລ້ວເອົາໄວ້ ເພາະຖ້າເຮັດແບບນັ້ນອາດຈະກໍ່ໃຫ້ເກີດຄວາມລຳຄານ ແລະຄວາມເບື່ອໜ່າຍໄປເລື້ອຍໆ ອີກທັງຍັງເຮັດໃຫ້ເຮົາ ແລະເຂົາບໍ່ມີຄວາມສຸກ ການຍອມຮັບເຫດຜົນຂອງການຈາກລາ ອາດຈະເຮັດໃຫ້ເຮົາເຈັບປວດໃນວັນນີ້ ແຕ່ກໍ່ຍັງດີກວ່າປ່ອຍຄວາມຮູ້ສຶກດີໆ ໃຫ້ຕາຍໄປກັບການດຶງ ຫຼື ຍຶດຕົວເຮົາໄວ້ ໂດຍທີ່ມີແຕ່ຈະເຮັດໃຫ້ທຸກຢ່າງຍິ່ງຮ້າຍແຮງກວ່າເກົ່າ

2. ປ່ອຍວາງ

ການປ່ອຍວາງຄວາມຮູ້ສຶກຂອງການຄາດຫວັງ ຄວາມເສຍໄຈຫລືຄວາມຢ້ານກົວຕ່າງໆນາໆເອົາໄວ້ ແລ້ວຫັນມາປະເຊີນໜ້າກັບຄວາມຈິງ ບາງຄັ້ງສິ່ງທີ່ເຮົາຢ້ານກົວມັນອາດຈະບໍ່ເກີດຂຶ້ນກໍ່ໄດ້ ເຊັ່ນ: ຢ້ານຄົນອື່ນຈະເບີ່ງເຮົາບໍ່ດີທີ່ຖືກຖິ້ມ ຊຶ່ງໃນຄວາມເປັນຈິງ ອາດຈະບໍ່ມີໃຜຄິດແບບນັ້ນ ທາງທີ່ດີເຮົາຄວນເຮັດໄຈໃຫ້ສະບາຍໆ ສິ່ງໃດຈະເກີດຂື້ນກໍ່ປອຍໃຫ້ມັນເກີດດີກວ່າ

3. ຫາເວລາຢູ່ກັບຕົວເອງ

ການໃຊ້ເວລາຢູ່ກັບຕົວເອງ ຈະເຮັດໃຫ້ເຮົາໄດ້ຫັນກັບມາທົບທວນເບິ່ງວ່າ ສິ່ງໃດແດ່ທີ່ເຮົາຢາກເຮັດແຕ່ຍັງບໍ່ທັນໄດ້ເຮັດ ເມື່ອພົບແລ້ວກໍ່ໃຫ້ຮີບຮ້ອນລົງມືເຮັດ ເຊັ່ນ: ຢາກໄປທ່ອງທ່ຽວສະຖານທີ່ແປກໃໝ່, ກໍ່ຫາເວລາພາຕົວເອງໄປທ່ຽວ ຈະຊ່ວຍໃຫ້ເຮົາຮູ້ສຶກສະບາຍໄຈ ແລະເຮັດໃຫ້ເຮົາເຂັ້ມແຂງຂື້ນກວ່າເກົ່າ ບໍ່ມີເຂົາເຮົາເອງກໍ່ໃຊ້ຊີວິດຢູ່ໄດ້

4. ອອກໄປຫາປະສົບການໃໝ່ໆ

ການອອກໄປທີ່ໃໝ່ໆ ໄປພົບເພື່ອນໃໝ່ ຫລືເຮັດກິດຈະກຳໃໝ່ໆ ຍ່ອມຊ່ວຍໃຫ້ເຮົາລຶມຄວາມທຸກໂສກ ຫລືຄວາມເສົ້າໄປໄດ້ ແລະການທຳກິດຈະກຳໃໝ່ໆ ຍັງຊ່ວຍໃຫ້ເຮົາໄດ້ມຸມມອງທີ່ດີ ໃນການໃຊ້ຊີວິດໃນອີກຫຼາຍດ້ານຈາກຫຼາຍໆຄົນທີ່ເຮົາໄປພົບພໍ້ມາ

5. ຂອບໄຈທີ່ເຂົາຈາກໄປ

ບາງຄັ້ງການຈາກລາກໍ່ໃຫ້ຄວາມສຸກບາງຢ່າງກັບຄືນມາ ເຊັ່ນ: ຄວາມເປັນຕົວເອງ, ການຮັກຕົວເອງ ແລະ ຄວາມສຸກສຳລັບຕົວເອງ  ກ່ອນໜ້ານີ້ເຈົ້າເອງອາດຈະພົບກັບສິ່ງທີ່ບໍ່ດີ ທີ່ບັນທອນຈິດໄຈເປັນເວລາດົນນານ ຈົ່ງຄິດເສຍວ່າ ການທີ່ເຂົາຈາກເຮົາໄປເປັນເລື່ອງດີທີ່ຈະເຮັດໃຫ້ເຮົາໄດ້ກັບມາຮັກຕົວເອງໃຫ້ຫຼາຍຂຶ້ນ ຊຶ່ງຈະຊ່ວຍໃຫ້ເຮົາເປັນຄົນໃໝ່ທີ່ດີພ້ອມສຳລັບຄວາມຮັກຄັ້ງໃໝ່ ແລະຄົນຮັກໃໝ່ທີ່ດີກວ່າເກົ່າ

6. ເຮົາໄດ້ສິ່ງທີ່ດີທີ່ສຸດແລ້ວ

ການເບີ່ງຄວາມຮັກທີ່ລົ້ມສະຫຼາຍນັ້ນ ຫາກເຮົາເບີ່ງມັນໃນມຸມມອງທີ່ເຮັດໃຫ້ເຮົາເຕີບໂຕ ມັນກໍ່ຈະເຮັດໃຫ້ເຮົາເຂັ້ມແຂງ ແຕ່ຖ້າເຮົາເບີ່ງໃນຈຸດທີ່ເຮົາດ້ອຍ ກໍ່ຈະເຮັດໃຫ້ເຮົາເກີດຄວາມທຸກ. ຄົນເຮົາທຸກຄົນຕ້ອງຜ່ານຄວາມໂສກເສົ້າເສຍໄຈມາຄືກັນ ແຕ່ຖ້າເຮົາຈະກ້າວາຂ້າມມັນໄປ ກໍ່ຕ້ອງຮຽນຮູ້ທີ່ຈະເບີ່ງຄວາມຮັກເປັນສິ່ງທີ່ສອນເຮົາ ບໍ່ແມ່ນສິ່ງທີ່ຈະຄອຍດຶງເຮົາໃຫ້ຮ້າຍລົງກວ່າເກົ່າ ຈົ່ງຈຳເອົາໄວ້ວ່າ ສິ່ງໃດກໍ່ຕາມທີ່ເກີດຂື້ນມາແລ້ວຍ່ອມດີສະເໝີ ຄວາມຮັກກໍ່ເຊັ່ນດຽວກັນ

ອາການອົກຫັກອາດເປັນເລື່ອງເຈັບປວດຫົວໄຈໃນຕອນທຳອິດ ແຕ່ເມື່ອເຮົາຜ່ານຊ່ວງເວລາເຫຼົ່ານັ້ນໄດ້ ເຮົາຈະເຫັນວ່າໂຊກດີພຽງໃດທີ່ເຂົາຖິ້ມເຮົາໄປ ເພາະຫາກເຂົາບໍ່ຖິ້ມເຮົາໄປ ເຮົາອາດຈະບໍ່ໄດ້ຊີວິດໃໝ່ ແລະພົບຄົນໃໝ່ທີ່ດີກວ່າເຂົາກໍ່ໄດ້.





0 Comments