1. ຢ່າກິນຫລາຍ
ຫາກຢາກມີອາຍຸທີ່ຍືນຍາວ ການກິນອາຫານໃຫ້ພໍດີຖືວ່າຕອບໂຈດນີ້ໄດ້ເປັນຢ່າງດີ. ເຊິ່ງເຄັດລັບຂອງຄົນຍີ່ປຸ່ນທີ່ມີອາຍຸຍືນຍາວ ຄືພວກເຂົາຈະຢຸດກິນອາຫານກ່ອນທີ່ຈະອີ່ມ ຫຼື ຫຼັງຈາກຮັບປະທານອາຫານໄປແລ້ວ 80 ເປີເຊັນ, ເຊິ່ງສອດຄ່ອງກັບການຄົ້ນຄວ້າວິໄຈພົບວ່າ ການກິນອາຫານໃຫ້ໜ້ອຍລົງນັ້ນ ຈະຊ່ວຍເຮັດໃຫ້ສະລໍໄວໄດ້.2. ຢ່າລະເລີຍເລື່ອງການມີເຊັກ
ການມີເພດສຳພັນ 2-3 ຄັ້ງຕໍ່ອາທິດສາມາດຊ່ວຍໃຫ້ທ່ານມີອາຍຸຍືນຍາວເຖິງ 3 ປີ, ການເຮັດກິດຈະກຳແບບນັ້ນຈະສາມາດເຜົາຜານແຄລໍຣີ່ໄດ້, ມັນບໍ່ຕ່າງຈາກການອອກກຳລັງກາຍແລ້ວ ມັນກໍ່ຍັງຊ່ວຍໃຫ້ນອນຫຼັບງ່າຍຂຶ້ນ, ຫຼຸດຄວາມດັນເລືອດ ແລະປ້ອງກັນໂລກຫົວໃຈໄດ້ອີກດ້ວຍ.3. ປິດໂທລະທັດ.
ການໃຊ້ເວລາຫລາຍເກີນໄປໃນການເບິ່ງໂທລະພາບ. ສາມາດສົ່ງຜົນກະທົບຕໍ່ສຸຂະພາບຢ່າງຮ້າຍແຮງ ເຊິ່ງຜົນການສຶກສາວິໄຈພົບວ່າຄົນທີ່ເບິ່ງໂທລະພາບເຖິງ 3-4 ຊົ່ວໂມງຕໍ່ມື້ ອາດຈະມີການເສຍຊີວິດຍ້ອນເຫດຜົນຕ່າງໆ. ອັນກ່ຽວກັບສຸຂະພາບເພີ່ມຂື້ນເຖິງ 46 ເປີເຊັນ ເມື່ອທຽບກັບຄົນທີ່ເບິ່ງໂທລະພາບໜ້ອຍກວ່າ 2 ຊົ່ວໂມງຕໍ່ວັນ4. ຫລີກລ້ຽງການປະເຊີນແສງແດດ
ຖ້າມີຄວາມຈຳເປັນຕ້ອງຢູ່ກາງແຈ້ງໃນບ່ອນທີ່ມີແສງແດດຈັດ ຄວນທາຄີມກັນແດດທີ່ມີຄ່າ SPF 30 ຂຶ້ນໄປ, ແຕ່ຖ້າເປັນໄປໄດ້ ຄວນຫລີກລ້ຽງແສງແດດຈັດ. ເພາະມັນເປັນສາເຫດຂອງໂລກມະເລັງຜິວໜັງ ລວມທັງຕີນກາ ແລະຮອຍຫ່ຽວຢູ່ບໍລິເວນໃບ ໜ້າຂອງເຮົາ5. ເຂົ້າຫາສັງຄົມ
ຜົນຂອງການວິໄຈໄດ້ພົບວ່າການຢູ່ໂດດດ່ຽວລຳພັງ ໂດຍບໍ່ມີການເຂົ້າສັງຄົມ ຫລືມີຄອບຄົວ ເພື່ອນຝູງອ້ອມຂ້າງຈະເພີ່ມຄວາມສ່ຽງຕໍ່ການເປັນໂຣກຫົວໃຈແລະພະຍາດອື່ນໆໄດ້, ເຊິ່ງສ່ວນໃຫຍ່ຜູ້ສູງອາຍຸແມ່ນມັກຖືກປ່ອຍໃຫ້ຢູ່ໂດດດ່ຽວ. ເພາະສະນັ້ນ, ຈຶ່ງມີແນວໂນ້ມທີ່ຈະເປັນໂລກຊຶມເສົ້າຕາມມາ6. ກິນຜັກ ແລະ ໝາກໄມ້
ການກິນຫມາກໄມ້ ແລະຜັກທີ່ຖືກຕ້ອງບໍ່ນ້ອຍຈົນເກີນໄປ ຈະສາມາດຫຼຸດຜ່ອນຄວາມສ່ຽງຂອງການເປັນໂລກຫົວໃຈໄດ້ເຖິງ 76 ເປີເຊັນ. ນອກຈາກນີ້, ໝາກໄມ້ ແລະຜັກຫຼາຍໆຊະນິດຍັງມີສານຕ້ານອະນຸມູນອິດສະລະ. (antioxidant) ທີ່ຊ່ວຍປ້ອງກັນການເກີດໂລກມະເລັງດ້ວຍ7. ອອກກຳລັງກາຍເປັນປະຈຳ
ການອອກກຳລັງກາຍເປັນປະຈຳຢ່າງສະໝ່ຳສະເໝີ ແລະເປັນປະຈຳວັນ ນອກຈາກຈະມີຜົນປະໂຫຍດຕໍ່ສຸຂະພາບແລ້ວ ແລະຫຼຸດຜ່ອນຄວາມສ່ຽງຂອງພະຍາດ ແລະການເຈັບເປັນ ກໍ່ຍັງດີຕໍ່ສຸຂະພາບຈິດອີກດ້ວຍ8. ດື່ມພໍປະມານ
ເຖິງແມ່ນວ່າການສຶກສາຊີ້ໃຫ້ເຫັນວ່າເຫຼົ້າສາມາດສົ່ງຜົນດີຕໍ່ຫົວໃຈໄດ້ຖ້າດື່ມໃນລະດັບພໍເໝາະ ແຕ່ທາງທີ່ດີທີ່ສຸດຄວນຈະຢຸດມັນໄປເລີຍດີກວ່າດີທີ່ສຸດ. ຖ້າທ່ານຮັກ ແລະຫ່ວງໃຍສຸຂະພາບຂອງຕົວເອງແທ້ໆ9. ບໍ່ສູບຢາ
ເປັນທີ່ຮູ້ກັນແລ້ວວ່າຢາສູບບໍ່ມີປະໂຫຍດຫຍັງຕໍ່ຮ່າງກາຍ. ສະນັ້ນ, ຖ້າໃຜຢາກມີຊີວິດຍືນຍາວໂດຍບໍ່ມີພະຍາດຕ່າງໆ ຄວນເຊົາສູບຢາຢ່າງຖາວອນທີ່ມາ: specialtyinnovation.com
-----------------------------------------------
ເລົ່າຂ່າວ-Laokhao
FB Page: https://web.facebook.com/pg/laokhaonews
E-mail: vanhsouphaphone017@gmail.com
0 Comments
Post a Comment