ການດື່ມເບຍແມ່ນມີປະໂຫຍດແທ້ບໍ ?


ຄຸນປະໂຫຍດຂອງເບຍ ??
ການດຶ່ມເບຍໃຫ້ມີຜົນດີຕໍ່ສຸຂະພາບນັ້ນ ທຸກໆຄົນຕ້ອງດື່ມບໍ່ເກີນວັນລະແກ້ວ (1Drink - 12oZ -360ml) ຄົນທີ່ມີສຸຂະພາບປົກກະຕິ ແລະບໍ່ມີໂລກປະຈຳຕົວ. ສະນັ້ນຖ້າດື່ມຫຼາຍ ຫຼືມີພະຍາດເຊັ່ນ: ຄວາມດັນເລືອດ, ຫົວໃຈ, ເສັ້ນເລືອດສະໝອງ ມັນອາດຈະບໍ່ເປັນປະໂຫຍດ ແລະອາດຈະເກີດໂທດ

1. ຊ່ວຍຫຼຸດຄວາມດັນເລືອດ.
ການດື່ມເບຍວັນລະພໍປະມານບໍ່ເກີນ 1 ແກ້ວຕໍ່ມື້ ຈະຊ່ວຍຫຼຸດໂອກາດຂອງຄວາມດັນເລືອດສູງ. ແຕ່ຖ້າເຮົາດື່ມເກີນ, ມັນຈະເປັນປັດໃຈສ່ຽງສຳລັບຄວາມດັນເລືອດສູງ


2 ປ້ອງກັນໂລກຫົວໄຈ
ການຄົ້ນຄວ້າວິໄຈແມ່ນສາມາດຍືນຍັນແລ້ວວ່າ ດື່ມເບຍແມ່ນປ້ອງກັນໂລກຫົວໄຈໄດ້ ແຕ່ສຳຄັນຕ້ອງດື່ມວັນລະ 1 ແກ້ວ ຫາກເກີນກວ່ານີ້, ມັນຈະມີໂທດຈາກດ້ານອື່ນໆອີກ



3. ຊ່ວຍເສີມສ້າງກະດູກໃຫ້ແຂງແຮງ.
ການຄົ້ນຄ້ວາວິໄຈຈາກ Boston ພົບວ່າການກິນເບຍ 1 ຈອກຕໍ່ມື້ອາດຈະຊ່ວຍເພີ່ມມວນກະດູກໄດ້ໃນຜູ້ຊາຍແລະຜູ້ຍິງທີ່ມີອາຍຸສູງ. ແຕ່ນັກຄົ້ນຄວ້າໄດ້ເຕືອນວ່າມັນເກີດຂື້ນພຽງແຕ່ໃນເບຍ ຈຳນວນຜູ້ເຂົ້າຮ່ວມທົດລອງແມ່ນບໍ່ພຽງພໍ. ຕ້ອງລະມັດລະວັງໃນການສະຫຼຸບຜົນໄດ້ຮັບ. 
ນອກຈາກນັ້ນ, ຈາກງານວິໄຈດຽວກັນ, ກໍ່ພົບວ່າ ດື່ມເບຍຫຼາຍກວ່າ 2 ແກ້ວຕໍ່ມື້ ຈະເພີ່ມຄວາມສ່ຽງຕໍ່ກະດູກຫັກ.


4. ປ້ອງກັນໜິ້ວໄຂ່ຫຼັງ
ການສຶກສາຄົ້ນຄ້ວາໄດ້ພົບວ່າການດື່ມເບຍ 1 ຈອກຕໍ່ມື້ແລະດື່ມນ້ຳຫຼາຍໆ ແມ່ນປັດໃຈເສີມທີ່ຊ່ວຍປ້ອງກັນໜິ້ວໃນທໍ່ຍ່ຽວສະເພາະຜູ້ຊາຍ ... ສ່ວນຜູ່ຍິງ ຜົນໄດ້ຮັບຍັງເບິ່ງຄືວ່າບໍ່ມີປະສິດຕິຜົນ



5. ຊ່ວຍຕ້ານມະເລັງ.
ການຄົ້ນຄ້ວາທີ່ຫຼາຍຄົນອ້າງອີງ. ຄືການແຊ່ຊີ້ນໃນເບຍ ຊ່ວຍຫຼຸດຜ່ອນສານກໍ່ມະເລັງໃນກຸ່ມ heterrocyclic aromatic amines ໄດ້ປະມານ 70%, ຈະຕ້ອງໄດ້ແຊ່ນ້ຳປະມານ 4-6 ຊົ່ວໂມງ, ນອກຈາກນັ້ນ, ການສຶກສາຫຼາຍຢ່າງຍັງໄດ້ລະບຸວ່າມີສານບາງຊະນິດໃນເບຍ ຊ່ວຍຫຼຸດຜ່ອນການກາຍພັນຂອງຈຸລັງໃນລຳໄສ້. ຫຼຸດຜ່ອນການຕອບສະໜອງຕໍ່ຮໍໂມນເພດ ເຊິ່ງອາດຈະຊ່ວຍຫຼຸດຜ່ອນມະເຮັງຕ່ອມລູກໝາກໄດ້
ບັນຫາແມ່ນວ່າ ນັ້ນຄືໃນຫ້ອງທົດລອງ ແລະຫ້ອງວິໄຈ ... ແຕ່ເມື່ອເບິ່ງຂໍ້ມູນດ້ານການລະບາດວິທະຍາ ມັນສະແດງໃຫ້ເຫັນວ່າການດື່ມເບຍ (ແລະເຫຼົ້າ) ອາດຈະມີຄວາມສ່ຽງຕໍ່ການເປັນມະເຮັງຕ່ອມລູກໝາກ. ມະເລັງລຳໄສ້ໃຫຍ່ ມະເຮັງລະບົບທາງເດີນອາຫານ, ມະເລັງຕັບ, ມະເຮັງປາກ ແລະມະເລັງທີ່ຍັງສົງໃສແມ່ນມະເລັງຜິວໜັງ ແລະມະເຮັງຮວຍໄຂ່.
ສະນັ້ນ, ການດື່ມເຫຼົ້າເບຍທາງທີ່ດີຄວນດື່ມພໍປະມານຈະດີກວ່າ. ຢ່າໃຫ້ເກີນວັນແກ້ວຕໍ່ມື້. ອາດຈະເພີ່ມຄວາມສ່ຽງຕໍ່ການເປັນມະເຮັງ


6. ຊ່ວຍໃຫ້ມີອາຍຸຍືນ.
ຈາກບົດລາຍງານການວິໄຈຫຼາຍຢ່າງລວມເຂົ້າກັນ ພົບວ່າການດື່ມເບຍໃນລະດັບທີ່ເໝາະສົມ ຈະພາໃຫ້ມີອາຍຸຍືນຍາວຂື້ນເພາະການເປັນເບົາຫວານຫຼຸດລົງ ຫລອດເລືອດ, ສະໝອງ ແລະຫົວໃຈຕີບ…ບໍ່ຄວນດື່ມກ່ອນອາຍຸ 20 ປີ ແລະບໍ່ດື່ມຫລາຍກ່ວາ 2 ແກ້ວຕໍ່ມື້, ແຕ່ຖ້າດື່ມເກີນກວ່ານັ້ນ ຈາກການຊ່ວຍເຮັດໃຫ້ອາຍຸຍືນຂຶ້ນ ກັບສັ້ນລົງກ່ວາເກົ່າຍ້ອນໂຣກມະເລັງ, ອຸບັດຕິເຫດ, ໂຣກຕັບ ແລະໂຣກຕ່າງໆນາໆ



7. ປ້ອງກັນໂລກເບົາຫວານ.
ການຄົ້ນຄ້ວາໄດ້ສະແດງໃຫ້ເຫັນວ່າການດື່ມເບຍ 1 ຈອກຕໍ່ມື້ໃນຄົນທີ່ບໍ່ເຄີຍດື່ມເບຍເລີຍ. ຫຼຸດຄົນຜູ້ທີ່ເປັນໂລກເບົາຫວານລົງໄປ 20%, ແຕ່ຜົນໄດ້ຮັບນີ້ຈະບໍ່ມີຜົນສຳລັບຄົນທີ່ດື່ມຢູ່ແລ້ວ.
ໃນນີ້ການດື່ມເບຍຈະຊ່ວຍກະຕຸ້ນຮ່າງກາຍໃຫ້ຕອບສະໜອງກັບ insulin ດີກວ່າ. ... ແລະໃນທາງກົງກັນຂ້າມ, ຖ້າກິນເບຍຫຼາຍຈົນມີພຸງ ພຸງຈະກາຍເປັນຄວາມສ່ຽງຂອງໂລກເບົາຫວານແທນ.
ຂໍ້ຄວນລະວັງແມ່ນ ຜູ້ທີ່ເປັນໂລກເບົາຫວານ, ຖ້າກິນເບຍຕ້ອງຄິດໄລ່ຄາໂບໄຮເດຣດໃຫ້ດີໆແລະຄວນລະມັດລະວັງໃຫ້ຫຼາຍຂື້ນອີກ ເພາະມັນສາມາດກະຕຸ້ນລະດັບນໍ້າຕານໃນລະດັບຕໍ່າຈົນເຖິງຂັ້ນເສຍຊີວິດໄດ້...


8. ປ້ອງກັນໂລກການນອນບໍ່ຫຼັບ.
ການດື່ມເບຍເຮັດໃຫ້ຄົນນອນຫຼັບງ່າຍຂຶ້ນ ແລະນອນບໍ່ຫລັບໄດ້ເຊັ່ນດຽວກັນ


9. ຫຼຸດຜ່ອນຄວາມສ່ຽງຂອງການເປັນອຳມະພາດ.
ການຄົ້ນຄ້ວາພົບວ່າການດື່ມເບຍ 1 ຈອກຕໍ່ມື້ຫຼຸດຜ່ອນຄວາມສ່ຽງຂອງເສັ້ນເລືອດຕັນ ຫຼືເສັ້ນເລືອດຕີບໄດ້ປະມານເຄິ່ງໜຶ່ງ ແຕ່ໄປເພີ່ມຄວາມສ່ຽງຂອງການເປັນໂຣກເລືອດສະຫມອງແຕກປະມານ 3 ເທົ່າ





ຂໍ້ມູນອ້າງອິງ
(1) Arch Intern Med. 2002;162(5):569-574.
(3) Am J Clin Nutr April 2009 vol. 89 no. 4 1188-1196
(4) Am. J. Epidemiol. (1999) 150 (2): 187-194.
(5) J. Agric. Food Chem., 2008, 56 (22), pp 10625–10632
(5) Mutat Res. 2004 Apr 11;559(1-2):177-87.
(6) Report of the DGAC on the Dietary Guidelines for Americans, 2010 Section 7
(7) Diabetes January 2011 60:74-79







0 Comments