ຈັບແລ້ວ!!! ຍິງໂຫດ! ປຸ້ນຊັບຄາຊິໂນ ແຂວງບໍ່ແກ້ວ



ນັບຕັ້ງແຕ່ເຫັດການເກີດຂື້ນໃນວັນທີ 7 ກໍລະກົດ 2020 ຜ່ານມາ ທິມງານເລົ່າຂ່າວພວກເຮົາກໍ່ໄດ້ລາຍງານໄປແລ້ວເຫດການທີ່ຄົນຮ້າຍໃຊ້ປືນຍິງຊາວຈີນທີ່ເຂດຄາຊິໂນ ເມືອງຕົ້ນຜິ້ງ ແຂວງບໍ່ແກ້ວ. ເຊິ່ງທິມງານພວກເຮົາກໍ່ໄດ້ຕິດຕາມຂ່າວຕະຫຼອດຊ່ວງ 2-3 ວັນ ຈົນມື້ນີ້ຈິ່ງໄດ້ຄຳຕອບຈາກເຈົ້າໜ້າທີ່ຕຳຫຼວດແຂວງບໍ່ແກ້ວ


ໃນເວລາ 20:30 ນາທີ ຂອງວັນທີ 07 ກໍລະກົດ 2020 ມີຄົນຮ້າຍໃຊ້ປືນສັ້ນກໍ່ເຫດປຸ້ນຊິງຊັບ ຢູ່ຫ້ອງເຊົ່າບ້ານຄວ້ານເກົ່າ ເຂດຄາຊິໂນ ເມືອງຕົ້ນຜິ້ງ ແຂວງບໍແກ້ວ, ເຮັດໃຫ້ມີຜູ່ເສຍຊີວິດ 4 ຄົນ, ບາດເຈັບອີກ 1 ຄົນ. ພາຍຫຼັງກໍ່ເຫດສຳເລັດແລ້ວ ກໍ່ໄດ້ເອົາຕົວຫຼົບໜີໄປພ້ອມກັບເມຍ ແລະຜູ່ກໍ່ເຫດຖືກຈັບກຸມໄດ້ໃນວັນຖັດມາ


ຜ່ານການສຶບສວນ-ສອບຂອງເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ຄົນຮ້າຍທີ່ກໍ່ເຫດຊື່ ທ້າວ ຢິນອາເຊິງ ອາຍຸ 58 ປີ, ສັນຊາດຈີນ ໄດ້ໃຊ້ມີດ ແລະອາວຸດປືນ 9 ມມ ຍິງຄົນສັນຊາດດຽວກັນ ເຮັດໃຫ້ມີຜູ່ເສຍຊີວິດຄາທີ່ 4 ຄົນ ຄື: 1. ທ້າວ ໂຮຊິນຫຼົງ ອາຍຸ 33 ປີ; 2. ທ້າວ ລີຟູກາງ ອາຍຸ 33 ປີ; 3. ທ້າວ ຢາງຝິງຊາ ອາຍຸ 31 ປີ; 4. ທ້າວ ຫຼິວຢູ່ຊິນ ອາຍຸ 33 ປີ. ຍັງມີ ນາງ ຢູລີລີ ອາຍຸ 34 ປີ ໄດ້ຮັບບາດເຈັບ. ຫຼັງກໍ່ເຫດແລ້ວໄດ້ເອົາຕົວຫຼົບໜີຈາກການຕິດຕາມຂອງເຈົ້າໜ້າທີ່


ຈົນມາຮອດເວລາ 10:00 ໂມງ ຂອງວັນທີ 8 ກໍລະກົດ 2020 ເຈົ້າໜ້າທີ່ກໍ່ໄດ້ສຶບຮູ້ວ່າ ຜູ່ກໍ່ເຫດໄດ້ເອົາຕົວໄປຫຼົບໜີມາທາງບ້ານ້ຳເກິງ ຈື່ງໄດ້ນຳກຳລັງ ເຊິ່ງມີເຈົ້າໜ້າທີ່ຕຳຫຼວດ, ທະຫານ ແລະ ລປພທີ່ປະຈຳຢູ່ຄາຊິໂນ ສົມທົບກັນຕິດຕາມເປົ້າໝາຍ. ເມື່່ອຮອດບ້ານເກິງໃໝ່ ເວລາປະມານ 12:30 ໂມງຂອງວັນດຽວກັນ ໄດສັງເກດເຫັນລົດເປົ້າໝາຍທີ່ຈອດຢູ່ອູ່ສ້ອມແປງລົດ. 

ເຈົ້າທີ່ກໍ່ໄດ້ສະແດງຕົວປິດລ້ອມສະຖານທີ່ດັ່ງກ່າວ ແຕ່ເປົ້າໝາຍໄຫວຕົວທັນ ຕິດຈັກລົດພ້ອມທັງຈະຍິງປືນເພື່ອຕໍ່ສູ້ກັບເຈົ້າໜ້າທີ່ ເຮັດໃຫ້ເຈົ້າໜ້າທີ່ຕ້ອງຍິງປືນໂຕ້ກັບໃສ່ເປົ້າໝາຍ 1 ນັດ ຖືກຄົນຮ້າຍໄດ້ຮັບບາດເຈັບ ກ່ອນຈະເຂົ້າຈັບກຸມຜູ່ກ່ຽວ. ສ່ວນເມຍຂອງຜູ່ກໍ່ເຫດ ແມ່ນໄດ້ເອົາຕົວຫຼົບໜີ ເຊິ່ງໃນຂະນະນີ້ຈົ້າໜ້າທີ່ກໍ່ກຳລັງຕິດຕາມຕົວຢູ່...

ພາຍຫຼັງຈັບກຸມຄົນຮ້າຍໄດ້ແລ້ວ, ສາມາດຍຶດຂອງກາງຄະດີ ເຊັ່ນ: ປືນ 9 ມມ ຈຳນວນ 1 ກະບອກ ພ້ອມລູກປືນ 10 ລູກ, ອຸປະກອນເກັບສຽງປືນ 1 ອັນ, ເງິນຈຳນວນ 807.600 ຢວນ, ເງິນບາດໄທ 58.500 ບາດ ແລະ ຊິບຄາຊິໂນຈຳນວນ 4 ອັນ ຕີເປັນເງິນມູນຄ່າ 112.000 ຢວນ. ຄະດີດັ່ງກ່າວນີ້ຖືວ່າເປັນຄະດີໃຫຍ່ ເຈົ້າໜ້າທີ່ກຳລັງເລັ່ງສຶບສວນ-ສອບສວນໄປຕາມຂະບວນການຂອງກົດໝາຍ ເພື່ອຫາຂໍ້ມູນເພີ່ມເຕີມ


0 Comments