ວິທີການລົບໄຟລ໌ຖາວອນ ແບບບໍ່ສາມາດຈະກູ້ຄືນໄດ້ Windows 8/8.1/10

Windows 8.1 Cipher

ການລົບຂໍ້ມູນແບບຖາວອນໂດຍບໍ່ສາມາດຈະກູ້ຄືນມາໃຊ້ໄດ້ Cipher.exe ຈະໃຊ້ຫຼັກການຂຽນ 0x00, 0xFF ແລະຕົວເລກແບບສຸ່ມ (Random number) ທັບລົງພື້ນທີ່ວ່າງຂອງຮາດດິດສ໌

ແນວທາງປະຕິບັດມີດັ່ງນີ້:

1. ຄອມພິວເຕີຂອງເຮົາທີ່ຕ້ອງການຈະລົບຂໍ້ມູນ ໃຫ້ເຂົ້າສູ່ລະບົບຕາມປົກກະຕິ ແລະປິດໃຊ້ງານໂປຣແກມທັງໝົດທີ່ເປີດໃຊ້ງານ

2. ຄລິກຂວາປູ່ມເມນູວິນໂດ(Start) ແລ້ວຄລິກເລືອກ Command prompt (Admin)


3. ເມື່ອເປີດໜ້າ Command prompt (Admin) ແລ້ວ ໃຫ້ພິມຄຳສັ່ງລຸ່ມນີ້

cipher.exe /W:driveletter:\foldername

ອະທິບາຍຄວາມໝາຍຄຳສັບ

driveletter : ແມ່ນຊື່ໄດຣ໌ທີ່ຕ້ອງການລົບຂໍ້ມູນແບບຖາວອນ
foldername: ຊື່ໂພນເດີ ທິ່ຕ້ອງການຈະລົບຂໍ້ມູນຖາວອນ

ໃນທີ່ນີ້ຈະຍົກຕົວຢ່າງການລົບຂໍ້ມູນໃນໂຟນເດີ E:\Camera ຢ່າງຖາວອນ ໃຫ້ພິມຄຳສັ່ງດັ່ງຕໍ່ໄປນີ້ໃສ່ Command prompt

chipher.exe /W:E:\Camera

ພາບປະກອບ: Cipher.exe

4. ລໍຖ້າຈົນກວ່າຄຳສັ່ງ Cipher.exe ລົບຂໍ້ມູນສຳເລັດ ໂດຍໂປຣແກຣມຈະໃຊ້ເວລາບໍ່ດົນໃນການລົບ ແຕ່ກໍ່ຂື້ນກັບຂະໜາດໄຟລ໌ຂໍ້ມູນທີ່ຖືກລົບ ອາດຕ້ອງໃຊ້ເວລາດົນກວ່າປົກກະຕິ.

-------------------------------------
👉 ແຊຣ໌ໃຫ້ເພື່ອນໆຂອງທ່ານໄດ້ອ່ານນຳ ຕາມໄອຄອນດ້ານລຸ່ມນີ້ເລີຍ 🙌🙆💖
👇👇👇👇👇

0 Comments