ບ.ນ້ຳແອ່ງ
ອີງຕາມການລາຍງານຂອງຜູ້ໃຊ້ເຟຊບຸກ ທີ່ມີຊື່ວ່າ
ນ້ຳບາກ-Studio ໃນຕອນເຊົ້າຂອງວັນທີ 12 ກໍລະກົດ 2020 ນີ້ ໄດ້ເກີດມີລົມພາຍຸ, ຝົນຟ້າຄະນອງໜັກ ເຮັດໃຫ້ເກີດນ້ຳຖ້ວມເຮືອນຊານບ້ານຊ່ອງ ຂອງພໍ່ແມ່ປະຊາຊົນ ບ້ານນ້ຳແອ່ງ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ໄດ້ຮັບຄວາມເສຍຫາຍ ຢ່າງໜັກໜ່ວງ!
ສຳລັບຄວາມເສຍຫາຍທີ່ຖືກນ້ຳຖ້ວມໃນຄັ້ງນີ້ ຕົ້ນຕໍແມ່ນ ເລົ້າເຂົ້າ, ຮົ້ວສວນ ແລະ ນາເຂົ້າ
ພາບຄວາມເສຍຫາຍບາງສ່ວນ...
ຝາກເປັນກຳລັງໃຈໃຫ້ພໍ່ແມ່ປະຊາຊົນ ທາງແຂວງຫຼວງນ້ຳທາ ຈົ່ງເຂັ້ມແຂງ ຂໍໃຫ້ຜ່ານພົ້ນອຸປະສັກນັ້ນໄປດ້ວຍດີ ສູ້ໆເດີ!!!
-------------------------------------
👉 ຫາກບົດຄວາມນີ້ມີປະໂຫຍດ ຢ່່າລືມກົດແຊຣ໌ໃຫ້ເພື່ອນໆຂອງທ່ານໄດ້ອ່ານດ້ວຍ 🙌💖🙆
👇👇👇👇👇
0 Comments