![]() |
ພາບປະກອບບົດຄວາມ |
ການຂຸດຂຸມປູກ:
ການຂຸດຂຸມປູກນັ້ນ ຕ້ອງໃຫ້ໄດ້ລະດັບພໍເໝາະ
ເລິກຫຼາຍກໍ່ບໍ່ໄດ້ ຕື້ນເກີນໄປກໍ່ບໍ່ດີ ຢ່າໃຫ້ຫຼຸດ ກວ້າງ 30 ເຊັນ
ເອົາດິນເກົ່າທີ່ຂຸດອອກໃຫ້ໝົດ. ຫຼັງຈາກນັ້ນ ປະສົມດິນດໍາ 2 ສ່ວນ, ໃສ່ຂີ້ງົວ ຫລື
ຂີ້ຄວາຍ 1 ສ່ວນປະສົມກັນ ແລ້ວເທລົງໄປແທນດິນທີ່ຂຸດອອກ.
ໃສ່ໂຕປັບປຸງດິນ ເຊັ່ນ: ແຄວຊ້ຽມ 1 ກຳມື, ຢາ 3 ຈີ
1 ບ່າງກາເຟປະສົມລົງໄປ ເພື່ອກັນປວກ, ກັນໜອນ ບໍ່ໃຫ້ປວກກັດຮາກຕົ້ນໄມ້. ຫຼັງຈາກນັ້ນ
ລົງມືປູກຕົ້ນໄມ້ໄດ້ເລີຍ.
ວິທີສັງເກດການດູດຊຶມຂອງຕົ້ນໄມ້
ຖ້າໃບຕົ້ນໄມ້ທີ່ເຮົາປູກ ຫາກຂຽວເຂັ້ມ
ນັ້ນສະແດງວ່າທາດອາຫານມີພຽງພໍ, ແຕ່ໃບຂຽວຊີດ ຂຽວຈາງໆ
ນັ້ນກໍ່ໝາຍຄວາມວ່າເຮົາຕ້ອງເລີ່ມໃຫ້ອາຫານເພີ່ມໃຫ້ແກ່ຕົ້ນໄມ້.
![]() |
ພາບປະກອບ |
+ ໄລຍະປູກທີ 1: ຕ້ອງໃຫ້ກົກ, ກໍແພ່ ໃຫ້ຮາກຂະຫຍາຍຕົວ ໃຫ້ມີຄວາມຂຽວງາມ ແລະກຽມຈະໃຫ້ດອກອອກຜົນ ຕ້ອງໃສ່ປຸ໋ຍສູດ 16-20-0 ໃສ່ຕາມອັດຕາສ່ວນທີ່ພໍກັບຄວາມຕ້ອງການຂອງຕົ້ນໄມ້.
+ ໄລຍະທີ 2: ຫຼັງຈາກບໍາລຸງໄດ້ກົກໄດ້ກໍງາມແລ້ວ
ໄລຍະເລີ່ມຈະເປັນດອກເປັນໝາກເຮົາຕ້ອງໃສ່ປຸ໋ຍສູດ 13-13-21 ໃສ່ຊ່ວງທີ່ເລີ່ມກໍາລັງເປັນດອກ.
ພໍເລີ່ມເປັນດອກອອກມາທຳອິດ
ຕ້ອງສີດຢາປ້ອງກັນເຊື້ອລາຕ່າງໆ ເພື່ອປ້ອງກັນດອກດ້າ.
-------------------------------------
👉 ຫາກບົດຄວາມນີ້ມີປະໂຫຍດ ຢ່່າລືມກົດແຊຣ໌ໃຫ້ເພື່ອນໆຂອງທ່ານໄດ້ອ່ານດ້ວຍ 🙌💖🙆
👇 👇 👇 👇 👇
0 Comments