ອັນຮຸຍນໍ້າຖ້ວມໜັກ!! ແມ່ນໍ້າຢາງຊີເພີ່ມຂຶ້ນສູງ ເກີນລະດັບເຕືອນໄພ


ອັນຮຸຍນໍ້າຖ້ວມໜັກ!! ແມ່ນໍ້າຢາງຊີເພີ່ມຂຶ້ນສູງ ເກີນລະດັບເຕືອນໄພ

ເມື່ອວັນທີ 26 ກໍລະກົດ 2020 ທີ່ຜ່ານມາ ສຳນັກຂ່າວ ຊິນຮົວ ລາຍງານວ່າ: ມົນທົນອັນຮຸຍທາງຕະເວັນອອກຂອງຈີນໄດ້ປະກາດໃຫ້ 12 ເມືອງໃນມົນທົນ ເຂົ້າສູ່ການຄວບຄຸມອຸທົກກະໄພໄລຍະສຸກເສີນ ຕັ້ງແຕ່ 12:00 ນາທີ ວັນທີ 25 ກໍລະກົດ ເປັນຕົ້ນໄປ ຫຼັງຝົນທີ່ຕົກໜັກຕໍ່ເນື່ອງສ້າງຄວາມເສຍຫາຍເປັນວົງກວ້າງທົ່ວປະເທດ

ສຳນັກງານໃຫຍ່ຄວບຄຸມໄພ ແລະບັນເທົາໄພແລ້ງອັນຮຸຍ ໄດ້ເຜີຍວ່າເມືອງເຫີເຝີຍ, ເມືອງເປີ້ງປູ້ ແລະເມືອງອູ໋ຫູ ເປັນເມືອງໃນບັນດາ 12 ເມືອງທີ່ຕັ້ງຢູ່ແຄມແມ່ນໍ້າຢາງຊີ, ແມ່ນໍ້ຳຫວຍເຫີ ແລະທະເລສາບເສົາຫູ




ສຳນັກງານໃຫຍ່ເຜີຍວ່າຂະນະນີ້ ທາງແມ່ນໍ້າສາຍຫຼັກຂອງແມ່ນໍ້ຢາງຊີ ແລະແມ່ນໍ້າຫວຍເຫີໃນອັນຮຸຍມີລະດັບນໍ້າສູງເກີນລະດັບເຕືອນໄພ ຂະນະທີ່ທະເລສາບເສົາຫູມີລະດັບນໍ້າສູງສຸດເທົ່າທີ່ເຄີຍມີມາ

ສ່ວນມົນທົນຫູເປ່ຍ ພາກກາງຂອງຈີນ ຍັງຄົງມີຝົນຕົກຢ່າງໜັກ ສົ່ງຜົນໃຫ້ເມືອງຈ້ຽນສື້ໃນເອິນຊື ຖືກນໍ້າຖ້ວມໜັກຈາກອຸທົກກະໄພທີ່ຮ້າຍແຮງ. ປະລິມານນໍ້າຝົນທົ່ວເມືອງແມ່ນ 178.7 ມິນລີແມັດ, ໂດຍກະແສນໍ້າມີອັດຕາການໄຫລ່ຜ່ານ 1.300 ແມັດກ້ອນຕໍ່ນາທີ ແລະການເພີ່ມຂື້ນຂອງລະດັບນໍ້າແມ່ນສູງຂື້ນຢູ່ທີ່ປະມານ 10:00 hrs. ຂອງວັນອາທິດ 26 ກໍລະກົດ ຕາມເວລາປະເທດຈີນ

ລ່າສຸດ ສຳນັກງານຄວບຄຸມອຸທົກກະໄພ ແລະ ບັນເທົາໄພແລ້ງຂອງເມືອງຈ້ຽນສື້ ໄດ້ຍົກລະດັບການຮັບມືສະຖານະການສຸກເສີນດ້ານອຸທົກກະໄພຈາກລະດັບ 2 ເປັນລະດັບທີ 1 ແລ້ວ ໂດຍໜ່ວຍງານກູ້ໄພ ແລະໜ່ວຍງານອື່ນໆໄດ້ເລັ່ງສົ່ງຄວາມຊ່ວຍເຫຼືອໃຫ້ຜູ້ປະສົບໄພໃນພື້ນທີ່.




0 Comments