
ຖືກແປວໄຟອັດກະເດັນ!! ວັນທີ 25 ກໍລະກົດ 2020 ທີ່ຜ່ານມາ ເວັບໄຊ ມິຣ໌ເຣີຣ໌ ໄດ້ລາຍງານວ່າມີການລັກເຜົ່າລົດທີ່ປະກົດຄລິບວິດີໂອໃນສັງຄົມອອຍລາຍ. ຕາມການເປີດເຜີຍເປັນຜູ້ຍິງຈູດໄຟເຜົາລົດຢູ່ດ້ານນອກເຮືອນພັກໃນໂມເທວ
ວິດີໂອດັ່ງກ່າວຖືກບັນທຶກໄດ້ຈາກກ້ອງວົງຈອນປິດ. ຍິງຄົນໜຶ່ງນຸ່ງເຄື່ອງສີດຳ ເທນໍ້າມັນລົງໄປໃນລົດ ແລ້ວເອົາຄີງຕົວເອງຢື່ນເຂົ້າໄປໃນລົດເພື່ອຈູໄຟເຜົາ.
ແຕ່ພຽງພິບຕາດຽງເທົ່ານັ້ນ ແປງໄຟກໍ່ລຸກຂື້ນຢ່າງຮຸນແຮງອອກມາຈາກລົດ, ເຮັດໃຫ້ຍິງຄົນດັ່ງກ່າວຕ້ອງກະເດັນ ຖືກໄຟໄຫມ້ ແລະລົ້ມລົງກັບພື້ນ ກ່ອນທີ່ຈະກວດເກັບເອົາສິ່ງຂອງແລ້ວແລ່ນໜີໄປ
ຈາກການລາຍງານທີ່ຍັງບໍ່ມີການຢືນຍັນລະບຸວ່າ ຝ່າຍຍິງຄຽດແຄ້ນທີ່ຈັບໄດ້ວ່າແຟນຂອງຕົນເອງນອກໄຈ ຈຶ່ງຈູດໄຟເຜົາລົດຂອງແຟນໜຸ່ມເພື່ອເປັນການແກ້ແຄ້ນ ແຕ່ມາຮອດປັດຈຸບັນນີ້ ກໍ່ຍັງບໍ່ທັນຮູ້ຕົວຜູ້ກໍ່ເຫດ ລວມເຖິງສະຖານທີ່ ແລະເວລາທີ່ເກີດເຫດຢ່າງແນ່ນອນ.
ແນວໃດກໍ່ຕາມ ຕຳຫຼວດລັດວິສຄອນຊິນ(wisconsin) ສະຫະລັດອາເມຣິກາ ຕ້ອງອອກມາຊີ້ແຈ້ງ ສຶບເນື່ອງຈາກເຫດການທີ່ຜູ້ຍິງຈູດໄຟເຜົາລົດແຟນຂອງລາວ ແມ່ນບໍ່ກ່ຽວຂ້ອງກັບວິດີໂອທີ່ກຳລັງຖືກເຜີຍແຜ່ໃນສື່ສັງຄົມອອນລາຍຕອນນີ້
![]() |
0 Comments