ອັນຕະລາຍຈາກ "ແສງແດດ" ທີ່ຫຼາຍກວ່າ “ຜິວດຳ ຄ້ຳ”

ຊ່ວງນີ້ອຸນຫະພູມຢູ່ໃນບ້ານຂອງພວກເຮົາເບິ່ງຄືວ່າຈະບໍ່ມີທ່າທີຫລຸດລົງເລີຍ. ນອກຈາກຈະເຮັດໃຫ້ຮ່າງກາຍໜຽວມີເຫື່ອຕັ້ງແຕ່ກ້າວຂາອອກຈາກເຮືອນ ຫລືອອກຈາກຫ້ອງແອ. ແລ້ວຍັງສ້າງຫຼາຍບັນຫາໃຫ້ກັບເຮົາ ບໍ່ວ່າຈະເປັນເລື່ອງຂອງກິ່ນຕົວ, ຜິວດຳຄ້ຳ ແລະ ການເຮັດໃຫ້ສູນເສຍບຸກຄະລິກກະພາບ ແຕ່ນອກຈາກບັນຫາເຫຼົ່ານີ້ ມັນຍັງມີອັນຕະລາຍຕໍ່ຮ່າງກາຍທີ່ທ່ານອາດຈະບໍ່ຮູ້ມາກ່ອນ.

ອັນຕະລາຍຂອງ "ແສງແດດ" ທີ່ຫຼາຍກ່ວາ "ຜິວຄ້ຳ"

  1. ຜິວໄໝ້, ແສບ, ລອກ

ລະດັບຂອງລັງສີ UV ໃນແດດທີ່ເຂັ້ມຂຸ້ນນັ້ນອາດຈະເຮັດໃຫ້ຜິວໄໝ້, ແດງ, ແສບ ແລະ ລອກ, ເຊິ່ງພວກເຮົາອາດຈະເອີ້ນວ່າເປັນອາການ Sun Burn ຜິວຈະເປັນສີແດງ, ແສບ, ລອກ ຫາກມີອາການແບບນີ້ຕໍ່ເນື່ອງອາດເຮັດໃຫ້ຜິວໜັງຄ້ຳເສຍແບບຖາວອນໄດ້

  1. ຝ້າ,ກະ, ຈຸດດ່າງດຳ ແລະຫ່ຽວແຫ້ງ

ຈາກການຄົ້ນຄ້ວາວິໄຈໄດ້ສະແດງໃຫ້ເຫັນວ່າ ແສງແດດ ແມ່ນໜຶ່ງໃນບັນດາຕົວການທີ່ທຳລາຍຕໍ່ຜິວໜັງ. ຖ້າບໍ່ໃຊ້ຄີມກັນແດດ ມັນອາດຈະມີຄວາມສ່ຽງຕໍ່ການເປັນຝ້າ, ກະ, ຈຸດດ່າງດຳ ລວມທັງຮອຍຕີກາຕ່າງໆ ຫຼາຍກວ່າຄົນທີ່ໃຊ້ຄີມກັນແດດຢ່າງຊັດເຈນ

  1. ມະເລັງຜິວໜັງ

ເຖິງແມ່ນວ່າເປັນເລື່ອງທີ່ດີທີ່ຄົນລາວມີຜິວໜັງສີເຂັ້ມກວ່າຜິວໜັງຂອງຄົນເອີຣົບ ທີ່ມີຄວາມອ່ອນໄຫວຫຼາຍຕໍ່ແສງແດດ ເພາະສະນັ້ນຈຶ່ງມີຄວາມສ່ຽງຕໍ່ການເປັນມະເລັງຜິວໜັງໜ້ອຍກວ່າ. ເຖິງຢ່າງໃດກໍ່ຕາມ, ຖ້າຜິວໜັງຂອງພວກເຮົາຖືກແສງແດດຫຼາຍເກີນໄປເປັນໄລຍະເວລານານພຽງ 15 ນາທີ, ແສງສັງສີ UV ກໍ່ສາມາດທຳລາຍລະບົບພູມຕ້ານທານຂອງຮ່າງກາຍ ແລະ ສາມາດເຮັດໃຫ້ເກີດມະເລັງຜິວໜັງໄດ້

  1. ອາການເສັ້ນເລືອດຕັນ

ອັນຕະລາຍອີກອັນໜຶ່ງ ທີ່ອາດເປັນອັນຕະລາຍເຖິງຊີວິດໄດ້. ນັ້ນແມ່ນອາການເສັ້ນເລືອດຕັນຈາກຄວາມຮ້ອນ. ແມ່ນການບາດເຈັບຍ້ອນຮ່າງກາຍໄດ້ຮັບຄວາມຮ້ອນຫຼາຍເກີນໄປ ຈົນເຮັດໃຫ້ຮ່າງກາຍຄາຍຄວາມຮ້ອນບໍ່ທັນ ຈົນເຮັດໃຫ້ເກີດການສະສົມຂອງຄວາມຮ້ອນໃນຮ່າງກາຍ ໂດຍຄວາມຮ້ອນອາດຈະມາຈາກແສງແດດຄວາມຮ້ອນພາຍນອກ. ສົມທົບກັບຄວາມຮ້ອນພາຍໃນທີ່ຮ່າງກາຍສ້າງຂຶ້ນເອງ ເມື່ອມີຄູ່ກັບການຂາດນໍ້າເຊິ່ງມັກຈະມາພ້ອມກັນ ກໍ່ຍິ່ງຈະເຮັດໃຫ້ມີອາການວິນຫົວ, ໜ້າມືດຕາລາຍ, ເປັນລົມ, ຈົນໄປເຖິງຂັ້ນພາວະຊ໊ອກ ແລະເສຍຊີວິດໄດ້

ດັ່ງນັ້ນ, ນອກຈາກຈະຄວາມພະຍາຍາມຈະຫລີກລ້ຽງການສຳຜັດກັບແສງແດດດົນໆ ລວມທັງການຫລີກລ້ຽງການຢູ່ໃນພື້ນທີ່ອັບອາກາດບໍ່ຖ່າຍເທເກີນ 30 ນາທີ. ຍັງຕ້ອງໃຊ້ຄີມກັນແດດກ່ອນອອກຈາກບ້ານທຸກໆຄັ້ງ. ໂດຍການເລືອກຄີມທີ່ມີ ຄ່າ SPF ຫຼາຍກ່ວາ 15 ຂຶ້ນໄປ ແລະຄ່າ PA ທີ່ມີເຄື່ອງໝາຍບວກເຊັ່ນ PA +++, ຍິ່ງບວກຫຼາຍກໍ່ຍິ່ງມີປະສິດຕິຜົນສູງໃນການປົກປ້ອງຜິວຈາກລັງສີ UVA. ເຊິ່ງເປັນສາເຫດທີ່ເຮັດໃຫ້ຜິວດຳ ຄ້ຳ ແລະເປັນຈຸດດ່າງດຳ, ຄວນທາຄີມກັນແດດປະມານ 20 ນາທີ ແລະທາຊ້ຳຫຼັງຫຼິ້ນກິລາ ຫລືເຮັດກິດຈະກຳອື່ນໆທຸກໆ 2 ຊົ່ວໂມງ ເນື່ອງຈາກນ້ຳ ແລະເຫື່ອອາດຈະລະລາຍຄີມກັນແດດໄດ້ ນອກຈາກນີ້, ການນຸ່ງເສື້ອແຂນ, ໂສ້ງຍາວ, ໝວກ, ແວ່ນຕາກັນແດດກໍ່ຍັງສາມາດປົກປ້ອງຜິວຈາກແສງແດດໄດ້ສ່ວນໜຶ່ງເຊັ່ນກັນ ແຕ່ກໍ່ຄວນເລືອກເນື້ອຜ້າທີ່ລະບາຍຄວາມຮ້ອຍໄດ້ດີເຊັ່ນ: ຜ້າຝ້າຍ, ເພື່ອໃຫ້ຮ່າງກາຍລະບາຍຄວາມຮ້ອນໄດ້ດີຍິ່ງຂື້ນ ແລະສຸດທ້າຍຄວນດື່ມນ້ ຳໃຫ້ພຽງພໍ ເພື່ອປ້ອງກັນພາວະການຂາດນ້ຳອີກດ້ວຍ

ຂໍ້ມູນ: sanook.com


0 Comments