ທີມນັກຄົ້ນຄວ້າດ້ານຄວາມປອດໄພທາງໄຊເບີໄດ້ພັດທະນາ ແລະ ສະແດງສາທິດເຕັກນິກການໂຈມຕີຮູບແບບໃໝ່ ທີ່ສາມາດນຳໄປໃຊ້ໂດຍຜູ້ດັກຟັງ ແລະກູ້ຄືນສຽງຮູບແບບຈາກຫ້ອງຂອງຜູ້ເຄາະຮ້າຍດ້ວຍຫລອດໄຟທີ່ຫ້ອຍຢູ່ເທິງຫົວຂອງພວກເຮົາ.
ການຄົ້ນພົບນີ້ໄດ້ຖືກເຜີຍແຜ່ໃນບົດລາຍງານຫົວຂໍ້ Lamphone: Real-Time Passive Sound Recoveryfrom Light Bulb Vibrations. ໂດຍທີມນັກວິຊາການ ເຊັ່ນ Ben Nassi, Yaron Pirutin, Adi Shamir, Yuval Elovici, ແລະ Boris Zadov ຈາກມະຫາວິທະຍາໄລ Benev-Gurion University of Negev ແລະສະຖາບັນວິທະຍາສາດ Weizmann ຂອງອິດສະຣາເອນ ໄດ້ນຳສະເໜີໃນງານ Black Hat USA 2020. ກອງປະຊຸມໃນທ້າຍເດືອນສິງຫານີ້.
ເຕັກນິກການດັກຟັງໃນໄລຍະໄກທີ່ເອີ້ນວ່າ "Lamphone" ມັນເຮັດວຽກໂດຍການຈັບຄື້ນສຽງທີ່ມີຂະໜາດນ້ອຍໆ ຜ່ານເຊັນເຊີແສງໄຟຟ້າທີ່ນຳໄປຍັງຫລອດໄຟ ແລະ ຖືກນຳໃຊ້ເພື່ອກູ້ສຽງການເວົ້າ ແລະຈົດຈຳເພງ.
'Lamphone Attack'
Lamphone ແມ່ນເພື່ອກວດຫາການສັ່ນສະເທືອນຈາກໂຄມໄຟທີ່ຫ້ອຍໄວ້ ເນື່ອງຈາກການເຫນັງຕີງຂອງຄວາມກົດດັນຂອງອາກາດທີ່ເກີດຂື້ນຕາມທຳມະຊາດ ເມື່ອຄື້ນສຽງດັງກະທົບໃສ່ພື້ນ ແລະ ວັດແທກການປ່ຽນແປງຂະໜາດນ້ອຍໆຂອງຫລອດໄຟທີ່ສັ່ນສະເທືອນ.
ນັກວິໄຈກ່າວວ່າ ເຮົາພິຈາລະນາຜູ້ລັກລອບດັກຟັງອົງກອນທີ່ເປັນອັນຕະລາຍ ທີ່ມີຄວາມສົນໄຈໃນການສອດແນມເຫຍື່ອເພື່ອດັກຈັບການສົນທະນາຂອງເຫຍື່ອ ແລະໃຊ້ປະໂຫຍດຈາກຂໍ້ມູນທີ່ໃຫ້ໃນການສົນທະນາ ເຊັ່ນ: ຂະໂມຍໝາຍເລກບັດເຄຣດິດສ໌ຂອງເຫຍື່ອ ແລະຂໍ້ມູນສ່ວນຕົວ ແລະອື່ນໆທີ່ໄດ້ເປີດເຜີຍໂດຍເຫຍື່ອ
![]() |
ພາບຈາກ: thehackernews |
ສາທິດການໂຈມຕີ
ຈາກການໂຈມຕີສາມາດສອດແນມການໃຊ້ Lamphone Attack ໄດ້ໄກເທົ່າໃດ?
ວິທີການໃໝ່ນີ້ມີປະສິດທິພາບໃນໄລຍະທາງເໝາະສົມ ເລີ່ມຕົ້ນດ້ວຍໄລຍະຫ່າງຢ່າງນ້ອຍ 25 ແມັດ ຈາກເປົ້າໝາຍໂດຍໃຊ້ກ້ອງສ່ອງເບີ່ງດາວ ແລະເຊັນເຊີແສງໄຟຟ້າ ແລະ ສາມາດຂະຫຍາຍດ້ວຍອຸປະກອນລະດັບສູງ
ການໂຈມຕີຜ່ານຊ່ອງທາງ Lamphone ສາມາດນຳໄປໃຊ້ໃນສະຖານະການແບບຣຽວທາມ ຊຶ່ງແຕກຕ່າງຈາກການຕັ້ງຄ່າການດັກຟັງກ່ອນໜ້າເຊັ່ນ Visual Microphone ຈະຖືກກີດກັ້ນໂດຍເວລາການປະມວນຜົນທີ່ຍາວນານ
ດ້ວຍປະສິດທິຜົນຂອງການໂຈມຕີ ທີ່ຕ້ອງອາໄສແສງສະຫວ່າງຫຼາຍ, ການຕອບສະໜອງກ່ຽວຂ້ອງກັບປະລິມານຂອງແສງທີ່ເຄື່ອງເຊັນເຊີແສງສະຫວ່າງສາມາດຈັບໄດ້ ໂດຍໃຊ້ໂຄມໄຟທີ່ມີກຳລັງແສງນ້ອຍ ແລະປິດບັງຈາກຜ້າມ່ານ ເພື່ອຈຳກັດແສງສະ ຫວ່າງທີ່ໄຫຼອອກມາຈາກຫ້ອງ.
ນັກວິໄຈຍັງໄດ້ແນະນຳໃຫ້ໃຊ້ຫຼອດໄຟຟ້າ ທີ່ມີນ້ຳໜັກຫຼາຍ ເພື່ອລົດການສັ່ນສະເທືອນທີ່ເກີດຈາກການປ່ຽນແປງຂອງຄວາມດັນອາກາດ.
loading...
0 Comments