ໃນກໍລະນີຂອງ ນາງ ນາວາລັດ ຈັນທະຜົນ ຫຼື ບີ, ອາຍຸ 30 ປີ, ປະຊາຊົນໝູ່ 1 ບ້ານວັງຄວງ, ເມືອງພານກະຕ່າຍ, ແຂວງ ກຳແພງເພັດ ປະເທດໄທ ເຊິ່ງລາວເປັນໂລກອ້ວນ ແລະໄທຣອຍ, ມີນ້ຳໜັກກວ່າ 200 ກິໂລກຣາມ. ໄດ້ເດີນທາງໄປເບີ່ງໂລງສົບຂະໜາດຄວາມສູງ 60 ຊັງຕີແມັດ, ກວ້າງ 90 ຊມ, ຍາວ 180 ຊມ ທີ່ໜ່ວຍອາສາສະໝັກໜ່ວຍກູ້ໄພ ສະວ່າງກຳແພງເພັດທຳມະສະຖານພ້ອມດ້ວຍນາຍບ້ານ ອາສາສະໝັກ ໄດ້ຊ່ວຍກັນ ເອົາໄມ້ວິກທີ່ບໍລິຈາກນຳໄປເຮັດໂລງສົບຕາມຂະໜາດທີ່ທ່ານນາງນາວາລັດຕ້ອງການ ຈົນສຳເລັດ ແລະ ເກັບຮັກສາໄວ້ທີ່ວັດສຸວັນນະນາຣາມ.
ນາງນາວາລັດ ບອກວ່າ ທີ່ມາຂອງການສັ່ງໂລງສົບໃນຄັ້ງນີ້ ເພາະຂ້ອຍຮູ້ສຶກຕົວເອງເປັນຢ່າງດີ ວ່າມີອາການປ່ວຍທີ່ບໍ່ດີ, ມັກຈະນອນຫລັບແບບສະນິດ ແລະເຄີຍປ້ຳາຊ່ວຍຫົວໃຈມາແລ້ວຫຼາຍຄັ້ງ ສະນັ້ນ, ຈຶ່ງຕ້ອງມີການວາງແຜນໃນພາຍຫລັງຂອງຊີວິດ ເພື່ອບໍ່ໃຫ້ເປັນພາລະຂອງຄົນອື່ນ ເພາະວ່າໂລງສົບມີຂະໜາດໃຫຍ່ ແລະມີລາຄາແພງ
ຫລັງຈາກທີ່ປະກົດເປັນຂ່າວຜ່ານສື່ມວນຊົນ ເຮັດໃຫ້ຜູ່ບໍລິຈາກເງິນຜ່ານບັນຊີທະນາຄານແລ້ວຫຼາຍກ່ວາ 80,000 ບາດ. ນາງນາວາລັດກ່າວຂອບໃຈບັນດາຜູ້ໃຈບຸນໃຈກຸສົນ ແລະສັນຍາວ່າຈະໃຊ້ເງິນທຸກບາດ ທຸກສະຕາງໃຫ້ຄຸ້ມຄ່າ...
ສຳລັບແນວທາງການປິ່ນປົວ, ນາງນາວາລັດໄດ້ກ່າວວ່າ ມັນຕ້ອງໃຊ້ຈ່າຍເງິນຈຳນວນຫຼາຍ. ການອອກກຳລັງກາຍກໍ່ເຮັດບໍ່ໄດ້ດົນ. ເພາະວ່າຮ່າງກາຍຂະໜາດໃຫຍ່ເຮັດໃຫ້ເມື່ອຍໄດ້ງ່າຍ. ແລະບໍລິເວນຂາໜີບສຽດສີກັນເຈັບແສບ, ທໍລະມານ ສ່ວນໂລກ thyroid ແມ່ນເປັນປະມານ 2-3 ປີ, ທັງທີ່ກ່ອນໜ້ານີ້ມີນ້ຳໜັກພຽງແຕ່ 80-90 ກິໂລ ເທົ່ານັ້ນ. ແຕ່ດຽວນີ້ນ້ຳໜັກແມ່ນຫຼາຍກ່ວາ 200 ກິໂລກຣາມແລ້ວ
ລາຍໄດ້ໃນປັດຈຸບັນຂອງນາງ. ແມ່ນອີງໃສ່ການຮັບຈ້າງຂອງຜູ້ປະກອບການຢູ່ບາງກອກ ປະດິດດອກໄມ້ທຽມ ໃນແຕ່ລະເດືອນຈະມີລາຍໄດ້ປະມານ 600 ບາດ. ນອກຈາກນັ້ນ, ຍັງອາໄສຜົວເຊິ່ງມີອາຊີບຮັບຈ້າງທົ່ວໄປ. ແຕ່ຊ່ວງນິ້ແມ່ນພົບບັນຫາກັບການລະບາດຂອງ COVID-19 ເຊິ່ງເຮັດໃຫ້ເກີດການຫວ່າງງານ ຫາກມີຂອງປ່າ ເຊັ່ນ: ເຫັດ, ໝໍ່ໄມ້ຕ່າງໆກໍ່ເຂົ້າໄປເກັບແລ້ວເອົາມາຂາຍເພື່ອລ້ຽງຊີບ
ຂໍ້ມູນ: news.thaipbs.or.th
0 Comments