ການວິໄຈຊີ້ ຄຸນນະພາບການນອນຈະດີຂຶ້ນ ຖ້ານອນກັບ "ຄົນຮັກ"



ນັກຄົ້ນຄວ້າລາຍງານການສຶກສາກ່ຽວກັບການນອນຫລັບ ຢູ່ໃນວາລະສານວິຊາການ Frontiers in Psychiatry ໃນທ້າຍເດືອນມິຖຸນາຜ່ານມາ. ອີງຕາມການສຶກສາຂອງຄູ່ຜົວເມຍທີ່ມີສຸຂະພາບດີທັງໝົດ 12 ຄູ່ ໃນຫ້ອງທົດລອງນອນຫຼັບເປັນເວລາ 4 ວັນ ໂດຍການໃຫ້ກຸ່ມອາສາສະໝັກເຫລົ່ານີ້ ທັງນອນຢູ່ຄົນດຽວ ແລະນອນຄູ່ກັບຄົນທີ່ຮູ້ໄຈ

ນັກຄົ້ນຄວ້າໄດ້ສຶກສາໜ້າທີ່ຂອງສະໝອງ ແລະລະບົບຕ່າງໆຂອງຮ່າງກາຍລວມທັງຄຸນະພາບຂອງການນອນຕະຫຼອດການທົດລອງ.

ນັກຄົ້ນຄວ້າພົບວ່າ ເມື່ອຄູ່ຜົວເມຍນອນໃນຕຽງດຽວກັນໃນເວລາດຽວກັນ, ຄຸນນະພາບຂອງການນອນຈະດີກວ່າຖ້າທຽບກັບການທີ່ນອນຢູ່ຄົນດຽວ. ຄຸນະພາບຂອງການນອນໄດ້ຖືກວັດແທກໂດຍລະດັບຂອງການພັກຜ່ອນທີ່ເອີ້ນວ່າຂັ້ນຕອນ REM stage, ເຊິ່ງຫຍໍ້ມາຈາກ rapid eye movement ນັ້ນເອງ

REM ແມ່ນໜຶ່ງໃນຂັ້ນຕອນທີ່ສຳຄັນທີ່ສຸດຂອງການນອນ. ເພາະມັນຊ່ວຍໃຫ້ຮ່າງກາຍປະມວນລວບລວມຄວາມຊົງຈຳ, ຄວບຄຸມອາລົມ ແລະແກ້ໄຂບັນຫາຕ່າງໆ. ແລະ ສາມາດເຮັດໃຫ້ເຮົາຝັນນັ້ນເອງ

ໂດຍປົກກະຕິແລ້ວຮ່າງກາຍຈະຜ່ານສີ່ຂັ້ນຕອນສຳລັບການນອນ, ເຊິ່ງໃນຂັ້ນຕອນທຳອິດ ແມ່ນຈະເລີ່ມນອນຫລັບເບົາໆ ແລະໃນຂັ້ນຕອນທີສອງ ຮ່າງກາຍບໍ່ຮັບຮູ້ກ່ຽວກັບສະພາບແວດລ້ອມອ້ອມຂ້າງຕ່າງໆ ຮອບຕົວ. ຫຼັງຈາກນັ້ນ, ໃນໄລຍະທີສາມ ແລະ ສີ່, ເຊິ່ງເປັນຊ່ວງທີ່ເຮົານອນຫລັບສະນິດ. ຮ່າງກາຍຈະໃຊ້ການນອນຫລັບນີ້ເພື່ອຟື້ນຟູ ແລະສ້ອມແຊມສ່ວນຕ່າງໆ ແລະເຂົ້າສູ່ໄລຍະທີ່ເອີ້ນວ່າ REM, ເຊິ່ງເລີ່ມເຮັດໃຫ້ເຮົານັ້ນຝັນ...

ນັກຄົ້ນຄວ້າໄດ້ອະທິບາຍວ່າ ການນອນໃນຂັ້ນ REM ນີ້ ອາດຈະເກີດຂື້ນໄດ້ທຸກເວລາໃນລະຫວ່າງການນອນ.ສ່ວນໃຫຍ່ມັກຈະເກີດຂື້ນຊ່ວງ 90 ນາທີຫຼັງຈາກທີ່ເຮົານອນຫລັບ. ໃນຊ່ວງຂອງ REM ແຂນ ແລະ ຂາຂອງເຮົາຈະບໍ່ສາມາດເຄື່ອນ ໄຫວ. ນີ້ແມ່ນເພື່ອປ້ອງກັນອັນຕະລາຍທີ່ອາດຈະເກີດຂື້ນກັບຕົວເອງ


ນັກຄົ້ນຄວ້າໃຫ້ຂໍ້ສັງເກດວ່າ ການນອນຫຼັບທີ່ມີຄຸນນະພາບເຊິ່ງມີຜົນດີຕໍ່ຮ່າງກາຍ ແລະ ສະໝອງ ມັກຈະເກີດຂື້ນຖ້າເຮົານອນຕຽງດຽວກັນກັບຄົນທີ່ຮູ້ໄຈ ຫຼືມີຄວາມສຳພັນທີ່ດີຕໍ່ກັນ. ແນ່ນອນວ່າຄຸນນະພາບຂອງການນອນດັ່ງກ່າວ ຍ່ອມມີຜົນດີຕໍ່ສຸຂະພາບຈິດລວມ, ສຸຂະພາບກາຍ ທັງຄວາມສາມາດໃນການແກ້ໄຂບັນຫາທີ່ສ້າງສັນເມື່ອເຮົາຕື່ນນອນອີກດ້ວຍ.

ແຕ່ເຖິງຢ່າງໃດກໍ່ຕາມ, ນັກຄົ້ນຄວ້າຍອມຮັບວ່າກຸ່ມ 12 ຄູ່ນີ້ອາດຈະຍັງນ້ອຍເກີນໄປ. ແລະຍັງຕ້ອງໄດ້ສຶກສາເພື່ອຢືນຢັນຂໍ້ມູນທີ່ໄດ້ເພີ່ມເຕີມ

ຂໍ້ມູນ: sanook.com
ພາບ: praewwedding.com


0 Comments