ວິທີປ້ອງກັນໄຂ້ເລືອດອອກ


ພະຍາດໄຂ້ເລືອດອອກ" ແມ່ນພະຍາດທີ່ເກີດຈາກເຊື້ອໄວຣັດເດງກີ. ເຊິ່ງແມ່ນຍຸງເປັນຕົວພາຫະນຳເຊື້ອ ຫລັງຈາກຖືກຍຸງທີ່ຕິດເຊື້ອກັດໂດຍຈະຢູ່ໃນຮ່າງກາຍຂອງຄົນເຮົາປະມານ 5-8 ມື້, ຄົນເຈັບຈະເລີ່ມມີອາການ ມີໄຂ້ສູງເປັນເວລາ 2-7 ວັນ, ມີຈຸດລືອດອອກຢູ່ບໍລິເວນໃຕ້ຜິວໜັງ.

ພະຍາດນີ້ສາມາດເກີດຂື້ນໄດ້ທັງເດັກນ້ອຍ ແລະ ຜູ້ໃຫຍ່. ມັກຈະລະບາດໃນລະດູຝົນ ເພາະວ່າມີຍຸງຫຼາຍ ຍຸງອາໄສຢູ່ໃນເຮືອນ ແລະອ້ອມແອ້ມເຮືອນ ດູດເລືອດຈາກຄົນໃນຍາມກາງເວັນ. ຄົນເຈັບທີ່ຕິດເຊື້ອໄຂ້ເລືອດອອກຈະມີອາການພຽງເລັກນ້ອຍ ໄປອາການຮຸນແຮງເຖິງແກ່ຄວາມຕາຍ. ຄວາມຮຸນແຮງຂອງການຕິດເຊື້ອແມ່ນຂື້ນກັບອາຍຸ, ພູມຕ້ານທານ ແລະ ຄວາມຮຸນແຮງຂອງເຊື້ອ

# ຄຸນລັກສະນະຕົ້ນຕໍຂອງພະຍາດໄຂ້ເລືອດອອກ:

  1. ມີໄຂ້ສູງກະທັນຫັນ ປະມານ 2-7 ວັນ
  2. ເບື່ອອາຫານ, ໃບໜ້າແດງ, ປວດຫົວບວກກັບອາການປວດຮາກ ແລະປວດທ້ອງນຳອີກ
  3. ບາງຄົນອາດຈະມີຕຸ່ມເລືອດແດງຢູ່ຕາມລຳຕົວ, ແຂນ, ຂາ, ມີເລືອດອອກຕາມວ່າງແຂ້ວ, ຖ່າຍ ໜັກເປັນສີດຳຍ້ອນມີເລືອດອອກ ແລະອາດຈະເຮັດໃຫ້ເກີດອາການຊ໊ອກ
  4. ໃນຄົນເຈັບທີ່ມີອາການຊ໊ອກຈະສັງເກດເຫັນໄດ້ເມື່ອໄຂ້ລົດ, ກຳມະຈອນເຕັ້ນໄວ, ໝົດສະຕິ ຖ້າຫາກປິ່ນປົວຊັກຊ້າກໍ່ອາດຈະເກີດເສຍຊີວິດໄດ້

ບໍ່ມີຢາປິ່ນປົວສຳລັບພະຍາດໄຂ້ເລືອດອອກ. ການປິ່ນປົວແມ່ນຈະໃຊ້ວິທີປິ່ນປົວຕາມອາການ ໂດຍວິທີການໃຊ້ຢາລົດໄຂ້, ເຊັດຕາມຕົນຕົວເພື່ອລົດໄຂ້ ແລະໃຊ້ນຳ້ຊົດເຊີຍເຊັ່ນ: ການໃຫ້ນຳ້ເກືອເນື່ອງຈາກຄົນເຈັບມັກຈະມີອາການຂາດນຳ້ເນື່ອງຈາກມີໄຂ້ສູງ. ຖ້າມີອາການປວດທ້ອງ, ຍ່ຽວໜ້ອຍລົງ, ຕີນ-ມືເຢັນ, ໂດຍສະເພາະໃນຊ່ວງອາການໄຂ້ຫຼຸດລົງຈະຕ້ອງຮີບຟ້າວນຳສົ່ງໄປໂຮງໝໍໂດຍດ່ວນ



# ວິທີປ້ອງກັນແລະຄວບຄຸມໄຂ້ເລືອດອອກ

  1. ປ້ອງກັນບໍ່ໃຫ້ຍຸງກັດ ຍຸງລາຍມັກຈະກັດຄົນໃນເວລາກາງເວັນ. ຄວນນອນໃນມຸ້ງ ຫລື ຕິດຕັ້ງຕາໜ່າງລວດກັນຍຸງເພື່ອປ້ອງກັນບໍ່ໃຫ້ຍຸງເຂົ້າໄປໃນເຮືອນ ຫຼີກລ້ຽງການຢູ່ໃນບ່ອນທີ່ປຽກຊຸ່ມ. ໃຊ້ຢາທາກັນຍຸງທີ່ສະກັດຈາກພືດທຳມະຊາດ.

  2. ຈຳກັດແຫຼ້ງເພາະພັນຍຸງລາຍໃຫ້ໝົດ ຍຸງລາຍຈະເພາະພັນໃນນ້ຳໃສໃນພາຊະນະທີ່ເກັບນ້ຳໃຊ້ພາຍໃນເຮືອນ ເຊັ່ນ: ຖັງນ້ຳ, ຈອກ, ໂຖດອກໄມ້, ຕູ້ ພາຊະນະທີ່ຢູ່ນອກເຮືອນເຊັ່ນ: ຢາງຕີນລົດ, ກະໂປະກະປ໋ອງ, ຖັງນ້ຳ ການທຳລາຍແຫຼ່ງເພາະພັນຂອງຍຸງລາຍສາມາດປະຕິບັດໄດ້ດັ່ງນີ້:

  • ພາຊະນະທີ່ໃຊ້ໃນການເກັບນ້ຳຕ້ອງປິດແຫນ້ນ.
  • ໃຊ້ຊາຍເພື່ອກຳຈັດຕົວອ່ອນຍຸງລາຍໃນຖັງນ້ຳ.
  • ທຳລາຍພາຊະນະທີ່ບໍ່ຈຳເປັນ ເພາະອາດຈະມີນໍ້າຂັງໄດ້
  • ປ່ອຍປາກິນຕົວອ່ອນ ເຊັ່ນ: ປາຫາງນົກຍຸງ ໃນພາຊະນະທີ່ມີນ້ຳຂັງຂະໜາດໃຫຍ່ເຊັ່ນ: ໄຫ່ໃສ່ນ້ຳ, ຟຸຍໃສ່ນ້ຳ...
  • ປ່ຽນນ້ຳໃນພາຊະນະນ້ອຍໆເຊັ່ນ: ໂຖດອກໄມ້, ນ້ຳໃສ່ຕີນຕູ້ ທຸກໆ 7 ວັນ.
  • ປັບປຸງສະພາບແວດລ້ອມພາຍໃນເຮືອນ ແລະ ອ້ອມແອ້ມເຮືອນໃຫ້ເປັນລະບຽບ ສະອາດງາມຕາ
  • ທຳຄວາມສະອາດຖັງນ້ຳທຸກຄັ້ງທີ່ມີການປ່ຽນນ້ຳເພື່ອທຳລາຍໄຂ່ຍຸງລາຍ


0 Comments