ຊ໊ອກ!! ນັກກິລາລັດເຊຍ ຖືກຟ້າຜ່າກາງສະໜາມ (ມີຄລິບ)

ເປີດຄລິບຊ໊ອກ!! ຜູ້ຮັກສາປະຕູລັດເຊຍ ໄວ 16 ປີ ຖືກຟ້າຜ່າກາງສະໝາມ ໃນຂະນະທີ່ຊ້ອມກິລາຢູ່ ຈົນລົ້ມລົງໝົດສະຕິ.

ພາບຂ່າວ: TV Channel AIST

ຕາມການລາຍງານຈາກເວັບໄຊ ອາຣ໌ທີ(RT) ລັດເຊຍ ເມື່ອວັນທີ 7 ກໍລະກົດ 2020 ອີວານ ຊາໂບຣອບສະກີ, ອາຍຸ 16 ປີ ເປັນຜູ່ຮັກສາປະຕູ ທິມເຍົາວະຊົນຂອງສະໂມສອນ ຊະນຳຍາ ຕູຣດາ (FC Znamya Truda) ຖືກຟ້າຜ່າໃນຂະນະທີ່ຝຶກຊ້ອມກັບທິມ ແຕ່ເຂົາລອດຊີວິດມາໄດ້ຢ່າງປະຕິຫານ.

ເຫດການດັ່ງກ່າວນີ້ແມ່ນເກີດຂື້ນທີ່ສະໜາມຝຶກຊ້ອມຂອງທິມ ຕັ້ງຢູ່ເມືອງໂອເຣໂຄໂວ-ຊູເຍໂວ ເຂດມົດສກູ ທາງທິດຕາເວັນຕົກຂອງລັດເຊຍ ໂດຍໃນວັນທີ 3 ກໍລະກົດ ອີວານໄດ້ຝຶກຊ້ອມແຍກກັບເພື່ອນຮ່ວມທິມ ເຊິ່ງລາວນັ້ນຢູ່ໃນສະໜາມຄົນດຽວ ໃນຂະນະທີ່ຄົນອື່ນໆນັ້ນ ແມ່ນຢູ່ຂອບສະໜາມກັນໝົດທຸກຄົນ.

ພາບຂ່າວ: TV Channel AIST

ໃນລະຫວ່າງທີ່ອີວານ ກຳລັງຈະບານຂອບເຂດຈຸດໂທດນັ້ນ ຢູ່ດີໆ ກໍ່ເກີດຟ້າຜ່າປ້ຽງໃສ່ຮ່າງຂອງເຂົາ ຈົນເຮັດໃຫ້ເຂົາລົ້ມລົງໝົດສະຕິ. ເຊິ່ງມັນເປັນເຫດການທີ່ບໍ່ຄາດຄິດ ເພາະໃນວັນເກີດເຫດທ້ອງຟ້າແຈ່ມໃສ, ບໍ່ມີເມກ ຫລືຝົນຟ້າຄະນອງ

ພາບ: FC Znamya Truda (Orekhovo-Zuevo) born in 2004 / VK

ຫຼັງຈາກເກດເຫດທຸກຄົນກໍ່ແລ່ນເຂົ້າໄປຊ່ວຍອີວານ ໂຄດສ໌ ແລະທິມແພດຂອງທິມ ກໍ່ໄດ້ຊ່ວຍກັນປ້ຳຫົວໄຈເບື້ອງຕົ້ນ ຈົນກະທັ້ງລົດແພດມາຮອດ ຈຶ່ງນຳຕົວສົ່ງໂຮງໝໍໃກ້ຄຽງ.



ພາບ: FC Znamya Truda (Orekhovo-Zuevo) born in 2004 / VK

ຂໍ້ມູນ: 


0 Comments