ແອບແຊັດລັບກັບໃຜ!! "ວິທີກູ້ຄືນຂໍ້ຄວາມແຊັດເຟຊ໌ບຸກທີ່ຖືກລົບ" ງ່າຍໆ ຄົນທີ່ມັກນອກໄຈລະວັງໃຫ້ດີ!!

ພາບຈາກ laokhaoit.com

ຖ້າເອີຍເຖິງ Facebook Messenge ຄົງຈະບໍ່ມີຜູ້ໃດສິບໍ່ຮູ້ ເປັນແອັບທີ່ພ່ວງມາກັບເຟຊບຸກຫຼັກ ເອົາໄວ້ແຊັດສົນທະນາຫາກັນໄດ້ງ່າຍ ແລະສະດວກສະບາຍ ເຊັ່ນ: ສົ່ງຂໍ້ຄວາມ, ໂທເຫັນໜ້າ(Video call),ໂທທາງສຽງ(Voice call) ທຸກຢ່າງເຫຼົ່ານັ້ນເຖິງແມ່ນວ່າ ເຮົາຈະລົບໃນໜ້າແຊັດອອກໄປແລ້ວກໍ່ຕາມ ເຮົາຍັງສາມາດກູ້ກັບຄືນມາໄດ້

ຫາກຢາກຈະກວດເບິ່ງຂໍ້ຄວາມແຊັດຂອງແຟນ ວ່າເຂົາແອບລັກແຊັດກັບກິ໊ກຫລືບໍ? ຕ້ອງຮຸ້ການລ໊ອກອິນເຟຊບຸກຂອງແຟນແມ່ນຫຍັງກ່ອນ ອີເມວ ແລະ ລະຫັດຜ່ານຂອງນາງ ເພາະມັນຈະສົ່ງມາທາງອີເມວທີ່ໃຊ້ລ໊ອກອິນ. ສຳຄັນທີ່ສຸດກໍຄືຢ່າລືມໄປກວດເຊັກອີເມວ ແລ້ວລົບອີເມວທີ່ທາງເຟຊບຸກສົ່ງມາໃຫ້ນັ້ນຖິ້ມ ສົມມຸດນາງເຂົ້າໄປກວດເມວລະເຫັນ ເປັນເລື່ອງແນ່ນອນ.

ຂັ້ນຕອນການປະຕິບັດ ມີດັ່ງນີ້:

1. ກົດໄປທີ່ລູກສອນສາມຫຼ່ຽມນ້ອຍໆ ເບື້ອງເທິງຂວາມື ຈາກນັ້ນເຂົ້າໄປເມນູ Settings



2. ໃຫ້ຊອກຫາຄຳວ່າ Download a copy (ດາວໂຫລດສຳເນົາຂໍ້ມູນ) ແລ້ວກໍ່ກົດເລືອກເລີຍ



3. ແລ້ວກໍ່ກົດປຸ່ມດາວໂຫລດ ຫຼັງຈາກນັ້ນຂໍ້ມູນແຊັດທັງໝົດກໍ່ຈະຖືກສົ່ງມາທາງອີເມຍ(Email)



4. ທາງເຟຊບຸກຈະສົ່ງອີເມວກັບມາ ເລື່ອນໄປເບີ່ງທ້າຍສຸດຈະມີລິ້ງໃຫ້ດາວໂຫລດ ດັ່ງພາບ


ຂັ້ນຕອນດັ່ງກ່າວນີ້ຈະເຮັດໄດ້ແຕ່ໃນຄອມ ເພາະມັນຕ້ອງໄດ້ແຕກໄຟລ໌ອອກມາ ຈາກນັ້ນກໍ່ຣັນ index.html ຂຶ້ນມາ ເຂົ້າໄປທີ່ messenger ຫລື ຂໍ້ຄວາມ ເພື່ອກວດເບີ່ງຂໍ້ມູນໄດ້ເລີຍ

ໄຟລ໌ພາບຈາກ: namprix


0 Comments