![]() |
ພາບຈາກ: xfile.teenee |
ເລື່ອງ: ນີ້ຄືເລື່ອງຈິງ!
ເລື່ອງມີຢູ່ວ່າ ເຈົ້າຂອງຟາມຄິດຢາກຈະເຮັດໄກ່ປີ້ງ ເລີຍເລືອກໄມຄ໌ຈະມາທຳເປັນໄກ່ປີ້ງ ຊຶ່ງໃນຕອນທີ່ເອົາພ້າຟັນລົງໄປທີ່ຄໍຂອງໄມຄ໌ ຫົວຂອງມັນຂາດຕົກລົງມາສະຫງົບນິ່ງຢູ່ພື້ນດິນ ແຕ່ຕົວຂອງມັນຫັ້ນຕີ໋ ກັບກະໂດດລົງມາຈາກຄຽງແລ້ວແລ່ນໄປທົ່ວ ໄປທາງໃດກໍ່ບໍ່ຮູ້ ເລີຍຕ້ອງເອົາໄກ່ໂຕອື່ນມາແທນ.
ໃນມື້ຕໍ່ມາ ເຈົ້າຂອງກັບໄປທີ່ເລົ້າໄກ່ກໍ່ເຫັນເຈົ້າໄມຄ໌ຢູ່ຄອກທັ້ງໆທີ່ບໍ່ມີຫົວ ແລ້ວຍັງເຮັດທ່າຄຸ້ຍເຂ່ຍຫາອາຫານ ຄືກັບໄກ່ທົ່ວໆໄປ ຜິດແຕ່ວ່າມັນບໍ່ມີຫົວ. ເຈົ້າຂອງເລີຍສົງໄສວ່າມັນຈະຢູ່ໄປໄດ້ອີກນານເທົ່າໃດ ກໍ່ເລີຍລ້ຽງໄປເລື້ອຍໆ ໂດຍໃຫ້ອາຫານດ້ວຍການຢອດຜ່ານທາງທໍ່ສົ່ງອາຫານ. ໃນທີ່ສຸດເລື່ອງນີ້ກໍ່ໄປສູ່ຫູສື່ມວນຊົນໂດຍນິຕິສານ TIME ອອກມາເຮັດເລື່ອງນີ້ ເຮັດຫ້ເຈົ້າໄມຄ໌ໂດ່ດັງໄປທົ່ວ ຍັງມີຄົນຮຽນແບບທົ່ວປະເທດ ກໍ່ເລີຍເຮັດໃຫ້ທຸກບ້ານມີໄກ່ປີ້ງກິນເປັນອາຫານຄໍ່າທຸກໆມື້. ແຕ່ກໍ່ບໍ່ມີໃຜເຮັດສຳເລັດໄດ້ ແລະໃນຊ່ວງສຸດທ້າຍຂອງຊີວິດໄມຄ໌ ຕາຍດ້ວຍເມັດສາລີເຂົ້າໄປຕິດຫຼອດລົມ ຕາຍຊຶ່ງນັບຈາກວັນທີ່ຫົວຂາດຈົນວັນທີ່ຕາຍ ແມ່ນນັບໄດ້ປະມານ 18 ເດືອນພໍດີ.
ພໍເຈົ້າໄມຄ໌ຕາຍໄປ ເຈົ້າຂອງກໍ່ຮູ້ສຶກເສຍໄຈທີ່ສຸດ ເລີຍຈັດຕັ້ງວັນໄມຄ໌ໄກ່ຫົວຂາດ (Mike the headless Chicken Day) ຂຶ້ນທຸກໆປີ ດຽວນີ້ກໍ່ຍັງມີຈົນເຖິງປະຈຸບັນ.

0 Comments