
ຕາມການລາຍງານຂ່າວຂອງຫວຽດນາມ ໃນວັນທີ 23 ກໍລະກົດ 2020 ພັອ ຫງວຽນເຈື່ອງວຽນ ຫົວໜ້າກອງບັນຊາການຕຳຫຼວດເມືອງ ຈີໂຕນ ແຂວງ ອານຢາງ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ຕຳຫຼວດໄດ້ຈັບກຸມ ນາງ ເຢືອງຖິຫງອກມາຍ ອາຍຸ 55 ປີ ທີ່ໄດ້ທຳຮ້າຍຮ່າງກາຍ ແລະ ປ້ອຍດ່າແມ່ແທ້ໆຂອງຕົນເອງວ່າໃຫ້ "ຕາຍໄວໆ"
ເຊິ່ງນາງ ເຢືອງຖິຫງອກມາຍ ຫຼາຍເທື່ອທີ່ໄດ້ໃຊ້ຝາມືຕົບຕີຜູ້ເປັນແມ່, ທັງບີບຄໍ ສາລະພັດຢ່າງ ແລະຍັງປ້ອຍດ່າວ່າ: ຕາຍໄວໆ
ຕໍ່ພຶດຕິກຳດັ່ງກ່າວ, ເຈົ້າໜ້າທີ່ຈິ່ງໄດ້ຈັບ ແລະກັກຕົວ ນາງ ເຢືອງຖິຫງອກມາຍ ເພື່ອໄປດຳເນີນຄະດີຕາມກົດໝາຍ ໃນຂໍ້ຫາ: ທາລຸນ ແລະປ້ອຍດ່າແມ່ຜູ້ບັງເກີດເກົ້າຂອງຕົນເອງ ດ້ວຍພຶດຕິກຳ ແລະ ການປ້ອຍດ່າດ້ວຍຄວາມຫຍາບຄາຍ ທີ່ບໍ່ສາມາດໃຫ້ອະໄພໄດ້.
![]() |
ພາບປະກອບຂ່າວເທົ່ານັ້ນ |
0 Comments