![]() |
ພາບຈາກ xfile.teenee |
ພະນັກງານຊາຍໜຸ່ມກຳຈັດໜູ ລາວມີຊື່ວ່າ Marau Lopez ມີມື້ໜຶ່ງລາວຖືກເອີ້ນໄປກຳຈັດໜູໃນກາລາລົດທີ່ເມັກຊິໂກ ຊື່ Metedec ແຕ່ຕອນທີ່ລາວກຳລັງຊອກຫາໜູຢູ່ນັ້ນ ລາວໄດ້ສັງເກດເຫັນສິ່ງໆໜຶ່ງ ທີ່ເຮັດໃຫ້ລາວຈະບໍ່ມີວັນລືມໄປຕະຫຼອດຊີວິດ...
ນີ້ແມ່ນ monster ຫລື ມະນຸດຕ່າງດ້າວທີ່ລາວພົບໃນກາລາລົດ (garage) ເບິ່ງແລ້ວມີລັກສະນະຄ້າຍຄືກັບໂຄງກະດູກຂອງມະນຸດ. ລາວຈຶ່ງນຳເອົາສິ່ງນັ້ນໄປ ແລະໃຫ້ນັກຄົ້ນຄວ້າພິສູດວ່າສິ່ງນີ້ແມ່ນຫຍັງກັນແທ້??
ເຮົາມາເບີ່ງວິດີໂອຂັ້ນຕອນຂອງການພິສູດສັດໂຕນີ້
![]() |
ພາບຖ່າຍຈາກ springnews |
ແຕ່ຜົນຂອງການພິສູດປະກົດວ່າ....ສິ່ງນີ້ບໍ່ແມ່ນສັດລຶກລັບ ຫລື ມະນຸດຕ່າງດ້າວແຕ່ຢ່າງໃດ ເປັນພຽງຊາກແຫ້ງໆຂອງ ລີງກະຮອກ
ລີງກະຮອກ ຫລື ລີງປາກດຳ(Monkey Squirel) ເປັນລີງທີ່ມີຮູບຮ່າງນ້ອຍ ມີຂະໜາດດຽວກັນກັບໂຕ ທາມາຣິນ(TAMARINS) ຂະໜາດຮູບຮ່າງແຕ່ຕົນໂຕຈົນຮອດຫາງຍາວປະມານ 12 ນິ້ວ ຫລື 1 ຟຸດ. ຫາງມີຄວາມຍາວກວ່າລຳຕົວ ຫາງຍາວປະມານ 16 ນິ້ວ ໜັງບໍລິເວນດັງ ແລະ ປາກເປັນວົງສີດຳ, ໃບໜ້າເປັນຮູບສີອອນ ຫລືສີເນື້ອ ເບີ່ງເຜີນໆຄ້າຍກັບສວບໜ້າກາກຢູ່ ເປັນລີງທີ່ມີຮູບຮ່າງນ້ອຍ ແລະ ນໍ້ຳໜັກເບົາ. ຄວາມແຕກຕ່າງລະຫວ່າງໂຕຜູ້ ແລະໂຕແມ່ ນອກຈາກການສັງເກດເບີ່ງອະໄວຍະວະເພດແລ້ວ ຍັງສາມາດສັງເກດໄດ້ຈາກຂະໜາດຂອງມັນ ໂຕຜູ້ຈະໃຫຍ່ກວ່າ ແລະມີຫົວໃຫຍ່ກວ່າໂຕແມ່ ແລະເມື່ອເຖິງລະດູປະສົມພັນ ໂຕຜູ້ຈະມີສີສັນທີ່ສົດໄສກວ່າໂຕແມ່.
ທີ່ມາ: xfile.teenee
0 Comments