![]() |
ພາບ : iStock |
ເຫັດພິດໃນປະເທດເຮົາມີຢູ່ຫຼາຍໆຊະນິດ ມີທັງພິດຮ້າຍແຮງຈົນເຖິງຂັ້ນເປັນອັນຕະລາຍແກ່ຊີວິດໄດ້ ເຊັ່ນ: ເຫັດໃນຕະກຸນອະມານິຕາ (Amanita) ແລະເຫັດຕະກຸນເຮລເວລລາ (Helvella) ສ່ວນເຫັດໃນຕະກູນອື່ນໆ ກໍ່ເປັນອັນຕະລາຍຄືກັນ ແຕ່ກໍ່ບໍ່ເປັນອັນຕະລາຍຫຼາຍປານໃດ ພຽງແຕ່ເຮັດໃຫ້ຄົນເຮົາມີອາການມືນເມົາ. ສຳລັບໃນບ້ານເຮົາແລ້ວເຫັດທີ່ມີພິດຫຼາຍແມ່ນເຫັດອະມານິຕາ ເປັນເຫັດພິດທີ່ຕ້ອງລະວັງຫຼາຍທີ່ສຸດ.
ວິທີການສັງເກດເຫັດມີພິດ (ເຫັດເບື່ອ)
ເຫັດທີ່ເຮົາຄວນຫຼີກລ້ຽງບໍ່ເກັບມາກິນ ແມ່ນເຫັດທີ່ມີສີນ້ຳຕານ, ເຫັດທີ່ມີປອກຫຸ້ມ, ມີວົງແຫວນໃຕ້ໝວກ, ເຫັດທີ່ມີຕຸ່ມ, ມີໝວກຂາວ, ເຫັດມີໝວກເປັນຮູໆ ເຫັດທີ່ເກີດຕາມຂີ້ສັດ ຫລືໃກ້ບໍລິເວນສັດຂີ້
ນອກຈາກນັ້ນແລ້ວ ສິ່ງທີ່ສຳຄັນຄືບໍ່ຄວນເກັບ ຫລື ຊື້ເຫັດປ່າມາບໍ່ຈັກແຫຼ່ງທີ່ບໍ່ຮູ້ຈັກມາປຸງແຕ່ເປັນອາຫານ, ການເກັບເຫັດທີ່ເກີດຂື້ນຢູ່ຕາມທຳມະຊາດ ກໍ່ໃຫ້ເກັບເຫັດທີ່ມີລັກສະນະສົມບູນ ເກັບໃຫ້ຄົບທຸກສ່ວນໂດຍຂຸດໃຫ້ເລີກ ຫ້າມເກັບເຫັດຫຼັງຝົນຕົກໃໝ່ໆ ເພາະວ່າສີຂອງເຫັດອາດຖືກນ້ຳຝົນເສາະລ້າງເຫັດໃຫ້ສີຂອງເຫັດນັ້ນຈືດຈາງໄດ້. ບໍ່ຄວນເກັບເດັດຂາດ ເຫັດທີ່ອອກຢູ່ໃກ້ໂຮງງານສານເຄມີ ຫລືແຄມຖະໜົນຫົນທາງ ເນື່ອງຈາກເຫັດສາມາດດູດຊຶມສານເຄມີ ແລະໂລຫະໄວ້ໃນເຫັດ
![]() |
ຕົວຢ່າງ: ເຫັດທີ່ກິນໄດ້ |
ວິທີການງ່າຍໆທີ່ໃຊ້ທົດສອບເຫັດມີພິດ ທີ່ນິຍົມກັນໃນປະຈຸບັນ ມີດັ່ງນີ້:
- ນຳເຂົ້າສານມາຕົ້ມກັບເຫັດ ແລ້ວໃຫ້ສັງເກດເບີ່ງ ຖ້າບໍ່ເປັນພິດເຂົ້າຈະສຸກ ແຕ່ຖ້າເປັນພິດເຂົ້າຈະສຸກໆ ດິບໆ
- ໃຊ້ບ່ວງເງິນຕົ້ມກັບເຫັດ ຖ້າບ່ວງປ່ຽນເປັນສີດຳ ກໍ່ສະແດງວ່າເຫັດເປັນເຫັດເບື່ອ
- ໃຊ້ປູນຄ້ຽວໝາກທາດອກເຫັດ ຖ້າເປັນເຫັດພິດຈະກາຍເປັນສີດຳ
- ໃຊ້ຫົວຜັກບົ່ວຕົ້ມກັບເຫັດ ຖ້າເປັນເຫັດເບື່ອຈະເປັນສີດຳ
- ໃຊ້ມືຂອງເຮົາຖູເຫັດຈົນເປັນຮອຍ ຖ້າເຫັດເບື່ອຮອຍທີ່ຖູຈະເປັນສີດຳ ແຕ່ເຫັດແຊມປິຍອງເປັນເຫັດທີ່ກິນໄດ້ ເມື່ອຖູເປັນຮອຍກໍ່ຈະເປັນສີດຳ
- ສັງເກດດອກເຫັດທີ່ມີຮອຍແມງໄມ້ ຫລືສັດກັດກິນ ເຫັນນັ້ນບໍ່ເປັນພິດ ແຕ່ຖ້າແມ່ນກະຕ່າຍ ແລະຫອຍກິນ ເຫັດນັ້ນສາມາດເປັນພິດໄດ້
- ເຫັດທີ່ເກີດຜິດລະດູການ ມັກຈະເປັນພິດ ແຕ່ປະຈຸບັນນີ້ສາມາດປຸກເຫັດໄດ້ຕະຫຼອດປີ
- ເຫັດເປັນພິດມີລັກສະນະສີເຂັ້ມ, ສ່ວນເຫັດທີ່ຮັບປະຫານໄດ້ຈະເປັນສີອ່ອນໆ
ການຮັບປະຫານເຫັດໂດຍທົ່ວໄປຈະຕ້ອງປະຕິບັດດັ່ງນີ້
1. ການຮັບປະທານອາຫານທີ່ປະກອບດ້ວຍເຫັດ ຄວນຈະຮັບປະທານພໍປະມານ ບໍ່ຄວນກິນຫຼາຍຈົນເກີນໄປ ເພາະເຫັດເປັນອາຫານທີ່ຍ່ອຍຍາກ ອາດຈະເຮັດໃຫ້ລະບົບຍ່ອຍອາຫານອ່ອນແອ ເກີດອາການອາຫານເປັນພິດໄດ້.
2. ຢ່າກິນອາຫານທີ່ເຮັດສຸກໆດິບໆ ຫລື ເຫັດດິບດອງ ເພາະເຫັດບາງຊະນິດຍັງມີພິດອ່ອນໆຄ້າງຢູ່ ຫາກກິນໄປຈະບໍ່ຮູ້ວ່າມີພິດ ເມື່ອກິນຫຼາຍໆຄັ້ງໄປກໍ່ຈະສະສົມພິດໃນຮ່າງກາຍ ແລະເປັນພິດຮ້າຍແຮງຈົນເຖິງແກ່ຊີວິດໄດ້
3. ໃນການປຸງແຕ່ງອາຫານດ້ວຍ ຕ້ອງແຍກເຫັດທີ່ເນົ່າອອກເສຍກ່ອນ ເພາະຈະເຮັດໃຫ້ເກີດອາຫານເປັນພິດໄດ້ຄືກັນ
4. ສຳລັບຜູ້ທີ່ແພ້ເຫັດບາງຊະນິດ ຫລືເຫັດທັງໝົດນັ້ນ ຖ້າກິນເຂົ້າໄປແລ້ວຈະເກີດອາການເບື່ອເມົາ. ສະນັ້ນຈຶ່ງຕ້ອງລະວັງ ກິນສະເພາະເຫັດທີ່ກິນໄດ້ໂດຍບໍ່ມີອາການແພ້ ຫລືບໍ່ກໍ່ຫຼີກລ້ຽງການກິນເຫັດກໍ່ດີ
5. ຂໍ້ນີ້ແມ່ນໃຫ້ລະມັດລະວັງທີ່ສຸດ ຢ່າກິນເຫັດພ້ອມກັບການດື່ມສຸລາ(ເຫຼົ້າ) ເພາະເຫັດບາງຊະນິດຈະເກີດລິດທັນທີ ຖ້າຫາກດື່ມເຫຼົ້າຫຼັງກິນເຫັດແລ້ວພາຍໃນ 48 ຊົ່ວໂມງ ເຊັ່ນ: ເຫັດ Coprinus atramentrius ແມ່ນແຕ່ເຫັດທົ່ວໆໄປ ຫາກດື່ມເຫຼົ້າເຂົ້າໄປນຳ ກໍ່ຈະເປັນການຊ່ວຍໃຫ້ພິດແຜ່ໄດ້ໄວວາ ແລະຮຸນແຮງຂື້ນອີກ
ວິທີແກ້ເບື້ອງຕົ້ນ
ຖ້າຫາກໄດ້ຮັບປະທານເຫັດເຂົ້າໄປ ສ່ວນຫຼາຍຈະມີອາການສະແດງຫຼັງຈາກໄດ້ຮັບສານພິດ ອາການຄື: ປຸ້ນທ້ອງປວດຮາກ, ຖ່າຍແຫຼວ, ຖອກທ້ອງ ຄວາມຮຸນແຮງຂື້ນກັບເພດໄວ, ອາຍຸ ແລະປະລິມານໃນການຮັບປະທານ.
ແນວທາງປະຕິບັດ ຄື:
ເມື່ອໄດ້ຮັບສານພິດຈາກເຫັດແລ້ວ ການປະຖົມພະຍາບານເບື້ອງຕົ້ນ ແມ່ນອ້າປາກເພື່ອຮາກອອກແລ້ວ ການດື່ມນ້ຳທີ່ຄັ່ນຈາກ ໃບຣາງຈືດ (Thunbergia laurifolia) ກໍ່ສາມາດລ້າງສານພິດຈາກເຫັດໄດ້ເບື້ອງຕົ້ນ ແລ້ວໃຫ້ຮີບນຳສົ່ງແພດທັນທີ
ພາບປະກອບ: ໃບຣາງຈືດ (Thunbergia laurifolia)
-------------------------------------
👉 ແຊຣ໌ໃຫ້ເພື່ອນໆຂອງທ່ານໄດ້ອ່ານນຳ ຕາມໄອຄອນດ້ານລຸ່ມນີ້ເລີຍ 🙌🙆💖
👇👇👇👇👇
0 Comments