ສຸພາສິດລາວ "ໄຈດີສູ້ເສືອ" ມີຄວາມໝາຍ?


ພາບປະກອບ: swhappinessss.blogspot.com

ໃຈດີສູ້ເສີອ ແມ່ນຄວາມກ້າຫານເມື່ອຕ້ອງປະເຊີນໜ້າຕໍ່ໄພອັນຕະລາຍ...

▶️ ຄວາມໝາຍ :

ໄຈດີສູ້ເສືອ ປະໂຫຍກນີ້ມັກຈະໃຊ້ເວົ້າເພື່ອແນະນຳ ໃຫ້ກຳລັງໄຈ ເມື່ອຕ້ອງປະເຊີນໜ້າກັບສິ່ງໄພອັນຕະລາຍ, ອຸປະສັກ ຫລືບັນຫາທີ່ເຮັດໃຫ້ຊີວິດເກີດຄວາມທຸກ ຫຍຸ້ງຍາກລຳບາກ ຫລື ອາດຈະເປັນອັນຕະລາຍເຖິງແກ່ຊີວິດ ຫາກຫຼີກລ້ຽງບໍ່ໄດ້ ກໍ່ຕ້ອງເຮັດໄຈໃຫ້ກ້າຫານ ເພື່ອປະເຊີນໜ້າກັບອັນຕະລາຍ

▶️ ຕົວຢ່າງ :

ການທີ່ຕ້ອງເດີນທາງອອກຈາກບ້ານ ໄປເພື່ອການສຶກສາຮ່ຳຮຽນ ເຮັດໃຫ້ເຮົາຕ້ອງທຳໄຈດີສູ້ເສືອ ຕ້ອງກ້າປະເຊີນກັບຄວາມລຳບາກທີ່ລໍຢູ່ ເພາະວ່າຕັ້ງແຕ່ເກີດມາກໍ່ບໍ່ເຄີຍອອກໄປໄສຫ່າງໄກບ້ານເລີຍ...

ເມື່ອຕ້ອງພົບກັບສະຖານະການທີ່ອັນຕະລາຍ ເຮົາຈະຕ້ອງຕັ້ງສະຕິ ເຮັດໄຈດີສູ້ເສືອ ຄິດຫາທາງຮັບມືກັບສະຖານະການ ຕ້ອງມີຄວາມກຽມພ້ອມທັງກາຍ ແລະຈິດໄຈ ກໍ່ຈະມີໂອກາດພົບທາງອອກ ແລະສາມາດຜ່ານພົ້ນໄປໄດ້


ມີເດັກນ້ອຍ ຊື່ ທ. ກໍ ທີ່ຕ້ອງເຮັດໄຈດີສູ້ເສືອ ເມື່ອຍ່າງຜ່ານກຸ່ມເດັກຂີ້ດື້ປະຈຳຊອຍທີ່ມັກຈະຕັ້ງກຸ່ມກັນເວລາຕອນແລງໆຫຼັງເລີກຮຽນ

ເດັກຜູ່ທີ່ອ່ອນແອ ມັກຈະຖືກໝູ່ເພື່ອນຂົ່ມເຫັງ, ສະນັ້ນຕ້ອງຝຶກໃຫ້ຮູ້ຈັກ ເຮັດໄຈດີສູ້ເສືອ ມີຄວາມກ້າຫານ ເພາະວ່າຖ້າເຮົາເຕີບໂຕໄປເປັນຜູ່ໃຫຍ່ທີ່ອ່ອນແອ ກໍ່ຈະບໍ່ສາມາດປົກປ້ອງ ແລະເບິ່ງແຍງໃຜໄດ້ ແມ່ນແຕ່ຕົວເຮົາເອງ


0 Comments