ມາເບີ່ງສຸດຍອດພາບຖ່າຍ ທີ່ທຸກຄົນຕ້ອງອຶ້ງ!!!



ພາບຈອນພອນຂຶ້ນຂີ່ນົກ ພາບນີ້ເປັນພາບຕົ້ນສະບັບ ວີເຊລແພຄເກີຣ໌. ທ່ານ ເມ ຊາວອັງກິດເປັນຄົນຖ່າຍພາບນີ້ໄດ້ ໃນຂະນະພາພັນລະຍາໄປເບີ່ງນົກໃນສວນສາທາລະນະ ຮອນຄຣັດ ເຄົ້າຕີ້

ໂດຍ "ທ່ານ May" ໄດ້ເປີດເຜີຍຕໍ່ສຳນັກຂ່າວສາກົນວ່າ: ເມື່ອລາວສັງເກດເຫັນນົກສີຂຽວນີ້ ລາວຮູ້ສຶກວ່າມັນບິນແປກໆ. ຈຶ່ງນຳເອົາກ້ອງຖ່າຍມາສ່ອງເບິ່ງ ແລະຈັບພາບໄວ້ ໃນຂະນະທີ່ນົກບິນເຂົ້າມາໃກ້ໆ ລາວກໍ່ໄດ້ເຫັນຈອນພອນນ້ອຍຢູ່ດ້ານຫລັງຂອງນົກໂຕນີ້. ເຖິງແມ່ນວ່າຮູບນີ້ ຈະສາມາດສ້າງຮອຍຍິ້ມໃຫ້ແກ່ຫຼາຍໆຄົນ. ເຊິ່ງເຫັນວ່າເປັນສັດທີ່ໜ້າຮັກ ແລະມິດຕະພາບຂອງສັດສອງສາຍພັນ


ແຕ່ "ທ່ານ May" ບອກວ່າ ທີ່ຈິງແລ້ວ ພາບນີ້ແມ່ນນາທີຊີວິດຂອງນົກສີຂຽວໂຕນີ້ເລີຍກໍ່ວ່າໄດ້. ເພາະວ່າຈອນພອນ (weasel) ກະໂດດເກາະຢູ່ດ້ານຫລັງ ເພາະຕ້ອງການຈະຈັບນົກໂຕນີ້ເພື່ອອາຫານ ແຕ່ໃນທີ່ສຸດນົກກໍ່ສາມາດເອົາຊີວິດລອດໄປໄດ້ ສ່ວນຈອນພອນຜູ້ຫິວໂຫຍກໍ່ແລ່ນຫາຍໄປ ຫລັງຈາກຕົກລົງໄປໃນພຸ່ມໄມ້.

ເຖິງວ່າຈະມີເບື້ອງຫລັງພາບທີ່ໂຫດຮ້າຍ ແຕ່ພາບດັ່ງກ່າວໄດ້ຖືກເຜີຍແຜ່ຢ່າງໄວວາໃນໂລກສັງຄົມອອນລາຍ. ເພາະວ່າພາບຖ່າຍນີ້ເປັນພາບແສນທີ່ໜ້າຮັກ ແຖມຊາວເນັດຫຼາຍຄົນຍັງເອົາພາບດັ່ງກ່າວໄປຕັດຕໍ່, ແກ້ໄຂພາບເອົາບຸກຄົນດັງໄປໃສ່ໃນພາບນີ້

ຂໍ້ມູນ: thairath.co.th


0 Comments