ສິ່ງທີ່ຄວນຮູ້ກ່ອນເຂົ້າສູ່ອີນເຕີເນັດ
1. IP Addressພາຍໃຕ້ມາດຕະຖານການເຊື່ອມຕໍ່ (TCP/IP) ຄອມພີວເຕີທຸກໜ່ວຍທີ່ເຊື່ອມຕໍ່ກັນ ຕ້ອງມີເລກໝາຍປະຈຳເຄຶ່ອງໄວ້ເປັນບ່ອນອີງໃຫ້ຄອມພິວເຕີໜ່ວຍອື່ນຮັບຮູ້, ໝາຍເລກດັ່ງກ່າວເປັນຕົວແທນໃຫ້ຄອມພິວເຕີທີ່ບັນຈຸ website ໃນອີນເຕີເນັດເອີ້ນວ່າ: IP Address
![]() |
ພາບປະກອບ IP Address |
2. ຊື່ເວັບໄຊທ໌ (Domain name)
Domain name ແມ່ນຊື່ເວັບໄຊທ໌ ທີ່ເອີ້ນໝາຍເລກ IP Address ທີ່ຍາກໃນການຈື່ຈຳເຊັ່ນ: website ຂອງກະຊວງສຶກສາ ແລະ ກິລາ ມີ Domain name ແມ່ນ www.moe.gov.la ທີ່ໃຊ້ແທນໝາຍເລກ IP Address: 10.0.200.1
ການຕັ້ງຊື່ເວັບໄຊທ໌ ຫຼື Domain name ແມ່ນອິງຕາມປະເພດຂອງເວັບໄຊທ໌ ໂດຍເຮົາສາມາດເຫັນຈຸດແຕກຕ່າງຂອງມັນຄື: ເວັບບໍລິການທົ່ວໄປ Domain name ຈະລົງທ້າຍດ້ວຍ .com, ເວັບສ່ວນບຸກຄົນ ຫຼື ເອກະຊົນ Domain name ຈະລົງທ້າຍດ້ວຍ .net, ອົງກອນຈະລົງທ້າຍດ້ວຍ .org ແລ້ວຕາມດ້ວຍ Domain name ຂອງປະເທດຂອງເວັບນັ້ນ ຕົວຢ່າງ: www.vientianetimes.org.la, ສຳລັບລັດຖະບານຈະລົງທ້າຍດ້ວຍ .gov ແລ້ວຕາມດ້ວຍ Domain name ຂອງປະເທດຂອງເວັບນັ້ນ ຕົວຢ່າງ: www.moe.gov.la
![]() |
ເວັບໄຊທ໌ (Domain name) |
3. ບຼາວເຊີ (Browser)
ເປັນໂປຼແກມປະເພດໜຶ່ງທີ່ໃຊ້ເປີດ website ຕ່າງໆ ທີ່ມີຢູ່ຢ່າງຫຼວງຫຼາຍໃນອີເຕີເນັດ. ໂປຼແກມບຼາວເຊີຈະມີຫຼາຍໂປຼແກມດ້ວຍກັນເຊັ່ນ: Internet Explorer, Mozilla Firefox, Google Chrome, Net Captor ແລະອື່ນໆ ແຕ່ວ່າເຮົາຖະນັດ, ໂຫລດໄວ, ກິນແຣມນ້ອຍກວ່າ.
![]() |
(ເວັບ Browser) |
4. ເວັບເພຈ (Web Page)
ຫມາຍຄວາມວ່າແມ່ນໜ້າໜຶ່ງຂອງການບໍລິການເວັບໄຊ (WebSite), ເຊິ່ງປົກກະຕິແລ້ວຈະຖືກເກັບໃນຮູບແບບໄຟລ໌ HTML (Hyper Markup Language). ໂດຍໄຟລ໌ HTML ຫນຶ່ງ ຄືເປັນເວັບ 1 ຫນ້າ. ພາຍໃນເວັບເພຈອາດຈະປະກອບດ້ວຍຂໍ້ຄວາມ, ຮູບພາບ, ສຽງ. ວິດີໂອ ແລະ ພາບເຄື່ອນໄຫວມັນຕິມີເດຍ ນອກຈາກນັ້ນ, ແຕ່ລະໜ້າເວັບມີລິ້ງ “ Link” ທີ່ສາມາດເຊື່ອມໂຍງເຂົ້າຫາກັນ
![]() |
ພາບປະກອບ Web Page |
5. ການ Load
ໃນຂະນະທີ່ເປີດເວັບໃດໜຶ່ງໂປຼແກມບຼາວເຊິ ຈະດຶງເອົາຂໍ້ມູນຈາກຄອມພີວເຕີທີ່ບັນຈຸເວັບນັ້ນ (Domain) ອອກມາສະແດງເທິງໜ້າຈໍພາບຂອງເຮົາ. ໃນຊ່ວງໄລຍະເວລານີ້ຈະເອີ້ນວ່າການ Load ຫຼື Loading
ໃນຂະນະທີ່ເປີດເວັບໃດໜຶ່ງໂປຼແກມບຼາວເຊິ ຈະດຶງເອົາຂໍ້ມູນຈາກຄອມພີວເຕີທີ່ບັນຈຸເວັບນັ້ນ (Domain) ອອກມາສະແດງເທິງໜ້າຈໍພາບຂອງເຮົາ. ໃນຊ່ວງໄລຍະເວລານີ້ຈະເອີ້ນວ່າການ Load ຫຼື Loading
6. Link
ໜ້າເວັບໜຶ່ງໆ ຈະບໍ່ສາມາດສະແດງລາຍລະອຽດຂອງເນື້ອຫາ ຫລືປະໂຫຍກໄດ້ໝົດທຸກຫົວຂໍ້. ສະນັ້ນແລ້ວ ໃນໜ້າເວັບຈຶ່ງມີພຽງແຕ່ຫົວຂໍ້, ຮູບພາບ ຫຼືສັນຍາລັກ ແລະ ເຄຶ່ອງໝາຍອື່ນໆເພື່ອໃຫ້ຜູ່ໃຊ້ຮູ້ ແລະ ຄຼິກ Link ເຂົ້າໄປກົດສີ່ງທີ່ຕົນເອງສົນໃຈ ນັ້ນເອີ້ນວ່າ: “Link”

0 Comments