
ແນວທາງການປະຕິບັດມີດັ່ງນີ້:
1. ກິນອາຫານທີ່ອຸດົມສົມໄປດ້ວຍວິຕາມິນ B ແລະ C: ເພາະເວລາອົດນອນ ລະດັບຮໍໂມນຈາກຕ່ອມໄພນຽວປັ່ນປ່ວນ ເຮັດໃຫ້ເກີດຄວາມຄັ່ງຄຽດ, ຈຶ່ງຕ້ອງແກ້ໄຂດ້ວຍວິຕາມິນຄາຍຄຽດ ປະເພດວິຕາມິນບີ ແລະ ຊີ ໃນປະລິມານຫຼາຍ. ດັ່ງນັ້ນ ໃນໄລຍະນີ້ຕ້ອງກິນເຂົ້າເໝົ້າ, ເຂົ້າກ່ຳ, ໝາກໄມ້, ນ້ຳໝາກໄມ້ສົດ, ນໍ້າໝາກກ້ຽງສົດ. ຫາກກິນອາຫານປະເທດດັ່ງກ່າວບໍ່ໄດ້ ໃຫ້ໃຊ້ວິຕາມີນ B 100 ມື້ລະ 1 ເມັດ ແລະ ວິຕາມິນ C 000 ມິນລີກລາມ ມື້ລະ 2 ເມັດ ຫຼັງອາຫານເຊົ້າ
![]() |
ວິຕາມິນ C |
![]() |
ວິຕາມິນ B |
2. ຕ້ອງເພີ່ມອາຫານທີ່ໃຫ້ພະລັງງານ: ເມື່ອຮອດຕອນກາງຄືນ ຈຳເປັນຕ້ອງເພີ່ມພະລັງງານໃຫ້ກັບຕົວເອງ ເພາະສ່ວນອາຫານ ທີ່ເຮົາກິນເຂົ້າໄປຈະໃຊ້ໄດ້ປະມານ 6 ຊົ່ວໂມງເທົ່ານັ້ນ ຫາກກິນເຂົ້າແຂງ 6:00 ໂມງແລງ ເຖິງທ່ຽງຄືນພະລັງງານກໍ່ໝົດແລ້ວ ຈະຕ້ອງຕື່ມອາຫານທີ່ໃຫ້ພະລັງງານເຂົ້າໄປ, ທັງນີ້ ຄວນເປັນອາຫານທີ່ຍ່ອຍງ່າຍປະເພດເຂົ້າຕົ້ມ, ໂຈກ, ນ້ຳເຂົ້າ, ທັນຍາພຶດຈະດີກວ່າອາຫານທີ່ມີໄຂມັນຫຼາຍ ເຊັ່ນ: ນົມງົວ ຫລືເຄື່ອງດື່ມປະເພດໂກໂກ້
![]() |
ອາຫານທີ່ໃຫ້ພະນັກງານສູງ |
3. ຫາຕົ້ມເຂົ້າຮອບເດີກ: ບໍ່ຄວນເສຍເວລາອອກໄປຫາເຂົ້າຕົ້ມຮອບເດີກກິນນອກເຮືອນ ເພາະຈະຍິ່ງມີເວລານອນໜ້ອຍ ແລະຄວນຄຳນືງໄວ້ວ່າໜ້າຈະມີເວລານອນຕິດກັນປະມານ 4 ຊົ່ວໂມງ ສຸຂະພາບຈຶ່ງຈະບໍ່ຊຸດໂຊມໃນໄລຍະນີ້ ຖ້າຕ້ອງນອນ 3:00 ໂມງເຊົ້າ ສະແດງວ່າຄວນຈະຕື່ນນອນ 7:00 ໂມງເຊົ້າຈຶ່ງຈະດີ
4. ບໍ່ຄວນແກ້ງ່ວງນອນດ້ວຍການດຶ່ມກາເຟ ຫລື ຊາ: ເພາະກາເຝມີລິດ 6-8 ຊົ່ວໂມງ ຫາກກິນກາເຝເວລາ 22:00 ໂມງ ກໍ່ສະແດງວ່າຈະຫລັບໄດ້ຕອນ 4:00 ໂມງເຊົ້າ ເຊິ່ງຈະເຮັດໃຫ້ເວລາພັກຜ່ອນບໍ່ພໍ ຫາກງ່ວງນອນກໍ່ຄວນເຊືອບຫຼັບກ່ອນແລ້ວຄ່ອຍຕື່ນຂຶ້ນມາອ່ານໜັງສື ຫລື ເບິ່ງໂທລະພາບຕອນເດິກ

5. ຕື່ນເຊົ້າຫຼັງຈາກອິດນອນຄວນກະຕຸ້ນຕົນເອງໃຫ້ສົດຊື່ນຫ້າວຫັນ: ດ້ວຍການຮັບປະທານວິຕາມິນດັ່ງທີ່ກ່າວມາຂ້າງເທິງ ຫລື ຈະໃຊ້ໂສມກິນຮ່ວມກັນກໍ່ດີກວ່າດື່ມກາເຝ ເພາະການໃຊ້ວິຕາມິນກັບໂສມຈະເຮັດໃຫ້ສະໝອງປອດໂປ່ງກວ່າດຶ່ມກາເຝ
0 Comments