ຊ໊ອກທັງປະເທດ!!! ນາຍົກລັດຖະມົນຕີ ໄອວໍຣີໂຄດ ເສຍຊີວິດກະທັນຫັນ ຂະນະປະຊຸມ



ລັດຖະມົນຕີໄອວໍຣີໂຄດ ໄດ້ເສຍຊີວິດໃນໄວ 61 ປີ ຫລັງຈາກໄອ ແລະ ໝົດສະຕິໃນລະຫວ່າງການປະຊຸມ

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ອະມາດູ ຄູລິບາລີ ນາຍົກລັດຖະມົນຕີສາທາລະນະລັດ ໂກສດິວົວ ຫຼື ໄອວໍຣີໂຄສ ໄດ້ເສຍຊີວິດແລ້ວດ້ວຍອາຍຸ 61 ປີ ໂດຍມີອາການໄອ ແລະໝົດສະຕິ. ໃນລະຫວ່າງການປະຊຸມຄະນະລັດຖະບານປະຈຳ ອາທິດ ທີ່ທຳນຽບປະທານາທິບໍດີ ໃນຕອນບ່າຍວັນພຸດ (8 ກໍລະກົດ) ທີ່ຜ່ານມາ

ນາຍົກລັດຖະມົນຕີໄອວໍຣີໂຄສ ເຄີຍໄດ້ຮັບການຜ່າຕັດຫົວໃຈໃນປີ 2012 ແລະຫາກໍ່ກັບມາຈາກປະເທດຝຣັ່ງໃນວັນທີ 2 ກໍລະກົດນີ້. ຫລັງຈາກເດີນທາງໄປປິ່ນປົວໂຣກຫົວໃຈດ້ວຍການໃສ່ຂົດລວດດົນກວ່າ 2 ເດືອນ

ຕອນນີ້ ທ່ານນາຍົກອະມາດູ ຄູລິບີລີ ໄດ້ຖືກການເລືອກຕັ້ງໂດຍພັກ RHDP, ຊຶ່ງຜູ້ນຳລັດຖະບານ. ເພື່ອຈະໄດ້ຮັບການແຕ່ງຕັ້ງໃຫ້ເປັນປະທານາທິບໍດີ ແລະເປັນຜູ້ສະໝັກຮັບເອົາໄຊຊະນະໃນການເລືອກຕັ້ງທີ່ຈະມາເຖິງໃນເດືອນຕຸລາທີ່ຈະມາເຖິງນີ້

ແຫຼ່ງຂໍ້ມູນ : sanook.com


0 Comments