ແຈກສູດ!! ບຳລຸງສັດລ້ຽງ ໃຫ້ກິນຫຍ້າດີ ກິນຫຍ້າແຊບ ເຮັດໃຫ້ສັດຕຸ້ຍພີ

ພາບ: Pixabay.com


ສ່ວນ​ປະກອບ​ຕົ້ນຕໍ​ ມີ​ດັ່ງ​ນີ້:

- ​ເຄືອ​ເຂົາຮໍ 1 ກິ​ໂລກຼາມ

- ​ເກືອ 2 ກຳມື (ກຳມື​ຄົນ​ປຸງ​ຢາ)

- ນໍ້າ​ມວກ ຫລື ນ້ຳ​ເຂົ້າໝ່າ 2 ລິດ

​- ​ໄຂ່​ເປັດ ຫລື ​ໄຂ່​ໄກ່ 1 ໜ່ວຍ

ວິທີການ​ປະສົມ:

ທຳ​ອິດ ​ແມ່ນ​ເອົາ​ນ້ຳ​ມວກ 20 ລິດ, ​ເຄືອ​ເຂົາຮໍ​ເຮັດ​ໃຫ້​ສັ້ນ ທຸບ​ໃຫ້​ມຸ່ນ​ຕີ​ໃຫ້​ແຕກ ​ແລ້ວ​​ແຊ່​ກັບ​ນ້ຳ​ມວກ​ມ່າ ​ເວລາ​ຈະ​ເອົາ​ໄປ​ໃຫ້​ສັດລ້ຽງ​ກິນ ກຳ​ເກືອ 2 ກໍາມື​​ໃສ່​ລົງ​ນ້ຳ​ມວກ​ພ້ອມ​ທັບ​ໄຂ່​ໃສ່ ຄົນ​ໃຫ້​ເຂົ້າກັນ ​ແລ້ວ​ນຳ​ໄປ​ໃຫ້​ສັດລ້ຽງ​ກິນ​ໄດ້​ເລີຍ.

ອັດຕາ​ການ​ໃຫ້​ກິນ:

ສັດ​ໂຕ​ໃຫຍ່​ໃຫ້​ກິນ​ໂຕ​ລະ​ກວດ​ໄວ​ຕາມິ​ວ ຖ້າ​ໂຕ​ນ້ອຍ​ຕ້ອງ​ຫຼຸດ​ລົງ​ມາ​ຕາມ​ຂະໜາດ​ໂຕ​ສັດ ສ່ວນ​ໄລຍະ​ເວລາ​ໃຫ້​ສັດ​ກິນ ຕ້ອງ​ໃຫ້​ກິນ​ອາທິດລະຄັ້ງ ​ຖ້າ​ມີ​ເວລາ​ຫຼາຍ​ແມ່ນ​ໃຫ້​ກິນ​ອາທິດ​ລະ 2 ຄັ້ງ​ກໍ່ໄດ້ ​ແຕ່​ຈະ​ຕ້ອງ​ໃຫ້​ສັດ​ກິນ​ຕອນ​ເຊົ້າ ກ່ອນ​ປ່ອຍ​ອອກ​ໄປ​ກິນ​ຫຍ້າ ​ໄດ້ຜົນ​ດີ​ແນ່ນອນ.


👉 ຫາກບົດຄວາມນີ້ມີປະໂຫຍດ ຢ່່າລືມກົດໄລນ໌ ກົດແຊຣ໌ໃຫ້ເພື່ອນໆຂອງທ່ານໄດ້ອ່ານດ້ວຍ 🙌💖🙆
   👇👇👇👇👇

0 Comments