CASIO ປ່ອຍຕົວ “Lightning Yellow” ໂມງແນວສະປັອດລາຍສາຍຟ້າຜ່າ



G-SHOCK & BABY-G ຍີ່ຫໍ້ໂມງທີ່ມີຊື່ສຽງຈາກ Casio ເອົາໄຈຄົນມັກສະໄຕລ໌ສະປັອດດ້ວຍການເປີດຕົວລຸ້ນ “Lightning Yellow Series” ທີ່ໄດ້ແຮງບັນດານໄຈຈາກນັກກິລາຊື່ດັງຂອງປະເທດຍີ່ປຸ່ນຈາກສາຂາຕ່າງໆ ມາເຮັດເປັນໂມງສຸດເທ່ ໂດຍມີການກຳນົດວາງຂາຍໃນວັນທີ 30 ກໍລະກົດ 2020 ນີ້


ໂມງລຸ້ນ “Lightning Yellow Series” ໄດ້ຮັບແຮງບັນດານໄຈໃນການອອກແບບ ຈາກນັກກິລາຊື່ດັງຄົນຍີ່ປຸ່ນ ເຊັ່ນ: ລິມ ນາກາມູຣະ, ນັກກິລາປັ່ນລົດຖີບ BMX, ນັກເຕັ້ນ SHIGEIXX, ນັກສະເກັດບອດ ອາໂອຣິ ນິຊິມຼຣະ ແລະມິໂນຣິ ຄາວາອິ ນັກໂຕ້ຄື່ນ ໂດຍອອກແບບ 3 ແບບດ້ວຍກັນ ຊຶ່ງຈະຢູ່ໂມເດລລຸ້ນ G-SHOCK ແລະ BABY-G ເປັນຫຼັກ ທີ່ສະທ້ອນເຖິງຄວາມເຂັ້ມແຂງ ແລະຄວາມວ່ອງໄວເໜືອນກັບນັກກິລາລຸ້ນໃໝ່ 4 ຄົນນັ້ນເອງ

ລຸ້ນ DW-5600 ລາຄາ ¥13,200 (ປະມານ 1,130,729 ກີບ)

ໂມງທັງ 3 ລຸ້ນ ມີຊື່ເອີ້ນວ່າ “DW-5600″, “DW-6900” และ “BGD-560” ຊຶ່ງແຕ່ລະລຸ້ນໂດດເດັ່ນດ້ວຍໂທນສີເຫຼືອງສຸດສະວ່າງ ຖືກຕົກແຕ່ງດ້ວຍລາຍຟ້າຜ່າທີ່ບໍລິເວນໜ້າປັດ ຊຶ່ງເປັນໄຮໄລ້ຂອງໂມງລຸ້ນນີ້ເລີຍ

ນັບຖືວ່າເປັນໂມງລຸ້ນໃໝ່ ທີ່ເອົາໄຈຄົນມັກກິລາແນວເອັກສະຕິມ ຊຶ່ງສຳລັບໃຜທີ່ສົນໄຈຢາກເປັນເຈົ້າຂອງໂມງທັງ 3 ລຸ້ນນີ້ ກໍ່ສາມາດຫາຊື້ໄດ້ທີ່ຮ້ານຄ້າ ແລະຊັອບອອນໄລນ໌ຂອງ casio ປະເທດຍີ່ປຸ່ນໄດ້ເລີຍ

ລຸ້ນ BGD-560 ລາຄາ ¥11,550 (ຫລືປະມານ 989,388 ກີບ)

G-SHOCK & BABY-G By Casio
“Lightning Yellow Series"
ວັນທີວາງຂາຍ 30/07/2020
ລຸ້ນ DW-5600 ລາຄາ ¥13,200 (ຫຼືປະມານ 1.130.729 ກີບ)
ລຸ້ນ DW-6900 ລາຄາ ¥13,200 (ຫຼືປະມານ 1.130.729 ກີບ) ລຸ້ນ  BGD-560 ລາຄາ ¥11,550 (ຫຼືປະມານ 989,388 ກີບ) www.casio.com

0 Comments