ສະບາຍດີມື້ນີ້ຂ້ອຍຈະມາແນະນຳ ວິທີການຄັດລອກຂໍ້ຄວາມໃນເວັບໄຊທ໌ທີ່ບໍ່ສາມາດ copy ໄດ້, ງ່າຍໆພຽງແຕ່ສອງສາມຂັ້ນຕອນເທົ່ານັ້ນ, ເຊິ່ງຫຼາຍໆຄົນອາດຈະປະສົບບັນຫາ ໃນເວລາທີ່ຊອກຫາຂໍ້ມູນ ແລະບໍ່ສາມາດທີ່ຈະຄັດລອກໃນເວັບໄຊທ໌ນັ້ນມາໄດ້. ກໍ່ໃຫ້ປະຕິບັດຕາມຂັ້ນຕອນດັ່ງຕໍ່ໄປນີ້ເລີຍ...
ກ່ອນອື່ນເຮົາຈະຕ້ອງດາວໂຫລດ Browser Google Chrom ຕິດຕັ້ງໃນຄອມຂອງເຮົາ ຈາກນັ້ນໃຫ້ເຂົ້າໄປທີ່ລີ້ງນີ້ https://chrome.google.com/webstore/detail/simple-allow-copy/aefehdhdciieocakfobpaaolhipkcpgc?hl=th ແລ້ວໃຫ້ກົດໄປທີ່ປຸ່ມ ເພີ່ມໃນ chrome
ແລ້ວໃຫ້ກົດ ເພີ່ມສ່ວນຂະຫຍາຍ
ຫຼັງຈາກນັ້ນກໍ່ຈະເຫັນຮູບໄອຄອນ Simple Allow copy ສະແດງຢູ່ມຸມຂວາມືເທິງສຸດຂອງ browser ເວລາທີ່ເຮົາຈະ copy ກໍ່ໃຫ້ກົດໄປທີ່ໄອຄອນ Simple Allow Copy ພຽງ 1 ຄັ້ງກໍ່ຈະສະແດງໄອຄອນສີຂື້ນມາ ປົກກະຕິຈະເປັນສີເທົາສະແດງວ່າຍັງບໍ່ທັນໄດ້ໃຊ້ງານ
ຈາກນັ້ນເຮົາກໍ່ສາມາຈະກັອບປີຂໍ້ມູນໃນເວັບນັ້ນໆໄດ້ແລ້ວ ພຽງເທົ່ານີ້ກໍ່ຈະໝົດບັນຫາໃນການ copy ຂໍ້ມູນເທິງເວບໄຊທີ່ປ້ອງກັນການບໍ່ໃຫ້ກັອບປີເອົາຂໍ້ມູນໄປໃຊ້ໄດ້ແລ້ວ
0 Comments