1. ໂລກ COVID-19 ແມ່ນຫຍັງ?
ຄຳຕອບ: COVID-19 ແມ່ນພະຍາດກ່ຽວກັບລະບົບທາງເດີນຫາຍໃຈ (SARS-CoV-2), ເຊິ່ງຖືກຄົ້ນພົບເປັນຄັ້ງທຳອິດຢູ່ເມືອງອູຮານ (Wuhan), ປະເທດຈີນ, ຄາດວ່າແຫຼ່ງທີ່ມາຂອງພະຍາດດັ່ງກ່າວແມ່ນມາຈາກເຈຍ.2. ໂລກ COVID-19
ສາມາດຕິດຕໍ່ໄດ້ແນວໃດ?
ຄຳຕອບ: ຕິດຕໍ່ໂດຍຜ່ານລະອອງຝອຍຈາກການຈາມຂອງຄົນທີ່ຕິດເຊື້ອ. ລວມທັງການສຳຜັດກັບວັດຖຸທີ່ປົນເປື້ອນດ້ວຍເຊື້ອໄວຣັດສ໌ ແລະ ມາສຳພັດກັບຕາ, ດັງ, ປາກຂອງພວກເຮົາ
3. ຈັບມື-ຍ່າງກົງກັນຂ້າມ ມີຄວາມສ່ຽງຕໍ່ການຕິດເຊື້ອ ຫຼືບໍ່?
ຄຳຕອບ: ຖ້າບໍ່ໄດ້ຮັບລະອອງຟອຍຈາກການໄອ, ຈາມ ຫຼື ສຳຜັດເຊື້ອຈາກຄົນເຈັບ. ແລ້ວເອົາມືໄປຍິບ, ຈັບ ອາຫານເຂົ້າປາກ, ຖູຕາ, ດັງ, ກໍ່ບໍ່ສາມາດຕິດເຊື້ອໄດ້.
ຄຳຕອບ: ຄົນທີ່ມີພູມຕ້ານທານທີ່ແຂງແຮງ. ຖ້າຕິດເຊື້ອ ອາດຈະບໍ່ສະແດງອາການ. ແຕ່ຖ້າເມື່ອໃດຫາກລະບົບພູມຕ້ານທານຂອງເຮົາບໍ່ແຂງແຮງ ເຊັ່ນ: ເປັນໄຂ້ສູງ, ໄອ, ເຈັບຄໍ, ປວດເມື່ອນກ້າມເນື້ອ, ເມື່ອຍ, ຫາຍໃຈໄວຜິດປົກກະຕິ.
ຄຳຕອບ: ໃນປະຈຸບັນ ພົບມີຜູ່ເສຍຊີວິດປະມານ 2-3% ເທົ່ານັ້ນ. ຂະນະທີ່ມີຜູ່ປິ່ນປົວຫາຍດີແລ້ວສະເລ່ຍຢູ່ທີ່ 50-60% ດັ່ງນັ້ນ ຈຶ່ງສາມາດເວົ້າໄດ້ວ່າ ມີໂອກາດປິ່ນປົວຫາຍດີໄດ້.
ຄຳຕອບ: ຢາຟາພິລາເວຍຣ(Favilavir) ເປັນຢາຕ້ານໄວຣັດໂຄໂຣນ່າ ສາຍພັນໃໝ່ ຊະນິດທຳອິດຂອງຄົນຈີນ ທີ່ໄດ້ຮັບການຢັ້ງຢືນຢ່າງເປັນທາງການ ເຊິ່ງສາມາດປິ່ນປົວໂລກ COVID-19 ໄດ້. ໃນຂະນະທີ່ຢາຊະນິດອື່ນ ຍັງກຳລັງດຳເນີນທົດລອງຢູ່.
ຄຳຕອບ: ອີງຕາມການສຶກສາກ່ຽວກັບໄວຣັດທີ່ຄ້າຍຄືກັນ, ພົບວ່າ ສາມາດມີຊີວິດຢູ່ກັບໂລຫະ, ແກ້ວ ຫຼື ພລາສຕິກໄດ້ເຖິງ 9 ວັນ, ຖ້າອຸນຫະພູມ 4 ອົງສາເຊ, ມັນຈະຢູ່ຢ່າງຫນ້ອຍ 28 ວັນ, ແຕ່ຖ້າ 30 ອົງສາເຊນຊຽດ ຫຼື ຫຼາຍກວ່ານັ້ນຈະມີຊີວິດຢູ່ ສັ້ນລົງ.
ຄຳຕອບ: ເຫຼົ້າ ເອທິລແອລກໍຮໍລ໌(Ethyl) ທີ່ມີຄວາມເຂັ້ມຂຸ້ນ 70-90% (ໂດຍປະລິມານນ້ຳ) ສາມາດທຳລາຍເຊື້ອໄວຣັດໂຄໂຣນ່າ(Corona)ໄດ້.
ຄຳຕອບ: ຖ້າເຫຼົ້າ(ຈຽວ)ມີຄວາມເຂັ້ມຂຸ້ນ 70-90% (ໂດຍປະລິມານນ້ຳ), ສາມາດຂ້າເຊື້ອໄວຣັດ Corona ໄດ້. ແຕ່ແນະນຳໃຫ້ລ້າງມືດ້ວຍນ້ຳສະອາດ ແລະ ຖູສະບູຢ່າງຖືກວິທີ ແມ່ນເປັນວິທີທີ່ດີທີ່ສຸດ ໃນການເຮັດໃຫ້ມືສະອາດ.
ຄຳຕອບ: ໄວຣັດຊະນິດນີ້ຈະຕາຍເມື່ອອຸນຫະພູມ 70 ອົງສາເຊນຊຽດ ຫຼື ສູງກວ່ານັ້ນ. ການໃຊ້ເຫຼົ້າທີ່ມີຄວາມເຂັ້ມຂຸ້ນ 70-90% ນອກນັ້ນຍັງມີ ສະບູ ແລະ ຜົງຊັກຟອກ.
ຄຳຕອບ: ຖ້າເຮົາກັບມາໂດຍບໍ່ມີອາການໄຂ້, ບໍ່ມີອາການທາງເດີນຫາຍໃຈ ໃຫ້ກັກຕົວເອງພາຍໃນ 14 ວັນ ເພື່ອຕິດຕາມເບິ່ງອາການ ໂດຍບໍ່ຕ້ອງໄປກວດຫາເຊື້ອ.
ຄຳຕອບ: ຢູ່ບ່ອນພັກເຊົາເທົ່ານັ້ນ. ງົດໄປທີ່ຊຸມນຸມ ໃສ່ໜ້າກາກຢູ່ຕະຫຼອດເວລາ. ໝັ່ນລ້າງມືເລື້ອຍໆດ້ວຍສະບູ, ຮັກສາໄລຍະຫ່າງຈາກຄົນອື່ນຢ່າງໜ້ອຍ 2 ແມັດ. ຫ້ອງນອນຕ້ອງແຍກກັນ, ແຍກພື້ນທີ່ຮັບປະທານອາຫານ. ບໍ່ໃຊ້ສິ່ງຂອງຮ່ວມກັນ ຢູ່ບ່ອນທີ່ມີອາກາດຖ່າຍເທສະດວກ.
ຄຳຕອບ: ຍົກຕົວຢ່າງ: ການເດີນທາງໄປປະເທດທີ່ລະບາດ. ມັກຈັບມື, ສຳຜັດໃບໜ້າ, ຖູຕາ, ດັງ, ຂັອດຫູ, ໃຊ້ສິ່ງຂອງຮ່ວມກັບຄົນອື່ນ ຢ່າລ້າງມືກ່ອນຈັບອາຫານ ຢູ່ໃນເຂດທີ່ມີຜູ່ຄົນຈຳຫຼາຍ.
ຄຳຕອບ: ຖ້າມີປະຫວັດໃນການເດີນທາງໄປປະເທດທີ່ມີຄວາມສ່ຽງສູງ ຫລືໃກ້ຊິດກັບຄົນທີ່ມີຄວາມສ່ຽງ ແລ້ວມີໄຂ້, ໄອ, ເຈັບຄໍ, ນ້ຳມູກໄຫຼ, ຫາຍໄຈຫອບຜິດປົກກະຕິ ໃຫ້ໃສ່ຜ້າອານາໄມຕະຫຼອດເວລາ. ຖ້າເຂົ້າເກນຈະມີລົດຂົນສົ່ງຄົນເຈັບມາຮອດທີ່ພັກ.
ຄຳຕອບ: ການໃສ່ຜ້າອານະໄມຈະຊ່ວຍປ້ອງກັນລະອອງຟອຍ ທີ່ອອກມາກັບລົມຫາຍໄຈ ແລະນ້ຳລາຍ. ສະນັ້ນ ຈຶ່ງແນະນຳ ໃຫ້ຄົນເຈັບໃສ່ເພື່ອປ້ອງກັນການແຜ່ກະຈາຍຂອງເຊື້ອ
ຄຳຕອບ: ກະຊວງສາທາລະນະສຸກແນະນຳ ໃຫ້ຜູ້ປ່ວຍ ຜູ້ໃກ້ຊິດຜູ້ປ່ວຍ ຫລື ຜູ້ທີ່ຕ້ອງເຂົ້າໄປເຂດຊຸມນຸມເພື່ອໃສ່ໜ້າກາກອານາໄມທາງການແພດ ສຳລັບຜູ້ທີ່ຮ່າງກາຍແຂງແຮງ, ອາດເລືອກທີ່ຈະໃສ່ໜ້າກາກອານາໄມແບບຜ້າແທນ.
ຄຳຕອບ: ໜ້າກາກອະນາໄມຜ້າສາມາດລ້າງ ແລະ ນຳມາໃຊ້ໃໝ່ໄດ້. ສ່ວນຫນ້າກາກອະນາໄມທາງການແພດ ປົກກະຕິແລ້ວແມ່ນໃຊ້ໄດ້ພຽງຄັ້ງດຽວເທົ່ານັ້ນ. ແຕ່ຖ້າຫນ້າກາກອະນາໄມຍັງຢູ່ໃນສະພາບທີ່ດີ ອາດຈະໃຊ້ຊ້ຳອີກມື້ໜຶ່ງ.
ຄຳຕອບ: ໜ້າກາກອະນາໄມ ແບບເຈ້ຍ ແມ່ນບໍ່ໄດ້ຢູ່ໃນມາດຕະຖານທາງການແພດ ແລະບໍ່ສາມາດທີ່ຈະປ້ອງກັນພະຍາດຕ່າງໆ ໄດ້.
19. ໝາ ແລະ ແມວ ສາມາດແຜ່ເຊື້ອໄດ້ບໍ?
ຄຳຕອບ: ບໍ່ມີການລາຍງານທີ່ຈະແຈ້ງວ່າ: ໝາ ແລະ ແມວ ສາມາດແຜ່ເຊື້ອໄວຣັດ Corona ໄດ້.
ຄຳຕອບ: ສາມາດຕິດເຊື້ອໄດ້ ຖ້າບັດທະນາບັດ(ເງິນ) ແລະ ຫຼຽນມີເຊື້ອໄວຣັດ. ແລ້ວນຳມືມາສຳຜັດໃບໜ້າ
👉 ຫາກບົດຄວາມນີ້ມີປະໂຫຍດ ຢ່່າລືມກົດຖືກໄຈ, ແຊຣ໌ໃຫ້ເພື່ອນໆຂອງທ່ານໄດ້ອ່ານດ້ວຍ
0 Comments