ມະຫາວິທະຍາໄລອັອກຟອດ ທົດລອງວັກຊີນປ້ອງກັນ COVID-19 ສຳເລັດ!!



ການທົດລອງວັກຊີນປ້ອງກັເຊື້ອໂຄວິດ-19 ເຊິ່ງພັດທະນາໂດຍວິທະຍາໄລອັອກຟອດ ໂດຍມີຜູ້ສະໝັກທົດລອງທັງໝົດກວ່າ 1,077 ຄົນ ພົບວ່າມີຄວາມປອດໄພ ແລະສາມາດຊ້ອມແຊມລະບົບພູມຄຸມກັນໄດ້ສຳເລັດ. ອາສາສະໝັກທີ່ໄດ້ຮັບວັກຊີນສ້າງແອນຕິບໍດີ ແລະເມັດເລືອດຂາວ ທີ່ສາມາດຕໍ່ສູ້ກັບເຊື້ອໄວຣັດສໂຄໂຣນາສານພັນໃໝ່ໄດ້.


ງານວິໄຈຄັ້ງນີ້ ເຮັດໃຫ້ເກີດຄວາມຫວັງທ່າມກາງຄວາມພະຍາຍາມໃນການຕໍ່ສູ້ກັບໂລກໂຄວິດ-19 ທີ່ກຳລັງແຜ່ລະບາດ ເຫັນວ່າມັນຍັງໄວສົມຄວນທີ່ຈະຮູ້ວ່າມີວັກຊິນສາມາດປ້ອງຕ້ານ Covid-19 ແລະນັກຄົ້ນຄວ້າກຳລັງດຳເນີນການທົດລອງກັບອາສາສະໝັກຕື່ມອີກ. ແຕ່ປະຈຸບັນອັງກິດໄດ້ສັ່ງຊື້ວັກຊີນນີ້ແລ້ວ 100 ລ້ານເຂັ້ມ.


ພາບຈາກ: bangkokbiznews.com

ວັກຊີນທີ່ກຳລັງໄດ້ຮັບການພັດທະນາຢ່າງໄວວາ ນີ້ຊື່ວ່າ ChAdOx1 nCoV-19, ແມ່ນວັກຊີນທີ່ພັດທະນາມາຈາກໄວຣັດທີ່ເຮັດໃຫ້ເປັນຫວັດທຳມະດາໃນ ຊິມແປນຊີ(chimpanzees). ທີ່ໄດ້ຖືກດັດແປງທາງພັນທຸກຳ ເຊິ່ງກໍ່ໃຫ້ເກີດການຕິດເຊື້ອໃນມະນຸດ ແລະເຮັດໃຫ້ມັນຄ້າຍຄືກັບໄວຣັດ Corona ສາຍພັນໃໝ່. ຊຶ່ງໃນນັ້ນລະບົບພູມຕ້ານທານຂອງມະນຸດສາມາດຮຽນຮູ້ວິທີການຈັດການມັນໄດ້


ຢາວັກຊີນດັ່ງກ່າວເຫັນວ່າປອດໄພ. ແຕ່ກໍ່ມີຜົນຂ້າງຄຽງທີ່ບໍ່ເປັນອັນຕະລາຍ, ປະມານ 70% ຂອງຜູ້ເຂົ້າຮ່ວມທົດລອງ ກ່າວວ່າພວກເຂົາມີອາການຄີງຮ້ອນ ແລະອາການເຈັບຫົວ. ເຊິ່ງນັກຄົ້ນຄວ້າໄດ້ລະບຸວ່າຢາ ພາຣາເຊຕາມອນ(paracetamol) ສາມາດໃຊ້ເພື່ອບັນເທົາອາການດັ່ງກ່າວໄດ້




ສາດສະດາຈານ Sarah Gilbert ຂອງມະຫາວິທະຍາໄລ Oxford ໃຫ້ຮູ້ວ່າ ມີການທົດລອງເພີ່ມຕື່ມ ກ່ອນທີ່ຈະຢືນຢັນໄດ້ວ່າວັກຊີນສາມາດໃຊ້ເພື່ອປ້ອງກັນການລະບາດຂອງ covid-19, ແຕ່ຜົນໄດ້ຮັບເບື້ອງຕົ້ນແມ່ນເປັນທີ່ໜ້າພໍໃຈ.


ຂໍ້ມູນຈາກ: http://facebook.teenee.com/


0 Comments