ສຳນັກຂ່າວ ຫວຽດນາມປະຈຳສະຫະລັດໃຫ້ຮູ້ໃນວັນທີ 27 ກໍລະກົດທີ່ຜ່ານມານີ້ວ່າ: ວັກຊິນຊະນິດ mRNA-1273 ຜະລິດໂດຍບໍລິສັດ Moderna ກຳລັງໄດ້ຮັບການທົດລອງເປັນໄລຍະສຸດທ້າຍກັບຜູ້ປ່ວຍໂຄວິດ-19 ທີ່ມີອາສາສະໝັກຈຳນວນ 30,000 ຄົນ. ຜູ້ປ່ວຍທຳອິດທີ່ໄດ້ທົດລອງກັບວັກຊິນດັ່ງກ່າວ ແມ່ນຢູ່ໃນເມືອງ Savannah ໃນຈໍເຈຍ(Georgia)
ແຕ່ກຸ່ມທົດລອງຈະໄດ້ຮັບຢາວັກຊີນໃນປະລິມານ 100 microgam ໃນຮອບ 28 ວັນ, ໃນຂະນະດຽວກັນກຸ່ມອື່ນແມ່ນໄດ້ຮັບຢາປອມ. Miderna ເວົ້າວ່າ: ຖ້າຫາກມີຜົນສຳເລັດ, ຢາວັກຊີນດັ່ງກ່າວຈະຖືກຜະລິດຮັບໃຊ້ສັງຄົມໃນທ້າຍປີນີ້
ການທົດລອງກ່ອນໜ້ານັ້ນ ຜູ້ສະໝັກການທົດລອງລ້ວນແຕ່ເກີດປະຕິກິລິຍາຕອບຄືນ ແລະເກີດຜົນຂ້າງຄຽງກັບວັກຊີນຊະນິດ mRNA-1273 ເຊັ່ນ: ເຈັບຫົວ, ປວດກ້າມຊີ້ ແລະອິດເມື່ອຍ ແຕ່ໂດຍພື້ນຖານແລ້ວ ວັກຊີນດັ່ງກ່າວແມ່ນມີຄວາມປອດໄພດີ
ອົງການອະນາໄມໂລກໃຫ້ຮູ້ວ່າ: ປະຈຸບັນມີວັກຊີນທັງໝົດ 25 ຊະນິດ ທີ່ມີຄວາມອາດສາມາດທົດລອງກັບຜູ້ປ່ວຍໂຄວິດ-19 ໃນທົ່ວໂລກ.
0 Comments