ການ Defragment Hard disk
ການ Defragment Hard disk ແມ່ນການຈັດລຽງຂໍ້ມູນຂອງຮາດດິດຄ໌ໃຫ້ເປັນລະບົບ.
ເວົ້າງ່າຍໆ ຄືການເພີ່ມຄວາມໄວໃຫ້ກັບການເຮັດວຽກຂອງລະບົບຄອມພິວເຕີ,
ເຮັດໃຫ້ການຄົ້ນຫາຂໍ້ມູນໄດ້ໄວຍິ່ງຂຶ້ນ ຢ່າງນ້ອຍເຮົາຄວນປະຕິບັດເດືອນລະຄັ້ງ.
ວິທີການປະຕິບັດມີດັ່ງນີ້
1. ດັບເບີນຄລິກໄອຄອນ My Computer ເທິງໜ້າຈໍຂື້ນມາ (ຖ້າເປັນ Windows 8/8.1/10 ຈະເປັນໄອຄອນ This PC)
2. ຄລິກເມົ້າສ໌ຂວາໃສ່ຊອ່ງ(C ຫລື D) ທີ່ຕ້ອງການ Defragment ໃນຕົວຢ່າງນີ້ຈະເລືອກເປັນຊ່ອງ C ເພາະເປັນຄວາມຈຳຫຼັກຂອງຄອມ ເລື່ອນມາທ້າຍສຸດ
ແລ້ວຄລິກເລືອກ Properties
3. ຄລິກທີ່ແທບ Tools ຈາກນັ້ນໃຫ້ຄລິກປູ່ມ Optimize (ຕາມພາບ)
4. ສັງເກດເບີ່ງວ່າເລືອກຊ່ອງ C ແລ້ວບໍ, ຈາກນັ້ນ ຄລິກປຸ່ມ Optimize
5. ຫຼັງຈາກນັ້ນໃຫ້ລໍຖ້າເຄື່ອງຈະ Defragment
ຊຶ່ງອາດຈະໃຊ້ເວລາດົນ ຂື້ນກັບຂໍ້ມູນໃນຮາດດິດສ໌ຂອງເຮົາ
6. ພາຍຫຼັງ Defragment
ສໍາເລັດແລ້ວ ຄລິກປຸ່ມ Close
0 Comments