ພາບຈາກ GearBytes
ເປັນທີ່ຮູ້ກັນແລ້ວວ່າ ແອັບເປິນ "Apple" ຈະປ່ອຍ ອິໂມຈິ "Emoji" ໃໝ່ໆໃຫ້ຜູ້ຕິດຕາມໃຊ້ເກືອບທຸກໆປີ. ໃນປີນີ້ກໍ່ໄດ້ເປີດຕົວໃນວັນທີ 17 ກໍລະກົດ, ເຊິ່ງກົງກັບ "ວັນອິໂມຈິໂລກ" (ກໍ່ຕັ້ງໂດຍ ສະຕີບ ຈ໊ອບ ຕັ້ງແຕ່ການເປີດຕົວແອັບ iCal ເປັນຄັ້ງທຳອິດ) ເຊິ່ງມີທັງ "Memoji" ແລະ "Emoji" ມີໃຫ້ເລືອກຫຼາກຫຼາຍ ເຊັ່ນ: ຊານົມໄຂ່ມຸກ, ສັນຍາລັກຄວາມຫຼາກຫຼາຍຂອງເພດ ແລະອື່ນໆອີກຫຼາຍຢ່າງ ທີພ້ອມຈະອັບເດດໃນ iOS 14 ໃນທ້າຍປີນີ້
ລ່າສຸດທາງ ແອັບເປິນ( Apple) ໄດ້ອອກມາເປີດເຜີຍໃນ "WWDC20", ເຊິ່ງເປັນການປະຊຸມນັກພັດທະນາ Apple ປະ ຈຳປີ, ໄດ້ຈັດຂື້ນໃນເດືອນມິຖຸນາທີ່ຜ່ານມາ. ໃນງານໄດ້ເວົ້າເຖິງ iOS 14 ເຊິ່ງໄດ້ຮັບການອັບເດດໃໝ່ຫຼາຍໆຢ່າງ, ໃນນັ້ນມີ "Memoji" ທີ່ສາມາດປັບແຕ່ງໄດ້ຫລາຍຍິ່ງຂື້ນ. ໂດຍການຈັບພາບໃບໜ້າ, ທ່າທາງຂອງເຮົາລະອຽດ ແລະສາມາດບອກອາລົມຂອງພວກເຮົາໄດ້ເປັນຢ່າງດີ. ນອກຈາກນີ້ ເຮົາຍັງສາມາດເລືອກຊ່ວງອາຍຸເອງໄດ້ ແລະມີອຸປະກອນເສີມຫຼາຍກ່ວາ 20 ເຄື່ອງຕົກແຕ່ງສຳລັບໃສ່, ເຊັ່ນ: ຊຸດຊົງຜົມໃໝ່, ໝວກກັນກະທົບ ແລະ ອື່ນໆ.
emoji ໃໝ່ນີ້ ໃນ iOS 14 ຈະປະກອບມີຊານົມໄຂ່ມຸກ, ສັນຍາລັກ LGBT, ຫຼຽນ, beavers, boomerangs, ຫົວໃຈ, ປອດ, dodo ແລະສັນຍາລັກຕ່າງໆ. ນັ້ນສະທ້ອນໃຫ້ເຫັນເຖິງວັດທະນະທຳໃນແຕ່ລະປະເທດ ເຊັ່ນວ່າ: ຕຸກກະຕາແມ່ລູກທີ່ມີຊື່ສຽງຈາກປະເທດຍີ່ປຸ່ນ, ນິນຈາ, ທາມາຣ໌"Tamar" ຂອງເມັກຊິໂກ ແລະ "Pinched Fingers", ທ່າທາງຟ້ອນຈີບຂໍ້ມືຂອງອີຕາລີ
Memoji ແລະ Emoji ທີ່ຈະໄດ້ຮັບການອັບເດດໃນ iOS 14 ໃນຄັ້ງນີ້ແມ່ນມີຄວາມຫຼາກຫຼາຍເປັນຢ່າງຍິ່ງ. ເຊິ່ງເຊື່ອແນ່ວ່າໜ້າຈະຖືກອົກຖືກໄຈຊາວ Apple ບໍ່ຫຼາຍກໍ່ໜ້ອຍ, ເພາະຈະໄດ້ເອົາໄວ້ສົ່ງໃຫ້ຄົນທີ່ຮູ້ໄຈໄດ້ເພີດເພີນຫຼາຍຍິ່ງຂື້ນ. ໃຫ້ອົດໄຈລໍຖ້າກ່ອນ ໃນອີກບໍ່ດົນກໍ່ຄືທ້າຍປີນີ້ສາມາດດາວໂຫລດໄດ້ແນ່ນອນ!
|
0 Comments