![]() |
ຫຼັງໆມານີ້ ຂ່າວຂອງ Facebook ຖືກເຜີຍແຜ່ຕາມສື່ສານສັງຄົມອອນລາຍ ຈະເປັນໄປໃນທາງທີ່ບໍ່ຄ່່ອຍດີປານໃດ ເຊັ່ນ: ຂໍ້ມູນຂອງຜູ້ໃຊ້ງານຫຼຸດອອກໄປ, ລະບົບຄວາມປອດໄພທີ່ຕໍ່າ ຫລືແມ່ນແຕ່ການນຳຂໍ້ມູນຂອງຜູ້ໃຊ້ Facebook ໄປໃຊ້ໃນທາງທຸລະກິດເປັນຕົ້ນ.
ແລະລ່າສຸດມີລາຍງານຈາກສື່ຕ່າງປະເທດລາຍງານວ່າ Facebook ເກັບລະຫັດຂອງມູນຜູ້ໃຊ້ງານລາງສ່ວນ ໃນຮູບແບບຕົວອັກສອນທຳມະດາທົ່ວໆໄປ (Plain text) ຕົວຢ່າງ: ເຮົາຕັ້ງລະຫັດ abcd1234, Facebook ຈະບໍ່ໄດ້ແປງເປັນໂຄດ ຫລື ເຂົ້າລະຫັດແຕ່ຢ່າງໃດ ເຊິ່ງເກັບເປັນ abcd1234 ໄວ້ແບບນັ້ນເລີຍ. ແນ່ນອນວ່າເຮັດໃຫ້ພະນັກງານ ຫລືໃຜກໍ່ຕາມທີ່ສາມາດເຂົ້າເຖິງຂໍ້ມູນໄດ້ ກໍ່ສາມາດເຂົ້າມາກວດເບີ່ງຂໍ້ມູນຂອງເຮົາໄດ້ແບບງ່າຍໆເລີຍ ໂດຍ Facebook ເກັບລະຫັດນີ້ມາຕັ້ງແຕ່ປີ 2012 ພຸ້ນ.
ບັນຊີທີ່ຖືກເກັບລະຫັດໃນຮູບແບບດັ່ງກ່າວ ຄິດວ່າມີຈຳນວນບັນຊີກວ່າ 200-600 ລ້ານບັນຊີ. ເຊິ່ງຕາມຄວາມເປັນຈິງແລ້ວ Facebook ບໍ່ຄວນຈັດກັບຂໍ້ມູນໃນລັກສະນະທີ່ສາມາດນຳມາເປິດເຜີຍໄດ້ງ່າຍຂະໜາດນີ້ ຍິ່ງເປັນຂໍ້ມູນທີ່ຕ້ອງປ້ອງກັນເຊັ່ນ: username ຫລື password ຍັງບໍ່ໝົດພຽງເທົ່ານັ້ນ ຜູ້ໃຊ້ງານ Instagram ກໍ່ໄດ້ຮັບຜົນກະທົບເຊັ່ນດຽວກັນ.
ເມື່ອເປັນຂ່າວດັ່ງໄປຕາມສື່ຕ່າງໆແລ້ວ Facebook ກໍ່ໄດ້ອອກມາຍືນຍັນວ່າ ພະນັກງານຂອງບໍລິສັດສາມາດເຂົ້າເຖິງຂໍ້ມູນນີ້ໄດ້ຈິງ ແຕ່ບໍ່ມີຫຼັກຖານ ຫລືເຫດການລັກສະນະດັ່ງກ່າວອອກມາ. ທັ້ງນີ້ບໍລິສັດຫາຈະກວດພົບບັນຫາຈາກການກວດສອບຄວາມປອດໄພຂອງລະຫັດຜ່ານປົກກະຕິ ແລະໄດ້ແກ້ໄຂເປັນທີ່ຮຽບຮ້ອຍໄປແລ້ວ.
0 Comments