ວິທີເປີດໂໝດ " ກາງຄືນ " ເພື່ອຖະໜອມສາຍຕາໃນ Facebook Messenger | How to Enable Facebook Messenger Dark Mode



ຟີເຈີໂຫມດກາງຄືນ (Dark Mode) ເປັນໂຫມດທີ່ຊ່ວຍໃນການແຊັດໃນ Messenger ເວລາທີ່ແສງໜ້ອຍ ຫລືບ່ອນທີ່ມືດ ຊ່ວຍຖະໜອມສາຍຕາ ແລະ ກໍ່ຍັງເປັນກາຍຊ່ວຍປະຫຍັດໄຟແບັດເຕີຣີອີກດ້ວຍ.

ແນວທາງການປະຕິບັດ

1. ເປີດແອັບ Messenger > ເປີດຫ້ອງແຊັດ > ພິມອິໂມຈິຮູບເດືອນ ແລ້ວກົດສົ່ງ > ແລ້ວຈະມີຮູບເດືອນຫຼົ່ນລົງມາເທິງໜ້າຈໍ


2. ສັງເກດດ້ານເທິງຈະມີຂໍ້ຄວາມແຈ້ງວ່າ ທ່ານຄົ້ນພົບໂຫມດສີເຂັ້ມ ຈາກນັ້ນໃຫ້ກົດ Try in Settings ແລ້ວກົດເລືອກເປີດໂຫມດກາງຄືນ (Dark Mode) ພຽງເທົ່ານີ້ ເຮົາກໍ່ຈະໄດ້ໃຊ້ງານການແຊັດໃນເຟຊ໌ບຸກ (Messenger) ໃນຮູບແບບພື້ນຫຼັງສີດຳ


3. ສຳລັບທ່ານໃດລອງສົ່ງອິໂມຈິແລ້ວ ແຕ່ຍັງບໍ່ພົບຄຳສັ່ງໂຫມດກາງຄືນ (Dark Mode) ໃຫ້ປິດແອັບ ແລະເຂົ້າເປີດແຊັດ Messenger ໃໝ່ເທື່ອໜຶ່ງ. ຫາກເຮັດທຸກແບບ, ທຸກວິທີແລ້ວກໍ່ຍັງບໍ່ໄດ້ຄືເກົ່າ ບໍ່ມີຫຍັງສະແດງຂື້ນມາເລີຍ ໃຫ້ເຂົ້າໄປອັບເດດ Messenger ເລີຍ.

______________________

0 Comments