ເຄັດບໍ່ລັບ!! ວິທີຕັ້ງຄ່າ Facebook ບໍ່ໃຫ້ໃຜຮູ້ວ່າເຮົາອອນລາຍຢູ່

ພາບ: Techmoblog.com


ສະບາຍດີເພື່ອນໆ ມື້ນີີ້ Laokhao News ຈະມາແນະນຳກ່ຽວກັບວິທີການຕັ້ງຄ່າ Facebook ບໍ່ໃຫ້ໃຜຮູ້ວ່າເຮົາອອນລາຍຢູ່ໃນຂະນະນີ້. ເນື່ອງຈາກມີເພື່ອນສະມາຊິກຄົນໜຶ່ງຂໍເຂົ້າມາ "ເຮັດແບບໃດດີ ຢາກໃຊ້ Facebook ແຕ່ບໍ່ຢາກໃຫ້ໃຜເຫັນວ່າເຮົາອອນລາຍຢູ່" ງ່າຍໆເລີຍ ບົດຄວາມນີ້ມີຄຳຕອບ

ເບີ່ງວິດີໂອສອນ

ແນວທາງການຕັ້ງຄ່າ

1. ເປີດ Facebook ຂື້ນມາ, ແລ້ວກົດທີ່ ສາມຂີດ ເບື້ອງເທິງຂວາມື



2. ແລ້ວເລື່ອນລົງມາສຸດເລືອກ ການຕັ້ງຄ່າ ແລະຄວາມເປັນສ່ວນຕົວ 


3. ມາກົດຊ້ຳ ການຕັ້ງຄ່າ



4. ເລື່ອນຂື້ນແລ້ວກົດເລືອກ ສະຖານະກຳລັງໃຊ້ງານ




5. ແລ້ວກົດ ປິດ ສະຖານະໄມ່ໃຫ້ໃຊ້ງານ


ແລະກໍ່ກົດ ປິດ ຍືນຍັນອີກເທື່ອໜຶ່ງ


ພຽງເທົ່ານີ້ ເພື່ອນໆຂອງເຮົາກໍ່ບໍ່ຮູ້ແລ້ວວ່າເຮົາອອນລາຍຢູ່ ມີຄວາມສຸກກັບການເບີ່ງໜັງຟັງແບບເຕັມສະປິງໄປເລີຍ ບໍ່ມີແຊັດຈາກເພື່ອນໆລົບກວນອີກຕໍ່ໄປ

-------------------------------------
👉 ຫາກບົດຄວາມນີ້ມີປະໂຫຍດ ຢ່່າລືມກົດແຊຣ໌ໃຫ້ເພື່ອນໆຂອງທ່ານໄດ້ອ່ານດ້ວຍ 🙌💖🙆
   👇👇👇👇👇

0 Comments