ໂຫລດໂປຣແກຣມແປງໄຟລ໌ທຸກຮູບແບບ FormatFactory 5.3.0.1 ສຳລັບ Windows


ຫຼາຍທ່ານທີ່ໃຊ້ຄອມພິຊີ ຄົງບໍ່ມີໃຜບໍ່ຮູ້ຈັກໂປຣແກຣມແປງໄຟລ໌  FormatFactory ເປັນ ໂປຣແກຣມແປງໄຟລ໌ທີ່ດັງທີ່ສຸດໃນໂລກໃນຕອນີ້ ແປງໄດ້ທັງໄຟລ໌ເພງ, ວິດີໂອ(ໜັງ) ແລະຮູບພາບ. ໂປຣແກຣມທຳລາຍສະຖິຕິຂອງໂລກ ໂດຍມີການດາວໂຫລດໄປແລ້ວຫຼາຍກວ່າ 100 ລ້ານຄົນຈາກທົ່ວໂລກ.

FormatFactory ເປັນໂປຣແກຣມແປງໄຟລ໌ໜຶ່ງ ທີ່ໃຊ້ງານງ່າຍສະດວກ ຊ່ວຍໃຫ້ທ່ານສາມາດແປງໄດ້ທຸກຮູບແບບໄຟລ໌ (All Media) ທັງໝົດຖືກອອກແບບເປັນກຸ່ມດຽວກັນ. ບໍ່ວ່າຈະເປັນໄຟລ໌ວິດີໂອ, ສຽງ ຫລື ພາບ. ໂປຣແກຣມ FormatFactory ນີ້ ສາມາດຈັດການກັບທຸກໄຟລ໌ເຫຼົ່ານັ້ນໄດ້ທັງໝົດ.

FormatFactory ຈະແບ່ງເຄື່ອງມືຂອງຜູ້ໃຊ້ (Graphic User Interface) ອອກເປັນ 3 ສ່ວນຫຼັກໆ ຄື: ເຄື່ອງມືສຳລັບວິດີໂອ (FFmpeg), ສຳລັບສຽ(Mencoder) ແລະ ສຳລັບຮູບພາບ (CxImage).

ຄວາມສາມາດຂອງ FormatFactory

  • ສາມາແປງໄຟລ໌ວິດີໂອເປັນຮູບແບບ MP4, 3GP, MPG, AVI, WMV, FLV, SWF,....
  • ສາມາດແປງໄຟລ໌ໃນຮູບແບບສຽງ MP3, WMA, MMF, AMR, OGG, M4A, WAV....
  • ສາມາດແປງໄຟລ໌ພາບໃນຮູບແບບ JPG, BMP, PNG, TIF, ICO,...

ຂໍ້ມູນໄຟລ໌

- ເວີຣ໌ຊັນ: 5.3.0.1

- ຂະໜາດໄຟລ໌: 97.2 MB

ລະບົບປະຕິບັດການທີ່ຮອງຮັບ

Windows (Server 2008 / 7 (Seven) / 8 / Server 2012 / 8.1 / 10 / Server 2016)






0 Comments