
G-SHOCK (ຈີ-ຊັອກ) ເປີດຕົວໂມງລຸ້ນໃໝ່ ທີ່ຮ່ວມອອກແບບກັບນັກກິລາບາສ໌ເກັດບອນມືອາຊີບຈາກ NBA Riki Yamura ໃນລຸ້ນ “GST-B100RH” ທີ່ມີດີຊາຍສຸດຫລູອອກແນວໂທນສີດຳທອງ ພ້ອມກັບສະຫຼັກສັນຍາລັກເລກ 8 ຊາມຸໄຣດຳ ໂດຍມີກຳນົດການວາງຂາຍໃນວັນທີ 8 ສິງຫາ 2020 ກໍ່ຄືໃນອາທິດໜ້າສິມານີ້
“GST-B100RH” ຖືວ່າເປັນໂມງລຸ້ນທຳອິດທີ່ທາງ G-SHOCK ຮ່ວມອອກແບບກັບນັກກິລາບາສເກັດບອນມືອາຊີບທີ່ມີຊື່ສຽງຂອງສະຫະລັດອາເມຣິກາ. ໂດຍໂມງລຸ້ນນີ້ມີພື້ນຖານການດີຊາຍມາຈາກໂມດຽວລຸ້ນ “G-STEEL” ທີ່ມີເຂັ້ມບອກເວລາ ແລະກອບຂະໜາດໃຫຍ່ ຊຶ່ງແຕ່ລະສ່ວນຈະໃຊ້ວັດຖຸທີ່ແຕກຕ່າງກັນຄື: ສີດຳຈະເຮັດຈາກໂລຫະ IP ທີ່ຄົງທົນຕໍ່ແຮງກະທົບໄດ້ດີ ພ້ອມກັນນໍ້າໄດ້ເຖິງ 20 ATM ແລະສີຄຳຈະເປັນສ່ວນປະກອບຫຼັກທີ່ມີກອບ ແລະສາຍແຂນທີ່ມີສີແດງຢູ່ພາຍໃນ ພ້ອມແກະສະຫຼັກດ້ວຍສັນຍາລັກເລກ 8
ສຳລັບໃຜທີ່ຢາກເປັນເຈົ້າຂອງໂມງລຸ້ນພິເສດ “G-SHOCK x Raku Yamura” ລຸ້ນນີ້ກໍ່ກຽມຕົວກຽມເງິນກັນເອົາໄວ້ໃຫ້ດີ ເພາະມີລາຄາເປີດຕົວຢູ່ທີ່ 68,200 ເຢນ ຫລື ປະມານ 5,872,024 ກີບ, ຊຶ່ງໜ້າຈະເປັນໂມງອີກລຸ້ນທີ່ແຟນໆ ແລະນັກສະສົມຕ່າງຖືກອົກຖູກໄຈ ແລະຢາກໄດ້ມາສວມໃສ່ຢ່າງແນ່ນອນ ແລະຖືວ່າເປັນລຸ້ນມົງຄຸນທີ່ມີເລກ 8 ຍີ່ປຸ່ນສະຫຼັກໄວ້ກໍ່ຍິ່ງເຮັດໃຫ້ເປັນຕາຢາກໃສ່ເຂົ້າໄປອີກ!

ຂໍ້ມູນທີ່ກ່ຽວຂ້ອງ G-SHOCK x Riki Yamura
G-SHOCK x Raku Yamura"GST-B100RH"
ວັນທີວາງຂາຍ 8/08/2020
ລາຄາ 68,200 ເຢນ ຫຼື ປະມານ 5,872,024 ກີບ
ສັ່ງຊື້ໄດ້ທີ່
0 Comments