ພາບຈາກ:beartai
BleepingComputer ລາຍງານວ່າ ໄດ້ຮັບແຈ້ງຂໍ້ມູນມາຈາກພະນັກງານຂອງ Garmin ລະບຸວ່າບໍລິສັດຖືກໂຈມຕີໂດຍໄວຣັສ໌ ແຣນຊຳແວຣ໌(Ransomware) ທີ່ຊື່ວ່າ WastedLocker ພ້ອມກັບພາບສະກີນຊັອດທີ່ຖືກສົ່ງໃຫ້ກັບ BleepingComputer ສະແດງລາຍການໄຟລ໌ທີ່ຖືກລ໊ອກທັງໝົດ ພ້ອມແຈ້ງຄ່າໄຖ່ມູນຄ່າສູງເຖິງ 10 ລ້ານໂດລາສະຫະລັດ
ພາບຕົວຢ່າງໄຟລ໌ຂອງບໍລິສັດ Garmin ທີ່ຖືກລ໊ອກຈະມີນາມສະກຸນ .garminwasted ຕໍ່ທ້າຍ ພ້ອມກັບໄຟລ໌ garminwasted_info
ຄາດການວ່າແຮັກເກີ້ທີ່ໂຈມຕີ Garmin ໃນຄັ້ງນີ້ຄື Evil Corp ກຸ່ມແຮັກເກີ້ລັດເຊຍທີ່ມີມາຕັ້ງແຕ່ປີ 2007 ເຊິ່ງຮູ້ຈັກກັນດີໃນຖານທີ່ເປັນກຸ່ມທີ່ພັດທະນາມັລແວຣ໌(Malware) ທີ່ມີຊື່ວ່າ Drixex ໃນການໂຈມຕີເປົ້າໝາຍຕ່າງໆ ລວມໄປຈົນເຖິງ ແຣນຊຳແວຣ໌(Ransomware) ເຊັ່ນ Locky ແລະ BitPaymer
ພາຍຫຼັງມີການໂຈມຕີຄັ້ງນີ້ເກີດຂຶ້ນ ທາງບໍລິສັດ Garmin ກໍ່ໄດ້ຮີບຮ້ອນປິດລະບົບຕ່າງໆທັນທີ ເພື່ອປ້ອງກັນ Ransomware ຈະໂຈມຕີລະບົບຕໍ່
0 Comments