ອິນເຕີເນັດ(Internet) ແມ່ນຫຍັງ?


ພາບປະກອບ

ຄວາມໝາຍ ແລະ ຄວາມສຳຄັນຂອງອີນເຕີເນັດ

ອີນເຕີເນັດ (Internet) ມາຈາກຄຳວ່າ “Inter Connection Network” ເປັນລະບົບເຄືອຄ່າຍຂອງລະບົບຕ່າງໆ ທີ່ເຊື່ອມຕໍ່ກັນ, ເຊິ່ງສາມາດເວົ້າໄດ້ວ່າເປັນເຄືອຄ່າຍຂະໜາດໃຫຍ່ ທີ່ຜູ້ໃຊ້ Computer ທົ່ວໂລກສາມາດສື່ສານແລກປ່ຽນຂໍ້ມູນທຸກຮູບແບບ ເຊັ່ນ: ຂໍ້ຄວາມ, ພາບ, ສຽງ ແລະອື່ນໆ ໂດຍຜ່ານບໍລິການ WWW ຫຼື ບໍລິການອື່ນໆ 

ການບໍລິການຂອງອິນເຕີເນັດ

ລັກສະນະຂອງລະບົບ Internet ປ່ຽບເໝືອນໄຍແມງມຸມ ທີ່ຄວຍຄຸມທົ່ວໂລກ ແລະ ເຄືອຄ່າຍອີນເຕີເນັດທົ່ວໂລກເຊື່ອມຕໍ່ກັນໂດຍຜ່ານ “ຜູ້ບໍລິການ Internet” ຫຼືເອີ້ນວ່າ: “ISP” (Internet Service Provider) ເຊິ່ງເປັນຜູ້ດູແລລະບົບຄອມພິວເຕີທີ່ເຊື່ອມຕໍ່ກັບອີນເຕີເນັດ. ຜູ້ໃຫ້ບໍລິການ Internet (ISP) ໂດຍເສຍຄ່າບໍລິການຕາມເງີ່ອນໄຂຂອງ ISP ກຳນົດ. ຕົວຢ່າງ: ກະຊວງສຶກສາທິການ ແລະ ກິລາ ເຊື່ອມຕໍ່ Internet ໂດຍຜ່ານບໍລິສັດ ETL (ເປັນຜູ້ໃຫ້ບໍລິການ Internet ຫຼື ISP) ຄວາມໄວການອົນສົ່ງຂໍ້ມູນ 100/50 MB ໂດຍເສຍຄ່າບໍລິການເປັນລາຍເດືອນ



ພາບ : ເຄືອຄ່າຍອີນເຕີເນັດ


0 Comments