ເຕືອນ!!! ໄພຮ້າຍທີ່ມາຈາກອິນເຕີເນັດ(Internet) ພ້ອມວິທີການປ້ອງກັນ

ພາບປະກອບ: notebookspec.com

ອິນເຕີເນັດເປັນໂລກກວ້າງສຳລັບການສະແຫວງຫາຄວາມຮູ້ດ້ານຕ່າງໆ ເປັນບ່ອນທຳທຸລະກິດ ​ແລະ ອຳນວຍ​ຄວາມ​ສະ ດວກ​ຫຼາຍໆດ້ານ ​ເຊິ່ງບໍ່ສາມາດຫຼີກລ້ຽງຈາກ​ກຸ່ມ​ຄົນ​ບໍ່ດີ​ບາງ​ຈຳພວກ​ທີ່​ຫວັງ​ທຳລາຍ​ຄອມ​ພິວ​ເຕີ ມີ​ເປົ້າໝາຍ​ໂຈມ​ຕີ​ຄູ່​ແຂ່ງ​ໃນທາງ​ທຸລະ​ກິດ, ຕົວະ​ຍົວະ, ຫຼອກລວງ​ເອົາ​ຂໍ້​ມູນ​ໄປ​ຂາຍ ​ແລະ ອື່ນໆ. ສະນັ້ນ, ເພື່ອ​ປ້ອງ​ກັນ​ຈາກ​ໄພ​ຮ້າຍດັ່ງກ່າວ​ ຄອມ​ພິວ​ເຕີ​ຂອງ​ທ່ານ​ຄວນ​ມີ Software ປ້ອງ​ກັນ​ໄວຣັສ໌ ​ເຊັ່ນ: McAfee, Bitdefender, Kapersky, Norton Antivirus, PC-Cilling, Panda Antivirus, ESET Nod32 Antivirus ​ແລະ ອື່ນໆອີກ

# ລັກສະນະຂອງໄວຣັສ໌ ທີ່ມາກັບ Internet.

ພວກ​ກຸ່ມ​ຄົນ​ບໍ່ດີ ສວຍ​ໃຊ້​ເສັ້ນທາງ​ການ​ເຊື່ອມ​ຕໍ່ອິນ​ເຕີ​ເນັດ ກອບ​ໂກຍ​ເອົາ​ສິ່ງ​ຕ່າງໆທີ່​ເປັນ​ປະ​ໂຫຍ​ດ​ແກ່​ພວກ​ເຂົາ ​ໂດຍ​ບໍ່ຄຳນຶງ​ເຖິງ​ຄວາມ​ເສຍ​ຫາຍ​ທີ່​ເກີດ​ຂື້ນ ​ເຊັ່ນ: ​ແອບ​ແຝງ​ໄວຣັສ໌​ໄປ​ກັບ​ອີ​ເມ​ລ໌, ​ແອບ​ແຝງ​ໄປ​ກັບ​ການ​ດາວ​ໂຫຼດ, ສ້າງ​ເວັບ​ໄຊ​ທ໌ ​ເພື່ອຫຼອກລໍ້​ໃຫ້​ຄົນ​ເຂົ້າຊົມ ​ໄດ້​ແກ່​ເວັບ​ທີ່​ໃຫ້​ບໍລິການ​ດາວ​ໂຫຼດຟຣີ ​ແລະ ​ເວັບໄຊ​ລາມົກ​ອະນາຈານ​ຕ່າງໆ(​ເວັບ​ທີ່​ຫວງ​ຫ້າມ)


1. ​ໄວຣັສ໌ ທີ່​ມາ​ກັບ​ອີ​ເມລ໌ (Spam)
 ອາດ​ເປັນ​ຈົດໝາຍ​ໂຄສະນາ ຫຼື ຈົດໝາຍຂີ້​ເຫຍື້ອ (Spam) ມັນ​ສາມາດ​ສົ່ງ​ຕົວ​ມັນ​ເອງ​ໄປ​ຫາ​ທີ່ຢູ່​ອື່ນໆດ້ວຍ​ຕົວ​ມັນ​ເອງ. ​ເມື່ອ​ຜູ້​ຮັບ​ເປີດ​ເບິ່ງ​ຈົດໝາຍດັ່ງກ່າວ ມັນ​ກໍ​ໄປ​ຄົ້ນຫາ​ທີ່ຢູ່​ໃນ Contact ຂອງ​ອີ​ເມລ໌ ຖ້າ​ພົບມັນກໍ​ຈະ​ສົ່ງ​ດ້ວຍຕົວ​ມັນ​ເອງ (Spam) ​ໄປ​ໃຫ້​ທີ່ຢູ່​ເຫຼົ່ານັ້ນ ​ໂດຍ​ອາ​ໄສ​ທີ່ຢູ່​ຂອງ​ເຮົາ​ເປັນຕົ້ນທາງ​ໃນ​ການ​ສົ່ງ ​ໂດຍ​ທີ່​ເຈົ້າຂອງ​ທີ່ຢູ່​ບໍ່ຮູ້ສຶກ​ຕົວ ເຊິ່ງມັນ​ຈະ​ສົ່ງ​ແບບ​ຕໍ່​ເນື່ອງ​ໃນ​ຊ່ວງ​ໄລຍະ​ທີ່​ມີ​ການ​ເຊື່ອມ​ຕໍ່ອິນ​ເຕີ​ເນັດ ສົ່ງ​ຜົນ​ໃຫ້ການ​ໃຊ້​ງານ​ອິນ​ເຕີ​ເນັດ​ມີ​ບັນຫາ ​ແລະ ບັນຫາ​ອື່ນໆຕາມມາ.




2. ​ໄວຣັສ໌ ທີ່​ມາ​ກັບ​ການ​ດາວ​ໂຫຼດ
ຊອຟ​ແວຣ໌(Software)ທີ່​ດາວ​ໂຫຼດຈາກ​ອິນ​ເຕີ​ເນັດ​ບາ​ງອັນ ອາດ​ມີ​ໄພ​ຮ້າຍ​ແຝງ​ຕົວ​ເຂົ້າມາ​ນຳ ​ໂດຍ​ບໍ່ຮູ້ສຶກ​ຕົວ ​ເຊິ່ງມີຫຼາຍປະ​ເພດ ​ເຊັ່ນ: ຫຼອກ​ໃຫ້​ຄລິກດາວ​ໂຫຼດ ​ເຊິ່ງອາດ​ມີ​ປະ​ໂຫຍ​ດ​ແທ້​ແຕ່​ຈະ​ແຝງ​ຜູ້​ສະໜັບສະໜູນ ຫຼື ​ໂຄສະນາ​ມາ​ພ້ອມ ເຮົາ​ເອີ້ນ​ວ່າ: “AdWare” ​ແລະ ບາງ​ປະ​ເພດ​ເປັນ​ໂປຼ​ແກຼມ ທີ່​ມີ​ຊຸດ​ຄຳ​ສັ່ງ​ເພື່ອ​ລວບ​ລວມຂໍ້​ມູນ​ໃນ​ການ​ໃຊ້​ອິນ​ເຕີ​ເນັດ​ຂອງ​ເຮົາ ​ເພື່ອ​ເອົາຂໍ້ມູນ​ສະຖິຕິ​ໄປ​ຂາຍ ​ເອີ້ນ​ວ່າ: “SpyWare”​


3. ໄວຣັສ໌ ທີ່​ມາ​ກັບ​ເວັບ​ຫວງ​ຫ້າມ
​ເວັບ​ທີ່​ຫວງ​ຫ້າມ​ເປັນ​ເວັບ​ທີ່​ມີ​ມາດຕະຖານ ການ​ຮັກສາ​ຄວາມ​ປອດ​ໄພ​ຕ່ຳ​ທີ່​ສຸດ ​ເຊິ່ງ​ເປັນ​ແຫຼ່ງສະ​ສົມ​ໄພ​ຮ້າຍ​ຕ່າງໆ ​ເຊິ່ງ​ໄດ້​ແກ່​ຈຳພວກ​ເວັບ​ລາມົກ, ເວັບດາວ​ໂຫຼດຊອຟ​ແວ​ລ໌ຟຣີ​ແບບ Direct, ດາວ​ໂຫຼດ ScreenSaver ​ເຫຼົ່ານີ້​ເປັນຕົ້ນ. ການ​ເຂົ້າຊົມ​ເວັບ​ຈຳພວກ​ນີ້ ຈະ​ມີ​ໂອກາດ​ຕິດ​ເຊື້ອ​ໄວຣັສ໌ປະ​ເພດ Trojan ສູງ​ທີ່​ສຸດ. ​ເຊິ່ງ​ໄວຣັສ໌ປະ​ເພດ​ນີ້ ​ແມ່ນເປັນ​ອັນຕະລາຍ​ຕໍ່ຄອມ​ພິວ​ເຕີ ​ແລະ ຕໍ່ຜູ່ໃຊ້​ງານ ​ເພາະ​ມັນ​ສາມາດ​ຄວບ​ຄຸມ​ຄອມ​ພິວ​ເຕີ, ລັກລອບ​ຂໍ້​ມູນ ​ແລະ ທຳລາຍ​ຄອມ​ພິວ​ເຕີ​ເມື່ອ​ເຖິງ​ເວລາ​ທີ່​ກຳນົດ​ໄວ້.

ພາບຕົວຢ່າງປະກອບ

# ການ​ບຸກລຸກ​ເຄື່ອງ​ທີ່​ເຊື່​ອມຕໍ່​ໃຊ້​ອິນ​ເຕີ​ເນັດ
​​ເປັນ​ການ​ກະທຳ​ຂອງ​ກຸ່ມ​ຄົນ​ທີ່​ບໍ່ດີ ​ໂດຍ​ຈະ​ສຶບຄົ້ນຫາ​ຄອມ​ພິວ​ເຕີ​ ທີ່​ກຳລັງ​ເຊື່ອມ​ຕໍ່ອິນ​ເຕີ​ເນັດ​ແບບ​ບໍ່ມີ​ການ​ປ້ອງ​ກັນ​ໂຕ​ເອງ ຫຼື ມີ​ການ​ປ້ອງ​ກັນ​ທີ່​ອ່ອນ​ແອ ຖ້າ​ພົບ​ກໍ​ຈະ​ເຂົ້າມາກໍ່ກວນ ​ເຊັ່ນ: ​ເຂົ້າມາ​ອ່ານ​ຂໍ້​ມູນ​ໃນ​ຄອມ​ພິວ​ເຕີຂອງເຮົາ​ໂດຍ​ບໍ່​ໄດ້​ຮັບ​ອານຸຍາດ, ສົ່ງ​ໂປຼ​ແກຼມ​ເຂົ້າມາຕິດຕັ້ງ (Run) ​ໃນ​ຄອມ​ພິວ​ເຕີ ​ເຮັດ​ໃຫ້​ເຄື່ອງ​ມີ​ບັນຫາ ​ໄດ້​ແກ່​ຈຳພວກໄວຣັສໜອນ (Worm) ຕ່າງໆ ​ແລະ ​ເຂົ້າມາ​ຄວບ​ຄຸມ (Remote) ຄອມ​ພິວ​ເຕີ. ນອກ​ນັ້ນຍັງ​ເຂົ້າມາ​ໃຊ້​ຄອມ​ພິວ​ເຕີ​ຂອງ​ເຮົາ ​ເພື່ອ​ໂຈມ​ຕີ​ຄອມ​ພິວ​ເຕີໜ່ວຍອື່ນໆອີກ.


# ການ​​ຕົວະຍົວະ ຫຼອກລວງ
ມີຫຼາຍ​ໃນ​ໂລກ​ອິນ​ເຕີ​ເນັດ ທີ່​ຫວັງ​ຜົນ​ທາງ​ການ​ຄ້າ ​ເຊັ່ນ: ຍັວະ​ໃຫ້​ຊື້​ສິນຄ້າ​ທີ່​ບໍ່ມີ​ຄຸນ​ນະພາ​ບ, ສັ່ງ​ຊື້​ສິນຄ້າ​ພ້ອມ​ທັງ​ຈ່າ​ຍ​ເງິນ ​ແຕ່​ກໍ​ບໍ່ສົ່ງ​ເຄື່ອງ​ໃຫ້ ​ແລະ ຂາຍ​ສິນຄ້າ ຫຼື ການບໍລິການ​ທີ່​ບໍ່​ເປັນ​ທຳ ຜິ​ດກົດໝາຍ​ເຫຼົ່ານີ້​ເປັນຕົ້ນ.


# ວິທີ​ການ​ປ້ອງ​ກັນ​ຕົວ​ຈາກ​ໄພ​ຮ້າຍ
 ການ​ປ້ອງ​ກັນ​ຕົວ​​ເອງຈາກ​ໄພ​ຮ້າຍ ວິທີ​ທີ່​ດີ​ທີ່​ສຸດ​ແມ່ນ​ຕິດຕັ້ງ​ໂປຼແກຼມປ້ອງ​ກັນ​ໄວຣັສ໌(Antivirus Software) ​ແລະ ​ເສີມ​ພູມ​ຄຸ້ມ​ກັນທີ່​ແຂງ​ແກ່ນ ​ໂດຍ​ການ​ປະຕິບັດ​ຕາມ​ຂັ້ນຕອນ​ລຸ່ມ​ນີ້:

1. ຄວນ​ມີ​ການ​ປິດ​ຮູ​ຮົ່ວ​ຂອງ​ລະບົບ​ປະຕິບັດ​ການ ດ້ວຍ​ການ Update ​ເປັນ​ປະຈຳ (ອີງ​ຕາມ​ຄຳ​ແນະນຳ​ຂອງ​ຜູ້​ຜະລິດ​ລະບົບ​ປະຕິບັດ​ການ) ​ເພື່ອ​ໃຫ້​ລະບົບເຮັດວຽກເຕັມມີປະສິດທິພາບ. ດ້ວຍເຂົ້າ​​ໄປ​ທີ່ Start > All Program > Windows Update 
2. ໝັ່ນປັບປຸງ​ໂປຣແກຣມ​ໄວຣັສ໌​ໃໝ່ໆຢູ່​ສະ​ເໝີ 
3. ​ເພີ່ມ​ຄວາມ​ລະມັດລະວັງ​ໃນ​ການ​ໃຊ້​ອິນ​ເຕີ​ເນັດ (ບໍ່​ເຂົ້າ​ໄປ​ຢ້ຽມຊົມ​ເວັບ​ຫວງ​ຫ້າມ)
4. ລະມັດລະວັງ​ໃນ​ການ​ໃຊ້​ອີ​ເມ​ວ ຢ່າ​ເປີດ​ອ່ານ​ຈົດໝາຍທີ່​ບໍ່ຮູ້ຈັກ ຫຼື ສົງ​ໄສ
5. ຢ່າຫຼົງ​ເຊື່ອ​ບຸກຄົນ​ທີ່​ສົນທະນາ​ ​ແລະ ​ໂຄສະນາຜ່ານ​ອິນ​​ເຕີ​ເນັດ ທີ່​ບໍ່ຮູ້ຈັກ​ດີ ຫາກປະຕິບັດ​ໄດ້​ເຊັ່ນ​ນີ້ ຄອມ​ພິວ​ເຕີ​ທ່ານ​ກໍ່​ຈະ​ປອດ​ໄພ ປາສະຈາກ​ໄພ​ຄຸກ​ຄາມ ​ແລະ ສາມາດ​ນຳ​ໃຊ້​ອິນ​ເຕີ​ເນັດ​ຢ່າງ​ມີ​ປະສິດທິພາບ ​ແລະ ຄຸ້ມ​ຄ່າ


0 Comments